ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຄື່ອນໄຫວຊີ້ນຳວຽກງານຄວາມປອດໄພຂອງເຂື່ອນ ຢູ່ບັນດາໂຄງການເຂື່ອນໄຟຟ້າ ທີ່ແຂວງຫຼວງພະບາງ.

          ໃນວັນທີ 02 – 05 ຕຸລາ 2023 ທີ່ແຂວງ ຫຼວງພະບາງ, ທ່ານ ປະລິນຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງຢ້ຽມຢາມ ແລະ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ແລະ ໂຄງການຜະລິດໄຟຟ້າ ເຂື່ອນໄຟຟ້ານ້ຳອູ 1 ໂດຍມີທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ແລະ ທ່ານ ສົມໃຈ ວັນນະສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະຕິດຕາມການເຂົ້າຮ່ວມ.

         ການລົງຢ້ຽມຢາມ ແລະ ເຄື່ອນໄຫວຊີ້ນຳວຽກງານຂອງທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້ ຈຸດປະສົງແມ່ນເພື່ອ ລົງຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພຂອງເຂື່ອນ ຂອງບັນດາໂຄງການເຂື່ອນໄຟຟ້າໃນໄລຍະການກໍ່ສ້າງ ແລະ ການດຳເນີນງານ ໂດຍສະເພາະແມ່ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ, ມາດຕະຖານເຕັກນິກໄຟຟ້າຂອງລາວ (LEPTS) ແລະ ຄຳແນະນຳ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ເຊິ່ງເປັນນິຕິກຳຕົ້ນຕໍ ໃນການພັດທະນາໂຄງການເຂື່ອນໄຟຟ້າ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການທີ່ໄດ້ກຳນົດ, ທັງນີ້ ເພື່ອເຮັດໃຫ້ໂຄງການ ມີຄວາມຮັບປະກັນທາງດ້ານເຕັກນິກການກໍ່ສ້າງ, ມີຄວາມປອດໄພໃນການດຳເນີນງານ ແລະ ສອດຄ່ອງຕາມນະໂຍບາຍຂອງພັກ-ລັດ ໃນການພັດທະນາແບບຍືນຍົງ.

          ໃນການເຄື່ອນໄຫວວຽກງານຂອງ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້, ທ່ານໄດ້ລົງຢ້ຽມຢາມ ແລະ ເຄື່ອນໄຫວຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ໂດຍແມ່ນ ທ່ານ Thaveesith Tansakul, ຮອງຜູ້ຈັດການໂຄງການເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ໃຫ້ກຽດຕ້ອນຮັບຄະນະ. ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ ຕັ້ງຢູ່ເມືອງ ຈອມເພັດ, ແຂວງ ຫຼວງພະບາງ ຫ່າງຈາກເທດສະບານແຂວງ ຫຼວງພະບາງ ປະມານ 29 ກິໂລແມັດ, ຕັ້ງຢູ່ເບື້ອງລຸ່ມໂຄງການເຂື່ອນໄຟຟ້ານໍ້າຂອງປາກແບງ ປະມານ 105 ກິໂລແມັດ ແລະ ຕັ້ງຢູ່ເບື້ອງເທິງໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ປະມານ 126 ກິໂລແມັດ, ດຳເນີນການພັດທະນາພາຍໃຕ້ ບໍລິສັດ ຫຼວງພະບາງ ພາວເວີ້ ຈຳກັດ ແລະ ດຳເນີນການກໍ່ສ້າງໂດຍຜູ້ຮັບເໝົາ ບໍລິສັດ CH. Karnchang (LAO) ຈຳກັດ, ມີກຳລັງຕິດຕັ້ງທັງໝົດ 1460 MW, ມີໂນຳໃຊ້ກົງຫັນນ້ຳປະເພດ Kaplan Turbine ທີ່ເປັນມິດຕໍ່ປາ, ສາມາດຜະລິດພະລັງງານໄດ້ສະເລ່ຍ 6688 GWh ຕໍ່ ປີ. ຕາມແຜນການພັດທະນາຂອງໂຄງການ ຈະໃຊ້ໄລຍະເວລາໃນການກໍ່ສ້າງ 07 ປີ, ຄາດວ່າຈະສຳເລັດການກໍ່ສ້າງ ແລະ ສາມາດກ້າວເຂົ້າສູ່ການຜະລິດໄຟຟ້າຢ່າງເປັນທາງການ (COD) ໃນວັນທີ 01 ມັງກອນ ປີ 2030.

           ໃນວາລະກອງປະຊຸມ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງຜູ້ພັດທະນາ ບໍລິສັດ CKPower ຈຳກັດ, ເຊິ່ງອັນທີ່ໂດດເດັ່ນແມ່ນ ຜົນສຳເລັດໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ເຊິ່ງເປັນໂຄງການທຳອິດ ທີ່ເປັນບາດກ້າວອັນສຳຄັນ ແລະ ເປັນໂຄງການຕົວແບບໃນການພັດທະນາໂຄງການເຂື່ອນຕາມລຳນ້ຳຂອງ ຢູ່ ສປປ ລາວ. ທ່ານຍັງໄດ້ກ່າວຕື່ມອີກວ່າ ຜ່ານການພັດທະນາການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະຜ່ານມາ, ຜູ້ພັດພັດທະນາ ແມ່ນໄດ້ຖອດຖອນເອົາບົດຮຽນປະສົບການຕົວຈິງໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມາຕໍ່ຍອດ ແລະ ພັດທະນາໃຫ້ດີຂຶ້ນກວ່າເກົ່າ, ການພັດທະນາ ແລະ ຮູບແບບການບໍລິຫານຈັດການ ເປັນຮູບແບບສາກົນ ແລະ ເປັນມືອາຊີບ, ມີບັນດາຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ ທີ່ມີຄວາມເຊື່ອຖື ແລະ ມີປະສົບການສູງ ເຮັດໃຫ້ການຄວບຄຸມຄຸນນະພາບ-ມາດຕະຖານການກໍ່ສ້າງ ແລະ ການດຳເນີນງານຂອງເຂື່ອນ ສາມາດຮັບປະກັນໄດ້ຄວາມປອດໄພ, ມີມາດຕະຖານສູງ, ເປັນແຫຼ່ງຜະລິດພະລັງງານສະອາດ ແລະ ເປັນມິດກັບສິ່ງແວດລ້ອມ. ໃນອະນາຄົດຕໍ່ໜ້າ, ສປປ ລາວ ຈະກາຍເປັນປະເທດທີ່ນຳໜ້າໃນການສົ່ງອອກພະລັງງານສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ບໍ່ພຽງເປັນອັນດັບໜຶ່ງໃນຂົງເຂດອາຊຽນ ແຕ່ຈະກ້າວໄປເປັນອັນດັບຕົ້ນໆໃນຂົງເຂດພູມິພາກ, ເຊິ່ງໂຄງການເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ເປັນໜຶ່ງໃນຮູບແບບການຜະລິດພະລັງງານດັ່ງກ່າວ. ໃນຕອນທ້າຍຂອງວາລະ ທ່ານໄດ້ເນັ້ນຢໍ້າໃຫ້ກັບໂຄງການ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດຕາມ 5 ຫຼັກການໃຫຍ່ຂອງການພັດທະນາເຂື່ອນໄຟຟ້າຢູ່ຕາມສາຍນໍ້າຂອງ ເຊັ່ນ: ຕ້ອງມີທາງຂື້ນລົງຂອງປາ (ຂັ້ນໄດປາ), ທາງເດີນເຮືອ, ການບໍລິຫານຈັດການນໍ້າທີ່ດີ, ການບໍລິຫານຈັດການຕະກອນ ແລະ ສິ່ງສໍາຄັນແມ່ນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນ.

          ພາຍຫຼັງຈາກນັ້ນ, ທ່ານ ປອ ສີນາວາ ສຸພານຸວົງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມ ແລະ ເຄື່ອນໄຫວຊີ້ນຳວຽກງານທີ່ໂຄງການເຂື່ອນໄຟຟ້ານ້ຳອູ 1. ໂຄງການເຂື່ອນໄຟຟ້ານ້ຳອູ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດການພັດທະນາເຂື່ອນໄຟຟ້າຂອງລັດຖະບານ ແຫ່ງ ສປປ ລາວ, ໂຄງການເຂື່ອນໄຟຟ້ານ້ຳອູ ໄດ້ຮັບການລົງທຶນ ແລະ ພັດທະນາໂດຍ ບໍລິສັດ POWERCHINA ຈໍາກັດ ໃນການລົງທຶນຮູບແບບ BOT, ເຊິ່ງເປັນໜຶ່ງໃນຍຸດທະສາດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງລັດຖະບານ ແຫ່ງ ສປ ຈີນ. ໂຄງການດັ່ງກ່າວ ມີຈຳນວນ 7 ເຂື່ອນ, ມີກໍາລັງຕິດຕັ້ງລວມທັງຫມົດ 1,272 MW, ສາມາດຜະລິດກະແສໄຟຟ້າ ສະເລ່ຍຕໍ່ປີ ຈຳນວນ 5000 GWh ຕໍ່ປີ. ສະເພາະໂຄງການເຂື່ອນໄຟຟ້ານ້ຳອູ 1 ແມ່ນເຂື່ອນທີ່ຕັ້ງຢູ່ທ້າຍສຸດຂອງບັນດາເຂື່ອນໄຟຟ້າທີ່ນອນຢູ່ສາຍນ້ຳອູ, ຕັ້ງຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ, ຫ່າງຈາກເທດສະບານເມືອງ ຫຼວງພະບາງ ປະມານ 40 km, ມີກຳລັງຕິດຕັ້ງ 180 MW, ສາມາດຜະລິດພະລັງງານໄຟຟ້າສະເລ່ຍຕໍ່ຫຼາຍປີໄດ້ 679 GWh ຕໍ່ປີ, ເຊິ່ງໄດ້ເລີ່ມດໍາເນີນການຄ້າຢ່າງເປັນທາງການ (COD) ພ້ອມກັນກັບບັນດາໂຄງການພັດທະນາເຂື່ອນຢູ່ສາຍນ້ຳອູໄລຍະສອງ (ນ້ຳອູ 1, ນ້ຳອູ 3, ນ້ຳອູ 4 ແລະ ນ້ຳອູ 7) ໃນວັນທີ 01 ຕຸລາ 2021. 

          ໃຫ້ກຽດຕ້ອນຮັບຄະນະໂດຍ ທ່ານ Wang Liang, ຮອງຜູ້ອໍານວຍການບໍລິສັດ ຜະລິດໄຟຟ້າພະລັງງານນໍ້າ ນ້ຳອູ ຈຳກັດ ໄດ້ນຳພາຄະນະຂອງທ່ານ ຮອງລັດຖະມົນຕີ ເຂົ້າຢ້ຽມຊົມຫ້ອງສະແດງມູນເຊື້ອການພັດທະນາໂຄງການເຂື່ອນໄຟຟ້ານ້ຳອູ, ຕິດຕາມກວດກາສະພາບການດຳເນີນງານຂອງເຂື່ອນ ແລະ ຮູບແບບການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ, ພ້ອມທັງໄດ້ຮັບຟັງການລາຍງານໝາກຜົນຜົນສຳເລັດການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ຮັບຟັງແຜນການດຳເນີນງານໃນຕໍ່ໜ້າຈາກຜູ້ພັດທະນາໂຄງການ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວຊົມເຊີຍຜົນສຳເລັດການພັດທະນາໂຄງການເຂື່ອນໄຟຟ້າຢູ່ສາຍນ້ຳອູໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະແມ່ນ ການພັດທະນາ ແລະ ດຳເນີນງານຂອງເຂື່ອນໄຟຟ້ານ້ຳອູ 1 ເຊິ່ງເປັນໂຄງການໜຶ່ງ ທີ່ນຳໃຊ້ຮູບແບບການດຳເນີນການຜະລິດພະລັງງານໄຟຟ້າດ້ວຍເຕັກໂນໂລຊີສະໄໝໃໝ່ເຂົ້າໃນການວິເຄາະ ແລະ ຄວບຄຸມການຜະລິດ. ນອກນັ້ນ, ທ່ານ ຮອງລັດຖະມົນຕີ ຍັງຮຽກຮ້ອງໃຫ້ຜູ້ພັດທະນາ ສືບຕໍ່ປະສານງານ ແລະ ມີການລາຍງານຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່ອນ ຮ່ວມກັບພາກລັດ, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ບັນດາຂໍ້ມູນດັ່ງກ່າວ ເປັນຂໍ້ມູນພື້ນຖານອັນສຳຄັນ ເພື່ອຕອບສະໜອງເຂົ້າໃນໂປແກມຖານຂໍ້ມູນຄວາມປອດໄພຂອງເຂື່ອນໃນທົ່ວປະເທດ ເພື່ອຮັບປະກັນໃຫ້ມີການແລກປ່ຽນຂໍ້ມູນຂ່າວສານດ້ານຄວາມປອດໄພຂອງເຂື່ອນເຊິ່ງກັນແລະກັນ, ທັງເປັນການຍົກສູງວຽກງານຄວາມປອດໄພຂອງເຂື່ອນ ເຮັດໃຫ້ໂຄງການ ມີຄວາມຮັບປະກັນ, ປອດໄພ ແລະ ມີຄວາມຍືນຍົງ. 

           ໃນວາລະສຸດທ້າຍຂອງການລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນໃນຄັ້ງນີ້ ໃນວັນທີ 5/10/2023 ທ່ານ ຮອງລັດຖະມົນຕີ ໄດ້ຖືໂອກາດລົງໂອ້ລົມ ແລະ ໃຫ້ທິດຊີ້ນໍາໃຫ້ກັບພະນັກງານທ້ອງຖິ່ນ (ພບ ແຂວງ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ, ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ) ຊຶ່ງທ່ານກໍ່ໄດ້ເນັ້ນໜັກ 2 ບັນຫາໃຫຍ່: ໃຫ້ພະນັກງານ ມີສະຕິ, ສູ້ຊົນ, ບຸກບືນ ໃຫ້ຜ່ານຜ່າວິກິດການທາງດ້ານເສດຖະກິດ-ສັງຄົມ ທີ່ປະເທດເຮົາກໍາລັງປະເຊີນ; ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ທາງດ້ານເຕັກນິກ-ວິຊາການ ເພື່ອຮັບມື-ແກ້ໄຂ ບັນຫາໄຟຕົກໄຟມອດ ທີ່ທົ່ວສັງຄົມກັບລັງປະເຊີນຢູ່, ການບໍລິການ ແລະ ສະໜອງໄຟຟ້າໃຫ້ຜູ້ຊົມໃຊ້ພຽງພໍ, ມີປະສິດທິຜົນ.

ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ