
ໃນໂອກາດທີ່ຄະນະເຈົ້າໜ້າທີ່ດັ່ງກ່າວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 10-14 ທັນວາ 2024. ຕອນເຊົ້າວັນທີ 12 ທັນວາ 2024 ນີ້, ເຈົ້າໜ້າທີ່ລະດັບສູງປະຈຳສຳນັກງານໃຫຍ່ ຢູ່ໂຕກຽວ ຂອງ ອົງການຮ່ວມມືສາກົນ ແຫ່ງປະເທດ ຢີ່ປຸ່ນ ຫຼື JICA ໄດ້ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລື ກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະແມ່ນແຜນການຮ່ວມມືດ້ານພະລັງງານໄຟຟ້າ ໃນນີ້ແມ່ນເນັ້ນໜັກໃສ່ໂຄງການຊ່ວຍເຫຼືອປັບປຸງສູນບັນຊາພະລັງງານແຫ່ງຊາດ ຂອງ ສປປລາວ ໂດຍແມ່ນ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ຈັດຕັ້ງປະຕິບັດ.

ທ່ານ ຮອງລັດຖະມົນຕີ ສະແດງຄວາມຂອບໃຈຕໍ່ ອົງການຮ່ວມມືສາກົນ ແຫ່ງປະເທດ ຢີ່ປຸ່ນ ຫຼື JICA ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປລາວ ເວົ້າລວມ, ເວົ້າສະເພາະ ການປັບປຸງລະບົບການບໍລິຫານ, ຄຸ້ມຄອງ ພະລັງງານໄຟຟ້າ ໃຫ້ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນລັດວິສາຫະກິດທີ່ດຳເນີນການຜະລິດ ແລະ ສະໜອງພະລັງງານໄຟຟ້າຢູ່ ສປປລາວ ໃຫ້ມີສະຖຽນລະພາບ, ມີຄວາມໝັ້ນຄົງ ແລະ ຕອບສະໜອງໄດ້ຄວາມຕ້ອງການການຊົມໃຊ້ພະລັງງານໄຟຟ້າຢູ່ ສປປລາວ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506