
ພິທີປະກາດການປັບປຸງກົງຈັກການຈັດຕັ້ງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 11 ຕຸລາ 2024 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ໃນກຳມະການ ພັກກະຊວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ຜູ້ອຳນວຍການລັດວິສາຫະກິດ ແລະ ພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ ທ່ານ ອຸໄທ ອິນທິລາດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງ ການເງິນ ວ່າດ້ວຍການຍົກຍ້າຍ, ຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນ ຮອງຫົວໜ້າກົມ ແລະ ຮອງຜູ້ອຳນວຍການລັດວິສາຫະກິດ ຕື່ມອີກຈຳນວນໜຶ່ງ ໃນນີ້: ຄື: 1) ແຕ່ງຕັ້ງ ທ່ານ ຈັນທະເລດ ວໍລະບຸດ, ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມກວດກາ ມາຮັບໜ້າທີ່ໃໝ່ເປັນ ຜູ້ອຳນວຍການ ລັດວິສາຫະກິດພັດທະນາແຮ່ທາດລາວ; 2) ແຕ່ງຕັ້ງ ທ່ານ ແກ້ວດວງພະຈັນ ພູມສະຫວັນ, ຫົວໜ້າພະແນກ ທຸລະກິດ-ແຜນການ, ລັດວິສາຫະກິດຖືຮຸ້ນລາວ ຂຶ້ນເປັນ ຮອງຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວ ປ່ຽນແທນ ທ່ານ ໄມເພັດ ພົນພິລາ ທີ່ພັກການຮັບອຸດໜູນບຳເນັດ.


ພ້ອມກັນນີ້, ໃນພິທີ ທ່ານ ນາງ ແສງເດືອນ ວົງອິນ, ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຍົກຍ້າຍ, ຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ແລະ ຮອງຫົວໜ້າສະຖາບັນ ໃນນີ້: ໄດ້ແຕ່ງຕັ້ງຍົກຍ້າຍ ທ່ານ ວົງທອງ ທີມະຫາໄຊ ຮອງຫົວໜ້າກົມກວດກາ ມາຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມຄຸ້ມມຄອງບໍ່ແຮ່, ທ່ານ ຫຸມແພງ ເທື້ອມບຸນມີ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ມາຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ທ່ານ ປອ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ມາຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມກວດກາ; ແຕ່ງຕັ້ງ ທ່ານ ນາງ ມະລີວັນ ພົມແສງສະຫວັນ ຫົວໜ້າພະແນກ ສັງລວມຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື ຂຶ້ນເປັນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື. ສ່ວນຕຳແໜ່ງຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຫົວໜ້າສະຖາບັນ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າບັນດາກົມ ແລະ ຮອງຫົວໜ້າສະຖາບັນທີ່ມີແລ້ວ ແມ່ນຮັກສາໄວ້ຄືເກົ່າ.


ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ຈັນທະບູນ ສຸກອາລຸນ ກຳມະການ ປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ບາງຕອນ ທ່ານ ໄດ້ກ່າວວ່າ: ການປັບປຸງ, ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ” .

ການປັບປຸງ, ການສັບຊ້ອນຈັດວາງບຸກຄະລາກອນນໍາພາຂັ້ນຫົວໜ້າກົມ ແມ່ນແນໃສ່ເຮັດໃຫ້ຄຸນນະພາບຂອງກົງຈັກການຈັດຕັ້ງໄດ້ຮັບການປັບປຸງໄປຕາມທິດ “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ”, ເຮັດໃຫ້ການຈັດວາງພະນັກ ງານນໍາພາ-ຄຸ້ມຄອງເຂົ້າໃນຕໍາແໜ່ງງານຕ່າງໆໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ເຮັດໃຫ້ການເຄື່ອນໄຫວມີປະສິດທິຜົນສູງຂຶ້ນ ຊຶ່ງການແຕ່ງຕັ້ງໃນເທື່ອນີ້ ຈຸດປະສົງ ແລະ ລະດັບຄາດໝາຍເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍຄືກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກກະຊວງສະໄໝທີ IV ແລະເພື່ອ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດໜ້າທີ່ການເມືອງຂອງຂະແໜງການພວກເຮົາ, ໂດຍສະເພາະແມ່ນເພື່ອຮອງຮັບການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະໃໝ່.

ພາບ: ສົມສະນຸກ
ແຫຼ່ງຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ຮຽນຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506



