
ຕອນແລງ ຂອງ ວັນທີ 15 ພຶດສະພາ 2024 ນີ້, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ການປະຕິບັດວຽກງານ ຂອງ ພະນັກງານ-ກຳມະກອນ ລັດວິສາຫະກິດໄຟຟ້າລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແກ້ໄຂບັນຫາໄຟດັບ-ໄຟມອດ ແລະ ສ້ອມແປງໄຟຟ້າສຸກເສີນ ຂອງ ສາຂາໄຟຟ້ານະຄອນຫຼວງ 2 ຢູ່ທີ່ສູນບໍລິການໄຟຟ້າເມືອງຫາດຊາຍຟອງ ແລະ ເມືອງໄຊທານີ, ໂດຍການຕ້ອນຮັັບ ຂອງ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ, ຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ, ຄະນະຫ້ອງການໄຟຟ້າລາວ, ຄະນະຝ່າຍທຸລະກິດ-ການເງິນ, ຄະນະສາຂາໄຟຟ້ານະຄອນຫຼວງ 2 ແລະ ພະນັກງານ-ກຳມະກອນປະຈຳສູນບໍລິການ.

ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະ ໄດ້ລາຍງານກ່ຽວກັບການປະຕິບັດໜ້າທີ່ໃນໄລຍະລະດູແລ້ງ ເຊິ່ງເປັນໄລຍະທີ່ມີການຊົມໃຊ້ໄຟຫຼາຍ ໃນນະຄອນຫຼວງວຽງຈັນ ປະສົບກັບຫຼາຍຂໍ້ຫຍຸ້ງຍາກເປັນຕົ້ນ: ໄຟດັບ, ໄຟມອດ ຍ້ອນໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ, ທັງເນັ້ນໜັກໃຫ້ ຄະນະນຳ ແລະ ພະນັກງານ, ກຳມະກອນ ໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ, ຄວາມເສຍສະຫຼະ, ພ້ອມເຮັດວຽກຮັບໃຊ້ບໍລິການສັງຄົມ. ພ້ອມສະແດງຄວາມຂອບໃຈມາຍັງ ຄະນະພັກ, ຄະນະນໍາ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ເປັນຫ່ວງເປັນໃຍ ແລະ ໃຫ້ທິດຊີ້ນໍາ-ນໍາພາ ການປະຕິບັດວຽກງານໃນຄັ້ງນີ້ຢ່າງໃກ້ຊິດຕິດແທດ.

ໃນໂອກາດລົງຕິດຕາມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານ, ກຳມະກອນ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບ ເຮັດຫຼ້ອນໜ້າທີ່, ເສຍສະຫຼະ, ທຸ່ມເທເຫື່ອແຮງ ຮັບໃຊ້ບໍລິການສັງຄົມ ແລະ ໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ເອົາໃຈໃສ່ ຕິດຕາມ, ກວດກາ, ກະກຽມຮັບມື ໂດຍສະເພາະການບຳລຸງຮັກສາ ບັນດາອຸປະກອນລະບົບຈຳໜ່າຍໄຟຟ້າ ແລະ ຕັດຕົ້ນໄມ້ ຈຸດທີ່ມີຄວາມສ່ຽງໃນໄລຍະເກີດພາຍຸລົມແຮງ ພ້ອມນັ້ນກໍໄດ້ນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ຈຳນວນໜຶ່ງນຳມາມອບໃຫ້ພະນັກງານທີ່ປະຕິບັດໜ້າທີ່ຢູ່ແຕ່ລະສູນຕື່ມອີກ.

ແຫຼ່ງຂ່າວ: ລັດວິສາຫະກິດໄຟຟ້າລາວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506