ຜ່ານຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ໃນວັນທີ 04 ພຶດສະພາ 2022 ສະພາແຫ່ງຊາດ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ; ການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021, ມາດຕາ 52 ແລະ ມາດຕາ 53 ກ່ຽວກັບການມອບສິດໃຫ້ກວດກາຮ່າງກົດໝາຍ ແລະ ເນື້ອໃນຂອງການກວດກາຮ່າງກົດໝາຍ ເມື່ອກົດໝາຍສະເໜີຫາຄະນະປະຈຳສະພາແຫ່ງຊາດແລ້ວ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ຕາມ 3 ພາລະບົດບາດນັ້ນ ຄະນະປະຈໍາສະພາແຫ່ງຊາດ ໃນນາມເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ແກ່ສະພາແຫ່ງຊາດ ສະນັ້ນ, ການຈັດກອງປະຊຸມກວດກາເນື້ອໃນຮອບດ້ານໃນຄັ້ງນີ້ ຈຶ່ງມີຄວາມສໍາຄັນຫຼາຍ ເພື່ອເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນ ມິຖຸນາ 2022 ນີ້, ພາຍຫຼັງສຳເລັດກອງປະຊຸມທ່ານປະທານຈະໄດ້ນຳເອົາເອກະສານລາຍງານຜົນການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍຕໍ່ ຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຊີ້ນຳ.

ໃນກອງປະຊຸມໄດ້ພ້ອມກັນສຸມສະຕິປັນຍາໃນການຄົ້ນຄວ້າ ແລະ ລົງເລິກບັນຫາທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ.

ທ່ານ ປອ ດາວວົງ ພອນແກ້ວ ກໍ່ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການສ້າງຮ່າງ ກົດ  ໝາຍ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ແລະ ໄດ້ສະເໜີ ປະກອບດ້ວຍ 4 ຫົວຂໍ້ ຄື:

  1. ສະພາບການພັດທະນາພະລັງງານໃນໄລຍະຜ່ານມາ;
  2. ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;
  3. ສະພາບການສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;
  4. ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;
  5. ຄາດຄະເນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ.

 

  1. ສະພາບການພັດທະນາພະລັງງານໃນໄລຍະຜ່ານມາ

ຄືດັ່ງພວກພວກເຮົາຮັບຮູ້ນຳກັນແລ້ວວ່າ ນັບຕັ້ງແຕ່  ສ​ປ​ປ ​ລາວ ໄດ້ເປີດປະຕູສູ່ໂລກ ພາຍນອກ ກໍຄືການເປີດເອົາການລົງທຶນຈາກຕ່າງປະເທດ ແຕ່ ປີ 1986 ເປັນຕົ້ນມາ, ການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດການລົງທຶນໃສ່ໃນຂະແໜງການໂຄງລ່າງພື້ນຖານຕ່າງໆ ໄດ້ຮັບການຂະຫຍາຍໂຕຢ່າງວ່ອງໄວ ແລະ ຫຼວງຫຼາຍ ຊຶ່ງ​ມີ​ຄວາມຕ້ອງ​ການ​ພະ​ລັງ​ງານໄຟຟ້າຢ່າງມະ​ຫາ​ສານ, ພ້ອມ​ດຽວ​ກັນ​ຢູ່​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ ສ​ປ​ປ​ລາວ ກໍ​ມີ​ຄວາມ​ຕ້ອງ​ການ​ໄຟ​ຟ້າ ຢ່າງຫຼວງຫຼາຍ ແລະ ​ມີ​ຄວາມຕ້ອງ​ການ​ຊື້​ພະ​ລັງ​ງານ​ໄຟ​ຟ້າ ຈາກ ສ​ປ​​ປ ​ລາວ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ. ດັ່ງ​ນັ້ນ ມີຫຼາຍກວ່າຮ້ອຍໂຄງການ ​ສ່ວນຫຼາຍ​ແມ່ນ​ໄຟ​ຟ້າ​ນ້ຳ​ຕົກ ໄດ້ຮັບການອະນຸຍາດຈາກ​ລັ​ດ​ຖະ​ບານ​ພັດທະນາໃນໄລຍະຜ່ານມາ. ໃນປີ 1986 ສ​ປ​ປ​ ລາວ ມີ ເຂື່ອນໄຟຟ້າ ພຽງແຕ່ 3 ແຫ່ງ ຄື ເຂື່ອນເຊລະບຳ, ນໍ້າດົງ ແລະ ນໍ້າງື່ມ ເທົ່າ​ນັ້ນ ແຕ່ມາ ເຖິງ ປັດຈຸບັນ ສ​ປ​ປ​ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ. ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພັດ​ທະ​ນາ​ຂະ​ແໜງ​ພະ​ລັງ​ງານ ມີ​ຄວາມ​ຍືນ​ຍົງ, ມາເຖິງປີ 2006 ລັດຖະບານ ໄດ້ສ້າງຕັ້ງ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນ, ໄດ້ປັບປຸງກົດໝາຍວ່າດ້ວຍໄຟຟ້າ ແລະ ສ້າງນິຕິກຳໃຕ້ກົດໝາຍ ຫຼາຍກວ່າ 50 ສະບັບ ນຳໃຊ້ເພື່ອສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂະແໜງພະລັງງານ ເປັນອັນສະເພາະ ໃຫ້ສາມາດນຳເອົາຜົນປະໂຫຍດສູງສຸດ ແລະ ການພັດທະນາແບບຍືນຍົງ ມາສູ່ປະເທດ.

ເຖິງແນວໃດກໍຕາມ ມາຮອດປີ 2015, 2017 ແລະ 2018 ໄດ້ເກີດມີເຂື່ອນໄຟຟ້າ 3 ແຫ່ງ ແຕກພັງ ສ້າງຄວາມສູນເສຍທາງດ້ານຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງສຳຄັນ ຢ່າງ​ມະ​ຫາ​ສານໃຫ້ກັບ ປະ​ຊາ​ຊົນ ແລະ ລັດ​ຖະ​ບານ ຂອງ ສ​ປ​ປ​ລາວ ໂດຍສະເພາະແມ່ນການແຕກພັງຂອງເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ເປັນໂຄງການຂະໜາດ​ໃຫຍ່ ເຮັດ​ໃຫ້ລັດ​ຖະ​ບານ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ ດຳ​ເນີນ​ການກວດ​ກາ ເຂື່ອນ​ທີ່​ກຳ​ລັງ​ດຳ​ເນີນ​ງານ, ກຳ​ລັງ​ກໍ່​ສ້າງ ແລະ ກຳ​ລັງ​ສຶກ​ສາ ໃນ​ທົ່ວ​ປະ​ເທດ

ດັ່ງນັ້ນ ຜ່ານການລົງກວດກາບັນດາເຂື່ອນຕົວຈິງ ແລະ ຈັດປະຊຸມຖອດຖອນບົດຮຽນຄວາມປອດ ໄພຂອງເຂື່ອນຫຼາຍຄັ້ງທີ່ຜ່ານມາ, ພວກເຮົາສະຫຼຸບໄດ້ວ່າ: ໃນໄລຍະຜ່ານມາບັນດາກົດໝາຍ ແລະ ນິຕິ ກຳທີ່ຄຸ້ມຄອງຄວາມປອດໄພຂອງເຂື່ອນຂອງປະເທດເຮົາ ຍັງມີໜ້ອຍ ແລະ ບໍ່ທັນເໝາະສົມກັບສະພາບ ການຂອງໂລກປັດຈຸບັນທີ່ມີໄພທຳມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກຳທີ່ມີຍັງ ມີລັກສະນະສົ່ງເສີມການລົງທຶນບໍ່ທັນໄດ້ເວົ້າເຖິງຄວາມປອດໄພ, ການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ຫຼື ນິຕິກຳຍັງບໍໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບ ໃຫ້ກັບ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນດ້ານຄວາມປອດໄພຂອງເຂື່ອນຍັງບໍ່ທັນຈະແຈ້ງ ແລະ ລະອຽດ, ຄວາມຮູ້ຄວາມສາມາດ ແລະ ເອົາໃຈໃສ່ ຕໍ່ວຽກງານຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແຕ່ສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເຮັດໄດ້ດີ, ການຈັດຕັ້ງ ແລະ ພະນັກງານຍັງບໍ່ທັນພຽງພໍ ກັບ ຈຳນວນເຂື່ອນທີ່ສົ່ງເສີມ, ການສຶກສາ-ສຳຫຼວດດ້ານທໍລະນີສາດ, ດ້ານອຸທົກກະສາດ ແລະ ສິ່ງແວດລ້ອມ, ການກໍ່ສ້າງ ແລະ ການດຳເນີນງານຍັງບໍ່ທັນມີການຄຸ້ມຄອງທີ່ດີ. ຖ້າເວົ້າກ່ຽວກັບ ເຂື່ອນ, ນອກຈາກເຂື່ອນໄຟຟ້າກໍຍັງມີເຂື່ອນຫາງແຮ່, ເຂື່ອນຊົນລະປະທານ ແລະ ຕໍ່​ໜ້າ​ອາດ​ຈະ​ມີເຂື່ອນນໍ້າປະປາ ແລະ ເຂື່ອນອະເນດປະສົງອື່ນໆ ຊຶ່ງ​ໄລ​ຍະ​ຜ່ານ​ມາ ການ​ຄຸ້ມ​ຄອງຍັງດຳ​ເນີນ​ໄປຂະແໜງການພໍໃຜພໍມັນຢູ່ ຍັງບໍ່ທັນມີຂໍ້ມູນ ກ່ຽວກັບ ຄວາມປອດໄພ ແຕ່ເຂື່ອນເລົ່ານັ້ນ ຖ້າແຕກພັງ ກໍສາມາດສ້າງຜົນເສຍ ຫາຍໄດ້ເຊັ່ນກັນ.

 

  1. ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ໄລຍະຜ່ານມາ ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ ເລີ່ມແຕ່ຂັ້ນຕອນການສຳຫຼວດ, ອອກ ແບບ, ກໍ່ສ້າງ ແລະ ດໍາເນີນການ ຍັງບໍ່ທັນມີກົດໝາຍຄຸ້ມຄອງເປັນອັນສະເພາະ, ສ່ວນໃຫຍ່ ຈະເນັ້ນ ແຕ່ເຕັກນິກ ການກໍ່ສ້າງ, ບໍ່ໄດ້ເນັ້ນສະເພາະຄວາມປອດໄພຈາກການພັດທະນາ ແລະ ການນໍາໃຊ້ເຂື່ອນ, ຜ່ານມາອີງໃສ່ກົດໝາຍວ່າດ້ວຍ ໄຟຟ້າ, ກົດໝາຍວ່າດ້ວຍ ການກໍ່ສ້າງ ແລະ ກົດໝາຍດ້ານສິ່ງແວດລ້ອມ ແລະ ອື່ນໆທີ່ກ່ຽວຂ້ອງເປັນບ່ອນອີງຈັດຕັ້ງປະຕິບັດ, ແຕ່ຍັງມີເນື້ອໃນບໍ່ ຄົບຖ້ວນ, ບໍ່ຈະແຈ້ງ, ບໍ່ຮັດກຸມ ຈຶ່ງມີຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງ, ປ່ອຍປະລະເລີຍ ຕໍ່ກັບມາດຕະການຮັກສາຄວາມປອດໄພຂອງເຂື່ອນເປັນສາເຫດເຮັດໃຫ້ເຂື່ອນຂະໜາດນ້ອຍແຕກພັງ ຢູ່ແຂວງ ຊຽງຂວາງ ແລະ ທີ່ຮ້າຍແຮງແມ່ນການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໃນປີ 2018, ຊຶ່ງໄດ້ສ້າງຜົນກະທົບໃຫ້ແກ່ຊີວິດ, ຈິດໃຈ, ສຸຂະພາບ, ຊັບສິນຂອງພົນລະເມືອງ ແລະ ສິ່ງແວດ ລ້ອມຫຼາຍພໍສົມຄວນ, ຕໍ່ບັນຫາດັ່ງກ່າວ ໂດຍໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຊ່ວຍເຫຼືອ, ແກ້ໄຂ ແລະ ຟື້ນຟູປະຊາຊົນທີ່ໄດ້ຮັບຜົນ ກະທົບ ຈາກໂຄງການ. ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນການລົງກວດກາຕາມແຈ້ງການ ສະບັບເລກທີ 1815/ຫສນຍ, ລົງວັນທີ 10 ພະຈິກ 2019 ເປັນຕົ້ນ ບັນດາເຂື່ອນໄຟຟ້າທັງຂະໜາດນ້ອຍ ແລະ ໃຫຍ່ ຢູ່ໃນໄລຍະກໍ່ສ້າງ ແລະ ດໍາເນີນງານ ເພື່ອໃຫ້ຜູ້ພັດທະນາ ປະຕິບັດຕາມມາດຕະຖານເຕັກນິກຂອງການ ອອກ ແບບໃຫ້ມີຄວາມປອດໄພ. ສະນັ້ນ, ເຫັນໄດ້ວ່າບັນຫາດັ່ງກ່າວ ລັດຖະບານ ໄດ້ມີທິດຊີ້ນໍາໃຫ້ສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ອະນຸມັດໃຫ້ສ້າງ ຕັ້ງກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ເພື່ອຄຸ້ມຄອງ, ຕິດຕາມ ກວດກາ ຄວາມປອດໄພຂອງເຂື່ອນ.

  1. ສະພາບການສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ດ້ວຍເຫດຜົນທີ່ກ່າວມາຂ້າງເທິງ ມາໃນປີ 2020 ລັດຖະບານ ຈຶ່ງໄດ້ຕົກລົງສ້າງກົດໝາຍ ວ່າ ດ້ວຍຄວາມປອດໄພຂອງເຂື່ອນ ແລະ ໃນປີ 2021 ໄດ້ປັບປຸງພາລະບົດບາດຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຄືນໃໝ່ ໂດຍໄດ້ສ້າງຕັ້ງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເພື່ອມາຮັບຜິດຊອບ ຄວາມປອດໄພຂອງເຂື່ອນ ແນ່ໃສ່ຮັບປະກັນໃຫ້ການກໍ່ສ້າງ ແລະ ດຳເນີນງານບັນດາ ເຂື່ອນແຕ່ລະປະເພດມີຄວາມປອດໄພທີ່ສຸດ. ດັ່ງນັ້ນ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຈຶ່ງແມ່ນ ໜຶ່ງໃນກົດ ໝາຍທີ່ນອນຢູ່ໃນແຜນການສ້າງຂອງລັດຖະບານ ແຕ່ປີ 2021-2025, ພ້ອມດຽວກັນສະພາແຫ່ງຊາດ ກໍຈະນຳເອົາຮ່າງກົດໝາຍນີ້ເຂົ້າຜ່ານໃນກອງປະຊຸມສະໄໝສາມັນ ຄັ້ງທີ 3 ກໍຄືເດືອນໜ້າ ມິຖຸນາ 2022 ໃນມໍ່ໆນີ້ ເພື່ອເຮັດໃຫ້ບັນດາຂະແໜງການກ່ຽວຂ້ອງ, ເຈົ້າຂອງເຂື່ອນ ຕະຫຼອດຮອດປະຊາຊົນເປັນບ່ອນອີງ ແລະ ເປັນເຄື່ອງມືໃນການຄຸ້ມຄອງປົກປັກຮັກສາເຮັດໃຫ້ບັນດາເຂື່ອນ ຈະເປັນເຂື່ອນໄຟຟ້າ, ເຂື່ອນຊົນລະປະທານ, ເຂື່ອນຫາງແຮ່ ແລະ ເຂື່ອນອື່ນໆ ໃນ ສປປ ລາວ ມີຄວາມປອດໄພສູງສຸດ.

ເພື່ອຮັບປະກັນໃຫ້ຖືກຕ້ອງກັບຂັ້ນຕອນ ແລະ ຂໍ້ກຳນົດ ຂອງການສ້າງກົດໝາຍ ທີ່ລະບຸໄວ້ ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ຂອງ ສປປ ລາວ ທຸກຢ່າງ, ໃນທ້າຍປີ 2020 ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ສ້າງຕັ້ງຄະນະຮັບຜິດຊອບສ້າງກົດໝາຍດັ່ງກ່າວ ໂດຍມີ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຫົວໜ້າຄະນະ ແລະ ມີຄະນະມາຈາກຂະແໜງການທີ່ກ່ຽວຂ້ອງຢ່າງຄົບຖ້ວນ, ໄດ້ເລີ່ມຈັດປະຊຸມຮ່າງກົດ ໝາຍ ຄັ້ງທີ 1 ໃນວັນທີ 9 ກຸມພາ 2021, ເຖິງຈະມີສະພາບການແຜ່ລະບາດຂອງ ພະຍາດໂຄວິດ 19 ຢ່າງ                ໜັກໜ່ວງ ຢູ່ ປະເທດເຮົາກໍຕາມ ແຕ່ຄະນະດັ່ງກ່າວ ກໍສາມາດຈັດປະຊຸມຮ່ວມກັນ ໃນຮູບແບບທາງໄກ ໄດ້ 30 ກວ່າຄັ້ງ ຈຶ່ງສຳເລັດ. ຄະນະຮັບຜິດຊອບ ໄດ້ສົ່ງຮ່າງກົດໝາຍນີ້ເພື່ອຂໍຄຳເຫັນນໍາ ທ່ານ ລັດຖະມົນຕີ, ທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມກອງ ແລະ ລັດວິສາຫະກິດພາຍ ໃນກະຊວງ ໃນວັນທີ 21 ທັນວາ 2021, ສົ່ງໃຫ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ນະຄອນຫຼວງ ທົ່ວປະເທດ ໃນວັນທີ 24 ທັນວາ 2021 ມາຮອດປັດຈຸບັນໄດ້ ມີຫຼາຍພາກ ສ່ວນສົ່ງບົດຄຳເຫັນ ມາໃຫ້ແດ່ແລ້ວ.

   ຕໍ່ມາ ໃນວັນທີ 28 ທັນວາ 2021 ຄະນະສ້າງກົດໝາຍ ໄດ້ຈັດປະຊຸມ ຮ່ວມກັບ ບັນດາກົມກອງທີ່ຄຸ້ມ ຄອງ ເຂື່ອນພາຍໃນປະເທດ ລວມມີ ກົມນະໂຍບາຍ ແລະ ແຜນພະລັງງານ, ກົມຄຸ້ມຄອງພະລັງງານ, ກົມທຸລະກິດພະລັງງານ, ກົມຄຸ້ມຄອງບໍ່ແຮ່, ກົມຊົນລະປະທານ (ກະຊວງກະສິກໍາ ແລະ ປ່າໄມ້), ກົມນໍ້າປະປາ (ກະຊວງໂຍທາທິການ ແລະ ຂົນສົ່ງ), ກົມຊັບພະຍາກອນນໍ້າ (ກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ) ຊຶ່ງມີຜຸ້ເຂົ້າຮ່ວມຈໍານວນ 23 ທ່ານ, ຍິງ 03 ທ່ານ.

ຫຼັງຈາກນັ້ນ ທາງຄະນະສ້າງກົດໝາຍ ໄດ້ຈັດປະຊຸມທາບທາມຮ່າງກົດໝາຍດັ່ງກ່າວຮ່ວມກັບ ສະພາປະຊາຊົນຂັ້ນແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ຂອງ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ລວມເປັນ 15 ແຂວງ. ຕໍ່ມາໃນວັນທີ 17 ກຸມພາ 2022 ທາງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດ ກອງປະຊຸມ ທາບທາມໃນຂັ້ນສູນກາງ ຢູ່ ຫໍປະຊຸມແຫ່ງຊາດ, ໄດ້ຈັດປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງກົດໝາຍດັ່ງກ່າວຮ່ວມກັບກະຊວງຍຸຕິທຳຢູ່ເມືອງ ວັງວຽງ ໃນ ວັນທີ 24-25 ມີນາ 2022 ແລະ ວັນທີ 5-6 ເມສາ 2022 ຊຶ່ງສາມາດປັບປຸງສຳເລັດ.

ເພື່ອສາມາດສົ່ງຮ່າງກົດໝາຍ ໃຫ້ ສະພາແຫ່ງຊາດ ໄດ້ຕາມແຜນການ, ລັດຖະບານ ໄດ້ຈັດກອງປະຊຸມວິສາມັນຂຶ້ນໃນ ວັນທີ 12 ເມສາ 2022 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາຍົກລັດຖະມົນຕີ, ມີການເຂົ້າຮ່ວມຂອງສະມາຊິກລັດຖະບານຢ່າງພ້ອມພຽງ ແລະ ທ່ານ ສຈ ປອ. ຈະເລີນ ເຢຍປາວເຮີ ຮອງ ປະທານ ສະພາແຫ່ງຊາດ, ປະທານກໍາ ມາທິການກົດໝາຍສະພາແຫ່ງຊາດ ກໍໄດ້ເຂົ້າຮ່ວມ ເພື່ອຄົ້ນຄວ້າ ແລະ ຜ່ານຮ່າງກົດໝາຍ 3 ສະບັບ, ໜື່ງໃນນັ້ນ ມີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ. ຮ່າງກົດໝາຍນີ້ ໄດ້ຮັບຄວາມສົນໃຈ ຈາກ ສະມາຊິກລັດຖະບານ ຢ່າງຫຼວງຫຼາຍ ສະແດງອອກ ໄດ້ມີຜູ້ປະກອບຄຳເຫັນທັງໝົດ 16 ທ່ານ ແລະ ມີ 32 ຄຳເຫັນ ໄດ້ຍົກຂຶ້ນ. ໃນວັນທີ 21 ເມສາ 2022 ລັດຖະບານ ຈຶ່ງໄດ້ອອກມະຕິກອງປະຊຸມວິສາມັນ ສະບັບເລກທີ 4/ລບ ຊຶ່ງໄດ້ເຫັນດີດ້ານຫຼັງການຮັບຮອງເອົາກົດໝາຍດັ່ງກ່າວ. ຫຼັງຈາກນັ້ນ ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຈັດປະຊຸມ ຮ່ວມກັບ ກະຊວງ ຍຸຕິທຳ ເພື່ອປັບປຸງ ກົດໝາຍຕາມຄຳເຫັນທີ່ຍົກຂຶ້ນນັ້ນຈາກຮ່າງທີ່ມີ 12 ພາກ ແລະ 88 ມາດຕາມາເປັນ ຮ່າງທີ່ມີ 10 ພາກ ແລະ 75 ມາດຕາ, ເພາະໄດ້ຕັດ 2 ພາກ ຄື: ພາກທີ V ການກວດສອບ ແລະ ການກວດກາດ້ານຄວາມປອດໄພຂອງເຂື່ອນ (ເພາະພາກນີ້ມີມາດຕາດຽວ ຍ້າຍໄປໂຮມໃສ່ພາກອື່ນ) ແລະ ພາກທີ IX ຄະນະກຳມະການຄຸ້ມຄອງ ຄວາມປອດໄພ ຂອງເຂື່ອນ (ຕັດອອກເລີຍ).

  1. ໂຄງປະກອບ ແລະ ເນື້ອໃນ​ຂອງຮ່າງ​ກົດ​ໝາຍ​ວ່າ​ດ້ວ​ຍ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ

ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຂອງເຂື່ອນ ມີ 10 ພາກ, 9 ໝວດ, 75 ມາດຕາ ມີເນື້ອໃນສໍາຄັນ ດັ່ງນີ້:

– ພາກທີ I ບົດບັນຍັດທົ່ວໄປ ມີ 8 ມາດຕາ, ໄດ້ກໍານົດຈຸດປະສົງ, ນິຍາມຄວາມປອດໄພຂອງເຂື່ອນ, ການອະທິບາຍຄໍາສັບ ເປັນຕົ້ນຄໍາວ່າ: ເຂື່ອນ ໝາຍເຖິງສິ່ງກໍ່ສ້າງທີ່ສ້າງດ້ວຍ ເບຕົງ, ຫີນ, ດິນ ຫຼື ວັດສະດຸອື່ນ ເພື່ອກັ້ນ, ກັກເກັບ, ລະບາຍນໍ້າ ຫຼື ອວ່າຍນໍ້າເປັນຕົ້ນ ເຂື່ອນໄຟຟ້າ, ເຂື່ອນຫາງແຮ່, ເຂື່ອນຊົນລະປະທານ, ເຂື່ອນນໍ້າປະປາ. ຜູ້ພັດທະນາເຂື່ອນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງໂຄງການ ຫຼື ຜູ້ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການພັດທະນາເຂື່ອນ. ໄດ້ກໍານົດນະໂຍບາຍ ຊຶ່ງລັດຊຸກຍູ້ໃຫ້ຜູ້ພັດທະນາຖືເອົາວຽກງານຄວາມປອດໄພຂອງເຂື່ອນເປັນບູລິມະສິດ ໃນການດຳເນີນກິດຈະການ ແລະ ທຸລະກິດກ່ຽວກັບເຂື່ອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໄດ້ກໍານົດຫຼັກການກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນ ໂດຍຮັບປະກັນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດທະນາເຂື່ອນ ແລະ ການຄຸ້ມຄອງຄວາມປອດໄພຂອງເຂື່ອນ. ມີການຕິດຕາມ ກວດກາ, ເຝົ້າລະວັງ, ແຈ້ງເຕືອນ ແລະ ມີມາດຕະການແກ້ໄຂໃນກໍລະນີສຸກເສີນ ແລະ ອຸປະຕິເຫດຈາກເຂື່ອນໃຫ້ທັນເວລາ ແລະ ອື່ນໆ. ໄດ້ກໍານົດຂອບເຂດການນໍາໃຊ້ ຊຶ່ງກົດໝາຍສະບັບນີ້ ບໍ່ນໍາໃຊ້ສໍາລັບເຂື່ອນທີ່ມີລວງສູງຕໍ່າກວ່າ 5 ແມັດ ແລະ ມີບໍລິມາດອ່າງກັກເກັບນ້ຳບໍ່ເກີນ ໜຶ່ງແສນ ແມັດກ້ອນ.

ພາກທີ II ຂະໜາດ ແລະ ປະເພດຄວາມສ່ຽງຂອງເຂື່ອນ ມີ 4 ມາດຕາ, ໄດ້ໃຫ້ຄໍາອະທິບາຍຄວາມສ່ຽງຂອງເຂື່ອນ ແມ່ນຄວາມເປັນໄປໄດ້ທີ່ອາດຈະເກີດຂຶ້ນ ແລະ ສົ່ງຜົນກະທົບດ້ານລົບໂດຍກົງຕໍ່ການດໍາລົງຊີວິດ, ສຸຂະພາບ, ຊັບສິນ ແລະ ສິ່ງແວດລ້ອມ. ປະເພດຄວາມສ່ຽງຂອງເຂື່ອນໄດ້ຖືເອົາຄວາມສູງ ແລະ ບໍລິມາດອ່າງເກັບກັກນໍ້າເປັນຕົວກໍານົດຂະໜາດຂອງເຂື່ອນ, ຖືເອົາປະຊາກອນຢູ່ລຸ່ມເຂື່ອນ ແລະ ຜົນເສຍຫາຍທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມໃນກໍລະນີເຂື່ອນແຕກ ເປັນຕົວກໍານົດປະເພດຄວາມສ່ຽງຂອງເຂື່ອນ ແລະ ໄດ້ຈັດແບ່ງອອກເປັນ 4 ປະເພດ ຄື: 1). ຄວາມສ່ຽງຕໍ່າ, 2). ຄວາມສ່ຽງກາງ, 3). ຄວາມສ່ຽງສູງ ແລະ 4). ຄວາມສ່ຽງຮ້າຍແຮງ.

  • ພາກທີ III ການຄຸ້ມຄອງຄວາມປອດໄພຂອງເຂື່ອນ ມີ 5 ໝວດ, 32 ມາດຕາ ຊຶ່ງໄດ້ເນັ້ນໃຫ້ຜູ້ພັດທະນາເຂື່ອນ ເປັນຜູ້ເກັບກໍາຂໍ້ມູນ, ວິເຄາະ, ວິໄຈ, ຄິດໄລ່, ອອກແບບຢ່າງລະ ອຽດ ແລະ ຮອບດ້ານ ແລ້ວສ້າງບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ ເພື່ອນໍາສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງພິຈາລະນາ, ໄດ້ກໍານົດໃຫ້ຜູ້ພັດທະນາໄດ້ມີວິສາວະກອນ ເພື່ອອອກແບບ, ການກໍ່ສ້າງ ແລະ ດໍາເນີນງານ. ໄດ້ກໍານົດໃຫ້ມີວິສາວະກອນຝ່າຍລັດ ເພື່ອຕິດຕາມ ກວດກາ ການອອກແບບ, ການກໍ່ສ້າງ ແລະ ດໍາເນີນງານຂອງເຂື່ອນ. ໄດ້ກໍານົດການບໍລິຫານຈັດການນໍ້າໃນສາຍນໍ້າດຽວກັນ ຕ້ອງແລກປ່ຽນຂໍ້ມູນ ຂ່າວສານ, ສ້າງກົນໄກການປະສານງານ ແລະ ເຮັດວຽກຮ່ວມກັນ  ເພື່ອບໍ່ໃຫ້ເກີດມີຜົນເສຍຫາຍຕໍ່ເຂື່ອນທີ່ຢູ່ຕອນລຸ່ມ ລວມທັງການສຶກສາສ້າງແຜນຮັບມືສຸກເສີນສຳລັບກໍລະນີເຂື່ອນແຕກພັງ.
  • ພາກທີ IV ແຜນຮັບມືສຸກເສີນ ມີ 2 ໝວດ, 6 ມາດຕາ, ໄດ້ກໍານົດໃຫ້ຜູ້ພັດທະນາເຂື່ອນ ຕ້ອງສ້າງແຜນຮັບມືສຸກເສີນ ເພື່ອທາບທາມກັບພາກສ່ວນທີ່ກ່ຽວຂ້ອງ ແລ້ວນໍາສະເໜີພາກລັດ ໄດ້ຮັບຮອງແຜນຮັບມືສຸກເສີນ ກ່ອນການດໍາເນີນການກໍ່ສ້າງເຂື່ອນ. ຜູ້ພັດທະນາເຂື່ອນ ຕ້ອງໄດ້ດໍາເນີນການຝຶກຊ້ອມ ການ ປະຕິບັດແຜນຮັບມືສຸກເສີນຕົວຈິງຮ່ວມກັບຂະແໜງການ, ປະຊາຊົນທີ່ອາດໄດ້ຮັບຜົນກະທົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຕາມເນື້ອໃນຂອງແຜນຮັບມືສຸກເສີນ ທີ່ໄດ້ກຳນົດໄວ້.
  • ພາກທີ V ການກວດສອບ ແລະ ການກວດກາ ດ້ານຄວາມປອດໄພຂອງເຂື່ອນ ມີ 2 ມາດຕາ, ໄດ້ເນັ້ນໃຫ້ຜູ້ພັດທະນາເຂື່ອນຕ້ອງກວດສອບ ແລະ ກວດກາຄວາມປອດໄພຂອງເຂື່ອນ ຄື: ກວດສອບ ແລະ ກວດກາ ປະຈຳວັນ, ເປັນໄລຍະ, ແບບພິເສດ, ຢ່າງລະອຽດ ແລະ ຄົບຖ້ວນ. ຜູ້ພັດທະນາເຂື່ອນ ຕ້ອງດໍາເນີນການກວດກາຄຸນນະພາບຂອງເຂື່ອນ ເພື່ອປະເມີນສະພາບຄວາມເປັນຈິງຂອງເຂື່ອນ ແລະ ບໍາລຸງຮັກສາສ້ອມແປງໃຫ້ຢູ່ໃນສະພາບການດໍາເນີນງານທີ່ດີ ຕາມການອອກແບບ ກ່ອນມອບໂອນ ໃຫ້ລັດຖະບານ.
  • ພາກທີ VI ສິດ ແລະ ພັນທະຂອງຜູ້ພັດທະນາເຂື່ອນ ແລະ ຜູ້ທິີ່ໄດ້ຮັບຜົນກະທົບ ມີ 2 ມາດຕາ, ໄດ້ເນັ້ນໃຫ້ຜູ້ພັດທະນາເຂື່ອນ ມີປະກັນໄພຕາມພັນທະທາງດ້ານສັນຍາໃນແຕ່ລະໄລຍະຂອງການພັດທະນາເຂື່ອນ ແລະ ວາງມາດຕະການກ່ຽວກັບຄວາມປອດໄພຂອງເຂື່ອນ. ໄດ້ກໍານົດສິດ ແລະ ພັນທະຂອງຜູ້ໄດ້ຮັບຜົນກະທົບ ເປັນຕົ້ນ ໄດ້ຮັບການຊ່ວຍເຫຼືອ, ການຊົດເຊີຍຄ່າເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ທີ່ເກີດຈາກການພັດທະນາເຂື່ອນ.
  • ພາກທີ VII ຂໍ້ຫ້າມ ມີ 3 ມາດຕາ, ໄດ້ກໍານົດຂໍ້ຫ້າມທົ່ວໄປ ຊຶ່ງຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທຳລາຍປ່າໄມ້ ເປັນຕົ້ນ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຍອດນໍ້າ ຊຶ່ງເຮັດໃຫ້ເຂື່ອນບໍ່ມີຄວາມປອດໄພ. ນຳໃຊ້ ຫຼື ແຈ້ງຂໍ້ມູນທີ່ບໍ່ມີມູນຄວາມຈິງກ່ຽວກັບຄວາມ ປອດໄພຂອງ ເຂື່ອນ. ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ຄວາມປອດໄພຂອງເຂື່ອນ ປອມແປງເອກະສານ ແລະ ອອກເອກະສານບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຊຶ່ງເຮັດໃຫ້ການພັດທະນາເຂື່ອນບໍ່ມີຄວາມປອດໄພ ລວມທັງການທໍາລາຍເອກະສານກ່ຽວກັບ ຄວາມປອດ ໄພຂອງເຂື່ອນ. ດຳເນີນກິດຈະການ ຫຼື ເຂົ້າຮ່ວມ ການອອກແບບ, ການກໍ່ສ້າງ ແລະ ການດຳເນີນງານເຂື່ອນ ທີ່ພົວພັນກັບວຽກງານທີ່ຕົນຮັບຜິດຊອບ ໂດຍບໍ່ໄດ້ຮັບອະນຸຍາດ. ຂໍ້ຫ້າມສໍາລັບຜູ້ພັດທະນາເຂື່ອນ ດຳເນີນການກໍ່ສ້າງ ແລະ ການປັບປຸງຮາກຖານເຂື່ອນ ໃນກໍລະນີທີ່ບໍ່ຜ່ານການກວດກາ ແລະ ບໍ່ໄດ້ຮັບໃບຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ນຳໃຊ້ ຫຼື ແຈ້ງຂໍ້ມູນກ່ຽວກັບການສຶກສາສຳຫຼວດ, ການອອກແບບ, ການກໍ່ສ້າງ, ການກັກເກັບນໍ້າ ແລະ ການດຳເນີນງານຂອງເຂື່ອນທີ່ບໍ່ຖືກຕ້ອງ ແລະ ບໍ່ມີຄວາມປອດໄພ.
  • ພາກທີ VIII ການຄຸ້ມຄອງ ແລະ ການກວດກາ ວຽກງານຄວາມປອດໄພຂອງເຂື່ອນ ມີ 2 ໝວດ, 9 ມາດຕາ, ໄດ້ກໍານົດອົງການຄຸ້ມຄອງ ແລະ ການກວດກາວຽກງານຄວາມປອດໄພຂອງເຂື່ອນ ຊຶ່ງຂະແໜງການ ພະລັງງານ ແລະ ບໍ່ແຮ່ ເປັນອົງການຫຼັກໃນການຄຸ້ມຄອງ.
  • ພາກທີ IX ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມີ 7 ມາດຕາ, ເປັນມາດຕາທີ່ກໍານົດກ່ຽວກັບນະໂຍບາຍ ແລະ ມາດຕະການ ຕາມກົນໄກຂອງການສ້າງນິຕິກໍາ.
  • ພາກທີ X ບົດບັນຍັດສຸດທ້າຍ ມີ 2 ມາດຕາ, ໄດ້ກໍານົດການຈັດຕັ້ງປະຕິບັດ ແລະ ຜົນສັກສິດ ຕາມກົນໄກການສ້າງນິຕິກໍາ.

 

  1. ຄາດຄະເນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ພາຍຫຼັງກົດໝາຍສະບັບນີ້ ຖືກປະກາດໃຊ້ ຄາດວ່າຈະມີຜົນໄດ້ຮັບ ດັ່ງນີ້:

  1. ມີນິຕິກຳໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ;
  2. ສ້າງຄວາມເຊື່ອໝັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ, ເຮັດໃຫ້ອົງການຈັດຕັ້ງຂອງລັດ ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃຈເຖິງຄວາມສຳຄັນ ແລະ ມີສ່ວນຮ່ວມເຂົ້າໃນວຽກງານຄວາມປອດໄພຂອງເຂື່ອນ;
  3. ຜູ້ພັດທະນາເຂື່ອນ ໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນຕໍ່ວຽກງານຄວາມປອດໄພຂອງເຂື່ອນເຂັ້ມງວດສູງຂຶ້ນ;
  4. ພົນລະເມືອງ ທີ່ໄດ້ຮັບຜົນກະທົບຈາກການລະເມີດກົດໝາຍສະບັບນີ້ ຈາກຜູ້ພັດທະນາເຂື່ອນ, ພະນັກງານ ແລະ ເຈົ້າໜ້າທີ່ຂອງລັດ ຈະໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຕາມລັດຖະທຳມະນູນ ແລະ ກົດໝາຍ.