ໂຄງການໄຟຟ້າແສງຕາເວັນບ້ານອຸ່ມໝາມຄອງ ເປັນໂຄງການໜຶ່ງທີ່ສາມາດຄໍ້າປະກັນຄວາມໝັ້ນຄົງດ້ານພະລັງງານຢູ່ ຢູ່ 2 ເມືອງຂອງ ແຂວງສະຫວັນນະເຂດ

          ແຂວງສະຫວັນນະເຂດ ເປັນແຂວງໜຶ່ງຂອງ ສປປລາວ. ຕັ້ງຢູ່ທາງພາກກາງ, ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ; ເປັນແຂວງໃຫຍ່ອັນດັບໜຶ່ງຂອງ ສປປລາວ. ເປັນແຂວງທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດສູງເມື່ອທຽບກັບແຂວງອື່ນ ແລະ ກໍ່ເປັນແຂວງທີ່ມີທ່ແຮງຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ. ໃນໄລຍະ 10 ປີມານີ້ ແຂວງສະຫວັນນະເຂດມີຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າສູງ ແຕ່ທ່າແຮງການສ້າງແຫຼ່ງຜະລິດພະລັງງານພັດມີຂໍ້ຈຳກັດ ເຊິ່ງບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງແຂວງ.

          ເພື່ອຮັບປະກັນເຮັດໃຫ້ການສະໜອງພະລັງງານໄຟຟ້າຢູ່ພາຍໃນແຂວງພຽງພໍຄວາມຮຽກຮ້ອງຕ້ອງການຂອງການຊົມໃຊ້ໄຟຟ້າຂອງສັງຄົມ, ລັດຖະບານ ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊຸກຍູ້ສົ່ງເສີມໃຫ້ທຸກເຂດທີ່ມີທ່າແຮງ ພັດທະນາພະລັງງານໄຟຟ້າແສງຕາເວັນ ເພື່ອເຊື່ອມຕໍ່ກັບລະບົບຂອງໄຟຟ້າລາວ ທັງເປັນການສ້າງຄວາມໝັ້ນຄົງທາງດ້ານພະລັງງານຢູ່ແຂວງສະຫວັນນະເຂດ. ໂຄງການໄຟຟ້າແສງຕາເວັນບ້ານ ອຸ່ມໜາມຄອງ, ເມືອງສອງຄອນ ເປັນໂຄງການໜຶ່ງ ທີ່ໄດ້ຮັບການພັດທະນາມາແຕ່ປີ 2018-2019 ແລະ ສໍາເລັດ ພ້ອມທັງເປີດນຳໃຊ້ຂາຍກະແສໄຟຟ້າ ມາແຕ່ປີ 2020 ເປັນຕົ້ນມາ.

          ທ່ານ ເສົາມີນາ ມີວໍລະຈັກ ວິຊາການປະຈຳໂຄງການໄຟຟ້າແສງຕາເວັນ ບ້ານອຸ່ມໜາມຄອງ ໄດ້ລາຍງານ ໃນໂອກາດທີ່ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະລົງຢ້ຽມຢາມໂຄງການໄຟຟ້າແສງຕາເວັນ ບ້ານອຸ່ມໜາມຄອງ ໃນວັນທີ 18 ກຸມພາ 2025 ວ່າ: ໃນໄລຍະຜ່ານມາພະລັງແສງຕາເວັນຜະລີດໄຟສົ່ງອອກ, ສົ່ງຈ່າຍໄປໃຫ້ສອງເມືອງທີ່ຮັບພະລັງງານຈາກແສງຕາເວັນ ຄື: ເມືອງສອງຄອນ ແລະ ເມືອງໄຊພູທອງ ເຊີ່ງພະລັງງານແສງຕາເວັນບ້ານອຸ່ມໜາມຄອງ ເປັນພະລັງງານເສີມແຮງດັນຕົກໃຫ້ສອງເມືອງຕາມສາຍແຈກ.

          ທ່ານ ເສົາມີນາ ມີວໍລະຈັກ ໃຫ້ຮູ້ຕື່ມວ່າ: ໂຄງການໄຟຟ້າແສງຕາເວັນ ບ້ານອຸ່ມໜາມຄອງ ພັດທະນາໃນເນື້ອທີ່ດີນປຸກສ້າງພະລັງງານແສງຕາເວັນ 15 ເຮັກຕາ; ມີອີນເວີເຕິ້ຈໍານວນ 3 ໜ່ວຍໃຫ່ຍ ແລະ 9 ໜ່ວຍນ້ອຍ; ມີຕູ້ COMBOX ຈຳນວນ 52 ຕູ້, 33,480 ແຜງ ລວມກຳລັງຕິດຕັ້ງ 10 ເມັກກາວັດ, ສມາດຜະລິດກະແສໄຟຟ້າໄດ້ສະເລ່ຍ 47,218 – 58,000 kWh/ວັນ ໂດຍຜ່ານ ຕາຂ່າຍ 22Kv ເພື່ອເຊື່ອມຕໍ່ລະບົບຂອງ ລັດວິສາຫະກິດໄຟຟ້າລາວ.
ໂດຍ: ຄຳແສງ ແກ້ວປະເສີດ
ລາຍງານສົດຈາກ ແຂວງ ສະຫວັນນະເຂດ.
ສາຍດ່ວນ: 1506