ຫຼັງຈາກນັ້ນ, ການນຳຂອງທັງສອງຝ່າຍ ໄດ້ພ້ອມກັນເຂົ້າຮ່ວມຂະບວນການແຂ່ງຂັນກິລາຕີບູນ ມິດຕະພາບ ຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ນຳທີມໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຝ່າຍວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ນຳທີມໂດຍ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າອຳນວຍການວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ພ້ອມດ້ວຍຄະນະ. ການສ້າງຂະບວນການຄັ້ງນີ້, ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ.