
ໃນວັນທີ 13 ສິງຫາ 2024, ສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໄລຊີ ຄຸນໝິງ ສປ.ຈີນ ຈັດກອງປະຊຸມຄົ້ນຄວ້າຄວາມຮູ້ພື້ນຖານ ກ່ຽວກັບແຮ່ທາດຫາຍາກ ແລະ ສົ່ງເສີມການພັດທະນາໃໝ່ຂອງອຸດສາຫະກຳໂລຫະທີບໍ່ແມ່ນເຫຼັກ, ຢູ່ທີ່ ຫ້ອງປະຊຸມໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕິກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ, ຜູ້ປະຈຳການ ຄະນະກໍາມະທິການຮ່ວມມື ລາວ-ຈີນ, ມີບັນດາ ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ລັດວິສາຫະກິດຈາກຂະແໜງການທີ່ກ່ຽວຂ້ອງ ຕາງໜ້າບັນດາບໍລິສັດລົງທຶນດ້ານບໍ່ແຮ່, ບັນດາຜູ້ຊ່ຽວຊານມາແຕ່ ສປ.ຈີນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດເກືອບ 200 ທ່ານ.

ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ໄດ້ມີສັນຍາຮ່ວມມື ວ່າດ້ວຍການສ້າງບຸກຄະລາກອນ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງສູນຄົ້ນຄວ້າ ລາວ-ຈີນ ແລະ ສົ່ງເສີມການພັດທະນາ ໃໝ່ຂອງອຸດສາຫະກໍາໂລຫະມີສີ ມາແຕ່ປີ2018 ເປັນຕົ້ນມາ. ເບື້ອງຕົ້ນໂຄງການມີມູນຄ່າທັງໝົດແມ່ນ 80ລ້ານໂດລາສະຫະລັດ, ແຕ່ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດຖຄວິດ-19 ຈຶ່ງໄດ້ປັບປຸງສັນຍາ ແລະ ຫຼຸດລົງມູນຄ່າຂອງໂຄງການຈາກ 80ລ້ານ ມາເປັນ 45,5 ລ້ານໂດລາສະຫະລັດ ແລະ ສັນຍາຮ່ວມມືດັ່ງກ່າວໄດ້ສິ້ນສຸດລົງ ໃນກາງປີ2023. ຢ່າງໃດກໍ່ຕາມ, ເນື່ອງຈາກເປັນໂຄງການຮ່ວມທີ່ມີຄວາມສຳຄັນຫຼາຍ ທັງສອງຝ່າຍຈຶ່ງໄດ້ປຶກສາຫາລືຮ່ວມມືກັນເພື່ອເຮັດໃຫ້ບັນດາວຽກງານຕ່າງໆບັນລຸຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນ.ມາຮອດເດືອນສິງຫາ 2023 ທັງສອງຝ່າຍຈຶ່ງໄດ້ຕົກລົງເຫັນດີຕໍ່ສັນຍາອອກໄປອີກ 5 ປີ ຮອດປີ 2028 ແລະ ໄດ້ເຫັນດີເອກະພາບກັນປັບປຸງມູນຄ່າໂຄງການ ຈາກ 45,5 ລ້ານ ໂດລາສະຫະລັດ ມາເປັນ 20 ລ້ານໂດລາສະຫະລັດ ໂດຍຈະໄດ້ແບ່ງອອກເປັນ 4 ສ່ວນ ດັ່ງນີ້: 5 ລ້ານ ໂດລາສະຫະລັດ ສໍາລັບກໍ່ສ້າງພື້ນຖານໂຄງລ່າງ, 11 ລ້ານ ໂດລາສະຫະລັດ ສໍາລັບຈັດຊື້ອຸປະກອນ, ເຄື່ອງມື, 2 ລ້ານ ໂດລາສະຫະລັດ ສໍາລັບການກໍ່ສ້າງບຸກຄະລາກອນ ແລະ ອີກ 2 ລ້ານໂດລາສະຫະລັດ ສໍາລັບການຈັດຕັ້ງປະຕິບັດໄຫວວຽກງານຂອງໂຄງການ (ສູນຄົ້ນຄວ້າ).

ທ່ານ ຮອງລັດຖະມົນຕີ ກ່າວຕື່ມອີກວ່າ: ມາຮອດປະຈຸບັນ, ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດລົງທຶນຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນຂອບເຂດທົ່ວປະເທດແລ້ວ ຈໍານວນ 404 ບໍລິສັດ, ກວມເນື້ອທີ່ 7,456,667.31 ເຮັກຕາ ຫຼືເທົ່າກັບ 31,48% ຂອງເນື້ອທີ່ທົ່ວປະເທດ. (ໃນນັ້ນ, ໂຄງການຊອກຄົ້ນ-ສຳຫຼວດ ມີຈໍານວນ 155 ບໍລິສັດ, ໂຄງການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີຈຳນວນ 30 ບໍລິສັດ ແລະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈໍານວນ 219 ບໍລິສັດ. ມີ 23 ຊະນິດແຮ່ທາດ ເປັນຕົ້ນ: ຄໍາ, ເງິນ, ທອງ, ເຫຼັກ, ຊືນ, ສັງກະສີ, ນີແກນ, ໂກບານກົ່ວ, ອັງຕີມອນ, ຖ່ານຫີນ, ບາຣິດ, ຫີນກາວ, ດິນໜຽວ, ດິ ນຊາຍ ຮັບໃຊ້ໂຮງງານຜະລິດຊີມັງ, ເກືອໂປຕາສ, ຫີນມາໂບ, ຫີນປາໂກໄດ, ຫີນກຣານິດ, ບົກຊິດ, ແກ້ວຊັບຟາຍ, ຫີນປູນ, ແຮ່ຫາຍາກ ແລະ ອື່ນໆ. ສຳລັບແຮ່ຫາຍາກ ມາຮອດປັດຈຸບັນ ໄດ້ອອກອະນຸຍາດແລ້ວ 21 ບໍລິສັດ, 33 ສັນຍາ ຢູ່ໃນ 3 ແຂວງ (ແຂວງຫົວພັນ 9 ບໍລິສັດ, ແຂວງຊຽງຂວາງ 11 ບໍລິສັດ ແລະ ແຂວງເຊກອງ 1 ບໍລິສັດ).

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການນຳສະເໜີນິຕິກໍາ ແລະ ບົດຮຽນກ່ຽວກັບການພັດທະນາແຮ່ທາດເຊັ່ນ: ແຫລ່ງຊັບພະຍາກອນແຮ່ທາດຢູ່ ສປປ ລາວ; ການພັດທະນາ ແລະ ການລົງທຶນດ້ານແຮ່ໂລຫະທີ່ບໍໍ່ແມ່ນເຫລັກ ຂອງ ສປ ຈີນ; ການສົ່ງເສີມບັນດາໂຄງການດ້ານສີ່ງແວດລ້ອມ ຂອງ ສປປ ລາວ; ການປະຍຸກໃຊ້ອຸດສາຫະກໍາ ແລະ ເຕັກໂນໂລຊີ ແຮ່ໂລຫະທີ່ບໍໍ່ແມ່ນເຫລັກ ຂອງບໍລິສັດ Aluminium International Engineering Co., Ltd; ການພັດທະນາດ້ານການນໍາໃຊ້ ແລະ ການຄຸ້ມຄອງບໍໍ່ແຮ່ ລະດັບສາກົນ; ການຂຸດຄົ້ນບໍໍ່ແຮ່ ແບບສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ; ເສັ້ນທາງ ແລະ ແນວຄວາມຄິດກ່ຽວກັບການພັດທະນາແບບສີຂຽວ ແລະ ຫລຸດຜ່ອນທາດກາກບອນ ຈາກອຸດສາຫະກໍາຫລອມໂລຫະທີ່ບໍໍ່ແມ່ນເຫລັກ ແລະ ການຮ່ວມມືກັບສາກົນ ຂອງແຂວງຢຸນນານ; ການວິເຄາະສະພາບການລົງທຶນຢູ່ບັນດາປະເທດອາຊຽ່ນ; ການບໍລິການດ້ານການສຶກສາ ພັດທະນາວິຊາຊີບຢູ່ຕ່າງປະເທດ ແລະ ຝຶກອົບຮົມພັດທະນາ ສີມືແຮງງານ; ການພັດທະນາບໍໍ່ແຮ່ ແບບມືອາຊີບ; ເສັ້ນທາງການພັດທະນາດ້ານການສໍາຫລວດທໍລະນີສາດ ຂອງ ສປ ຈີນ ສູ່ເວທີສາກົນ; ການວິເຄາະດ້ານການຕະຫລາດ ກ່ຽວກັບ ແຮ່ໂລຫະທີ່ບໍໍ່ແມ່ນເຫລັກ; ການບໍລິຫານຈັດການ ສິ່ງເສດເຫລືອຈາກອຸດສາຫະກໍາແຮ່ໂລຫະທີ່ບໍໍ່ແມ່ນເຫລັກ ແລະ ການໝູນໃຊ້ຄືນໃຫ້ເປັນຜົນປະໂຫຍດສູງ. ນອກຈາກນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບ ຮູບແບບການຮ່ວມມືສາກົນລະຫວ່າງແຮ່ທາດ ແລະ ພະລັງງານ ພາຍໃຕ້ຫົວຂໍ້ “ກາກບອນຄູ່”, ການວິເຄາະການລົງທຶນທາງດ້ານສິ່ງແວດລ້ອມຢູ່ອາຊີຕາວັນອອກສຽງໃຕ້ (ອາຊຽນ) ແລະ ການບໍລິການດ້ານການສຶກສາພັດທະນາວິຊາຊີບຢູ່ຕ່າງປະເທດ ແລະ ຝຶກອົບຮົມພັດທະນາສີມືແຮງງານ.
