ທ່ານ ຮອງລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ສາທາລະນະລັດ ຕວກກີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

            ຕອນເຊົ້າວັນທີ 11 ມີນາ 2024 ນີ້, ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Orhan ISIK ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວກກີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ໂດຍສະເພາະການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສປປລາວ ແລະ ສ.ຕວກກີ.
           ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ທູດ ທີ່ໄດ້ມາຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ ລັດຖະບານ ຕວກກີ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໄປຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບການພັດທະນາວຽກງານພະລັງງານຢູ່ ສ.ຕວກກີ ເມື່ອທ້າຍເດືອນທີ່ຜ່ານມາ.
          ທ່ານ ທູດສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ພົບປະຄັ້ງນີ້ຂອງ ທ່ານ ຮອງລັດຖະມົນຕີ ເຊິ່ງເປັນຂີດໝາຍສຳຄັນ ໃນການເພີ້ມທະວີການພົວພັນຮ່ວມມືດ້ານພະລັງງານ ລະຫວ່າງ ສ.ຕວກກີ ແລະ ສປປລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.

           ທ່ານ ທັງສອງໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາ ໂດຍສະເພາະໃນບັນຫາທີ່ທັງສອງ ທ່ານ ມີຄວາມສົນໃຈ. ທ່ານ ຮອງລັດຖະມົນຕີ ລາຍງານຄືນຜົນສຳເລັດ ການຢ້ຽມຢາມປະເທດ ຕວກກີ ຂອງຄະນະຜູ້ແທນລາວ ໂດຍສະເພາະຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງວັນທີ 05-09 ກຸມພາ 2024 ທີ່ຜ່ານມາ. ການເຂົ້າຮ່ວມທັດສະນະສືກສາ ແລກປ່ຽນຂໍ້ມູນ ອັນລໍ້າຄ່າ ຂອງປະເທດ ຕວກກີ ແລະ ປະເທດ ຈໍເຈຍ ໃນການບໍລິຫານຄຸ້ມຄອງ ແລະ ການອອກແບບ ແຜນນະໂຍບາຍ ສຳລັບຂະແໜງການພະລັງງານ ພາຍໃນປະເທດ ເນື່ອງຈາກປະເທດ ຕວກກີ ແລະ ຈໍເຈຍ ກໍ່ມີຈຸດປະສົງພິເສດຄ້າຍຄືກັບປະເທດ ລາວ ທີ່ເປັນປະເທດສົ່ງອອກພະລັງງານໄຟຟ້າໄປຍັງປະເທດໃກ້ຄຽງ ແລະ ມີແຫຼ່ງຜະລິດໄຟຟ້າ ທີ່ເປັນພະລັງງານທົດແທນ ເປັນສ່ວນຫຼາຍ ແລະ ໄລຍະຜ່ານມາ ປະເທດ ຕວກກີ ກໍ່ປະສົບບັນຫາໄພເງິນເຟີ້ ແລະ ລາຄາສິນຄ້າມີການເໜັງຕີງສູງ ແຕ່ປະເທດ ຕວກກີ ກໍ່ສາມາດຜ່ານພາ ບັນຫາ ແລະ ສິ່ງທ້າທ້າຍເຫຼົ່ານັ້ນມາໄດ້. ສະນັ້ນ ສປປ ລາວ ເຫັນວ່າບົດຮຽນອັນລໍ້າຄ່າ ຂອງປະເທດ ຕວກກີ ຈະເປັນປະໂຫຍດອັນໃຫ່ຍຫຼວງ ຕໍ່ການບໍລິຫານ ແລະ ຄຸ້ມຄອງ ແລະ ການອອກແບບ ວາງແຜນນະໂຍບາຍ ທີ່ຈຳເປັນສຳລັບ ສປປ ລາວ ໃນການບໍລິຫານຄຸ້ມຄອງຂະແໜງການໄຟຟ້າ ໃນມີປະສິດທິຜົນ ແລະ ມີຄວາມຢືນຍົງໃນຕໍ່ໜ້າ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506