ສະພາທຸລະກິດ ອາຊຽນ-ອາເມລິກາ ພົບປະ-ເຮັດວຽກ ກັບກະຊວງ ພະລັງງານ ແລະ ບໍ່ແຮ່

          ຕອນບ່າຍມື້ນີ້ ວັນທີ 2 ມິຖຸນາ 2023 ຢູ່ຫ້ອງປະຊຸມ 102. ໄດ້ມີພິທີພົບປະສອງຝ່າຍລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະພາທຸລະກິດອາຊຽນ-ອາເມລິກາ. ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ນຳໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຕາງໜ້າສະພາທຸລະກິດອາຊຽນ-ອາເມລິກາ ນຳໂດຍ ທ່ານ Michael .W Michalak ຮອງປະທານອາວຸໂສ ສະພາທຸລະກິດອາຊຽນ-ອາເມລິກາ ພ້ອມດ້ວຍຄະນະ ໃນນີ້ລວມມີບັນດາບໍລິສັດຈຳນວນ 10 ບໍລິສັດຈາກ ອາເມລິກາ ເຂົ້າຮ່ວມນຳ

          ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ທ່ານ Michael ທີ່ໄດ້ນຳພານັກລົງທຶນຈາກ ອາເມລິກາ ເຂົ້າມາພົບປະ, ປຶກສາຫາລືກັບກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ສະແດງຄວາມຂອບໃຈຕໍ່ ລັດຖະບານ ອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ ສປປລາວ ໃນໄລຍະຜ່ານມາ ກໍ່ຄືໃນປັດຈຸບັນ ເປັນຕົ້ນແມ່ນ ການສະໜັບສະໜູນໂຄງການນຳໃຊ້ຍານພາຫະນະທີ່ເປັນມິດກັບສິ່ງແວດລ້ອມ ໃນນີ້ລວມມີ ການນຳໃຊ້ລົດໄຟຟ້າ, ການພັດທະນາແຫລ່ງຜະລິດໄຟຟ້າສະອາດເຊັ່ນ: ພະລັງງານນໍ້າ, ພະລັງງານລົມ, ພະລັງງານແສງຕາເວັນ ແລະ ໂຄງການອື່ນໆ. ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ ນັກລົງທຶນອາເມລິກາ ສືບຕໍ່ເຂົ້າມາລົງທຶນຢູ່ ສປປລາວ ໂດຍສະເພາະໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ຫລາຍຂຶ້ນກວ່າເກົ່າ ເຊິ່ງໃນໄລຍະຜ່ານມາກໍ່ມີຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດເຊັ່ນ: ໃນຊຸມປີ 1990 ໄດ້ມີນັກລົງທຶນຈາກ ອາເມລິກາ ເຂົ້າມາສຶກສາສຳຫລວດ ແຮ່ຄຳ, ນໍ້າມັນ ແລະ ອາຍແກ໊ດ ແຕ່ຍ້ອນຂໍ້ມູນໃນເວລານັ້ນມີຈຳກັດ ຈຶ່ງບໍ່ໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດ ແຕ່ຜູ້ລົງທຶນກໍ່ໄດ້ສົ່ງມອບຂໍ້ມູນໃຫ້ ລັດຖະບານ ເຊິ່ງເປັນຂໍ້ມູນທີ່ເປັນປະໂຫຍດ ຕໍ່ການເກັບກຳຂໍ້ມູນດ້ານແຮ່ທາດ ແລະ ບໍ່ແຮ່ ຢູ່ ສປປລາວ. ໃນຂະດຽວກັນ ທ່ານ ຮອງລັດຖະມົນຕີ ຍັງໄດ້ຖືໂອກາດນີ້ ນຳສະເໜີຫຍໍ້ນະໂຍບາຍຂອງ ລັດຖະບານ ລາວ ໃນການພັດທະນາອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການເສດຖະກິດທີ່ສຳຄັນຂອງປະເທດ ໂດຍຖືເອົາການປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ, ເຮັດແນວໃດ ເຮັດໃຫ້ການຂຸດຄົ້ນຊັບພະຍາກອນທຳມະຊາດ ມີຄວາມຍືນຍົງ ແລະ ສີຂຽວ

          ທ່ານ ຮອງປະທານອາວຸໂສສະພາທຸລະກິດອາຊຽນ-ອາເມລິກາ ໄດ້ຕີລາຄາສູງ ແລະ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ລາຍງານຂໍ້ມູນທີ່ເປັນໂຫຍດຂອງ ທ່ານ ຮອງລັດຖະມົນຕີ, ໂດຍສະເພາະແມ່ນການສະເໜີຂໍ້ມູນການລົງທຶນຂອງ ອາເມລິກາ ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່, ການນຳສະເໜີນະໂຍບາຍຂອງລັດຖະບານລາວ ໃນການວາງເປົ້າໝາຍການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ທັງໃນອາດີດ ກໍ່ຄືໃນອະນາຄົດ. ທ່ານ ສະແດງຄວາມເຊື່ອໝັ້ນວ່າ ການນຳພານັກທຸລະກິດຈາກ ອາເມລິກາ ມາປຶກສາຫາລື ແລະ ແລກປ່ຽນບົດຮຽນ ຢູ່ ສປປລາວ ຄັ້ງນີ້ ຈະຊ່ວຍສະໜັບສະໜູນ, ຊຸກຍູ້ ການລົງທຶນ ແລະ ການຊ່ວຍເຫລືອ ຈາກ ອາເມລິກາ ຢູ່ ສປປລາວ ໂດຍສະເພາະຢ່າງຍິ່ງຢູ່ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ນັບມື້ນັບຫລາຍຂຶ້ນ.
ຫລັງຈາກນັ້ນ ບັນດາຜູ້ບໍລິຫານຂອງແຕ່ລະບໍລິສັດ ກໍ່ໄດ້ແລກປ່ຽນ, ສົນທະນາ ກ່ຽວກັບຂໍ້ມູນການລົງທຶນຂອງບໍລິສັດໃນໄລຍະຜ່ານມາຕື່ມອີກ

ໂດຍ: ຄຳແສງ ແກ້ວປະເສີດ