ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງຜົນສຳເລັດ ການຜະລິດໂຄງການ ໂບຣມິນ 10.000 ໂຕນ/ປີ

          ທ້າຍເດືອນ ພຶດສະພາ ທີ່ຜ່ານມາ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມພິທິສະເຫຼີມສະຫຼອງຜົນສໍາເລັດການທົດລອງນໍາໃຊ້ເຄື່ອງຈັກການຜະລິດ ໂຄງການໂບຣມິນ 10.000 ໂຕນ/ປີ ທີ່ເປັນໂຄງການ ອະໂປຕາສທຳອິດ ໂດຍບໍລິສັດ ວັດສະດຸໃໝ່ອາ-ຊີຈໍາກັດ ໃນເຂດນິຄົມອຸດສາຫະກໍາໝູນ-ວຽນອັດສະລິຍະອາຊີ-ໂປຕາສສາກົນ ຢູ່ແຂວງຄໍາມ່ວນ ສປປ ລາວ. ໃນພິທີດັ່ງກ່າວຍັງມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ບັນດາການນຳຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການແລະ ກິລາ, ລັດວິສາຫະກິດໄຟຟ້າລາວ . ພ້ອມນີ້, ຍັງມີ ທ່ານນາງ ລິວປິງຢ້ຽນ (Liu Bingyan) ກຳມະການບໍລິຫານ, ເລຂານຸການສະພາບໍລິຫານ, ຮອງປະທານ, ທ່ານ ເຈິ້ງ ໂຢວເຢ້ (Zheng Youye) ກຳມະການບໍລິຫານ, ຮອງປະທານ, ທ່ານ ທົງ ໂຢງເຫີງ (Tong Yongheng) ຮອງປະທານ, ຜູ້ອໍານວຍບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ, ທ່ານ ຊູ່ ເຊຈູນ(Su Xuejun) ຮອງປະທານ, ຫົວໜ້າກຳມະການກວດກາການເງິນ, ທ່ານ ລິວ ໂຢງກ່າງ(Liu Yonggang) ຮອງປະທານ ແລະ ບັນດາຄະນະບໍລິຫານຂັ້ນສູງຂອງຊີໂນ-ອາກຣີໂປຕາສ, ໜ່ວຍງານຮັບເໝົາກໍ່ສ້າງໂຄງການ, ບັນດາວິສາຫະກິດຮ່ວມມືແຕ່ຕົ້ນນ້ຳເຖິງປາຍນ້ຳ ຂອງໂຄງການອຸດສາຫະກໍາໂບຣມິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ໂຄງການອາຊີ-ໂປຕາສ ເປັນຕົວແບບທີ່ດີໃນການຊຸກຍູ້ການພັດທະນາອຸດສາຫະກໍາ ແລະ ບໍ່ແຮ່, ປະກອບສ່ວນເຂົ້າໃນການສ້າງລາຍຮັບດ້ານການເງິນ ໃຫ້ປະເທດຊາດ ແລະ ການພັດທະນາທ້ອງຖິ່ນ, ສ້າງຊື່ສຽງດ້ານການຂຸດຄົ້ນບໍ່ແຮ່ໃຫ້ແກ່ປະເທດລາວ ໂດຍສະເພາະອຸດສາຫະກໍາເກືອໂປຕາສ, ເປັນການຊຸກຍູ້ການພົວ ພັນຮ່ວມມືລະຫວ່າງລາວ-ຈີນ. ໂຄງການນິຄົມອຸດສາຫະກໍາອາຊີ-ໂປຕາສສາກົນ ເປັນໂຄງການອຸດສາ ຫະກໍາ ສາມາດຊຸກຍູ້ເສດຖະກິດເຂັ້ມແຂງ, ຫັນປ່ຽນຫຼາຍດ້ານຂອງ ສປປລາວ ເປັນຕົ້ນ ຍົກສູງປະສິດ ທິພາບຂະແໜງການຜະລິດ, ການພັດທະນາຊັບພະຍາກອນມະນຸດ, ສ້າງລະບຽບວິໄນ, ພັດທະນາລະ ບົບຕ່ອງໂສ້ອຸດສາຫະກໍາ ແລະ ລະບົບການສະໜອງຄວາມຕ້ອງການ, ສ້າງກຸ່ມວິສາຫະກິດຂະໜາດນ້ອຍ-ກາງ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ, ດຶງດູດການລົງທຶນ ແລະ ອື່ນໆ, ຊ່ວຍສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ໂຄງການດັ່ງກ່າວສາມາດຊຸກຍູ້ໃຫ້ຫຼາຍພາກສ່ວນຮ່ວມກັນພັດທະນາ. ຖ້າຫາກວ່າໂຄງການດັ່ງກ່າວ ສາມາດດໍາເນີນໄປຕາມສັນຍາ, ພັດທະນາວ່ອງໄວໄປຕາມເປົ້າໝາຍ, ການຄາດຫວັງ ແລະ ແຜນການທີ່ກໍານົດຈະເປັນການຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງແຂວງຄໍາມ່ວນ ກໍຄື ຂອງ ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.
          ບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ ທີ່ສັງກັດຢູ່ອາຊີ-ໂປຕາສສາກົນ ເປັນວິສາຫະກິດຕົວແບບໃນບັນດາວິສາຫະກິດ ທີ່ດໍາເນີນກິດຈະ ການດ້ານບໍ່ແຮ່ຢູ່ແຂວງຄໍາມ່ວນ, ບໍລິສັດໄດ້ພັດທະນາກິດຈະການຂອງຕົນຢ່າງຕໍ່ເນື່ອງ, ສ້າງໂຄງການອຸດສາຫະກໍາຫລາຍຢ່າງ. ອາຊີ-ໂປຕາສ ເຄົາລົບ ແລະ ປະຕິບັດກົດໝາຍ, ນັບຖືຮີດຄອງປະເພນີທ້ອງ ຖິ່ນ, ກະຕືລືລົ້ນໃນການປະຕິບັດພັນທະດ້ານສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການພັດທະນາສັງຄົມຂອງແຂວງຄໍາມ່ວນ ແລະ ບັນດາເມືອງອ້ອມຂ້າງ, ສ້າງວຽກເຮັດງານທໍາຈໍານວນຫລວງຫລາຍໃຫ້ແກ່ປະຊາຊົນ, ຍົກລະດັບ ແລະ ປັບປ່ຽນເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນ. ການປະກອບສ່ວນດ້ານສັງຄົມທີ່ພົ້ນເດັ່ນ ຂອງບໍລິສັດ ແມ່ນການປະຕິບັດໂຄງການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ, ຊ່ວຍສ້າງໂຮງຮຽນ, ຂົວ, ທາງ ແລະ ສວນຜັກໃນເຮືອນຮົ່ມ. ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ຂອງອາຊີ-ໂປຕາສ ໄດ້ສໍາເລັດການທົດລອງຜະລິດ, ການພັດທະນາໂປຕາສ ແລະ ອະໂປຕາສ ແມ່ນດຳເນີນໄປພ້ອມໆກັນ ເຊິ່ງເປັນການປະ ກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາແຂວງຄໍາມ່ວນ ກໍຄື ສປປ ລາວ.

           ໃນເດືອນມີນາ ປີນີ້, ອາຊີ-ໂປຕາສ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສສາກົນຢູ່ແຂວງຄໍາມ່ວນ ເຊິ່ງເປັນການເລີ່ມຕົ້ນຈັດຕັ້ງປະຕິບັດຢ່າງຮອບດ້ານ ໂຄງການນິຄົມອຸດສາຫະກໍາທີ່ປະກອບດ້ວຍ 3 ເຂດຄື: ເຂດອຸດສາຫະກໍາຝຸ່ນໂປຕາສ, ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີໂປຕາສ, ໂຄງການນິຄົມອຸດສາຫະກຳດັ່ງກ່າວ ແມ່ນການວາງແຜນພັດທະນາໂດຍຖືເອົາການສົ່ງເສີມການສະໜັບສະໜູນຂອງ ລັດຖະບານລາວ, ຊັບພະຍາກອນບໍ່ແຮ່, ຊັບພະຍາກອນພະລັງ ງານໄຟຟ້າ, ຕົ້ນທຶນດ້ານແຮງງານ ແລະ ທີ່ດິນເປັນສິ່ງພົ້ນເດັ່ນ ເພື່ອກຳແໜ້ນ, ປະສານສົມທົບກັບການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວເມືອງ, ພ້ອມທັງຂະຫຍາຍການເຊື່ອມຕໍ່ໄປຍັງການຫັນກະສິກຳແບບດັ້ງເດີມ ໄປສູ່ຮູບແບບກະສິກຳທີ່ທັນສະໄໝ, ຊຸກຍູ້ຮອບດ້ານເລັ່ງການພັດທະນາຂະແໜງ ບໍລິການ, ອອກແຮງສົ່ງເສີມ ສປປ ລາວ ປະກອບສ້າງໂຄງສ້າງອຸດສາຫະກຳ ທີ່ທົດແທນການນຳເຂົ້າແລະ ສົ່ງອອກ ເພື່ອສ້າງລາຍຮັບເງິນຕາ. ຄາດວ່າ ພາຫຼັງໄດ້ດຳເນີນໂຄງການ ແຕ່ລະປີຈະມອບລາຍຮັບການເງິນປະມານ 320 ລ້ານໂດລາສະຫະລັດ, ເພີ່ມການສຳຮອງເງິນ ຕາຕ່າງປະເທດປະມານ 1,7 ຕື້ໂດລາ, ຂັບເຄື່ອນການຈ້າງງານແຕ່ 30.000-50.0000 ຄົນ.

ພາບ ແລະ ຂໍ້ມູນ: ກອງເລຂາການນຳກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ