
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 05 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ6 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ທ່ານ ຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ຜູ້ອໍານວຍການ-ຮອງອຳນວຍການບັນດາລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂື້ນເພື່ອຄົ້ນຄວ້າ, ປຶກສາຫາລືລະດົມແນວຄວາມຄິດ ແລະ ແລກປ່ຽນບົດຮຽນ ຮ່ວມກັນພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອສະຫຼຸບຕີລາຄາກ່ຽວກັບສະພາບ, ໝາກຜົນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນໄລຍະ 5 ປີ (2026-2030) ເພື່ອພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ. ພ້ອມກັນນີ້, ກໍຍັງເປັນຖານຂໍ້ມູນໃນການສະຫຼຸບ ແລະ ສ້າງແຜນພັດທະນາຂອງຂະແໜງການໃນແຕ່ລະໄລຍະ ໃຫ້ມີຄວາມສະດວກໃນການຈັດຕັ້ງປະຕິບັດ ແລະ ສອດຄ່ອງຕາມພາລະບົດບາດ.
ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຕິດຕາມ ແລະ ມີສ່ວນຮ່ວມ ໃນການປະກອບຄໍາຄິດຄໍາເຫັນ ດ້ວຍຄວາມ ເປັນເຈົ້າການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນສະຫຼຸບ ແລະ ສ້າງແຜນໃນຕໍ່ໜ້າ ເປັນຕົ້ນແມ່ນການທົບທວນຄືນ 12 ເປົ້າໝາຍທີ່ຕິດພັນກັບພາລະບົດບາດຂອງຕົນ ແລະ ໃຫ້ເບິ່ງຄືນມາດຕະການໃນການຈັດຕັ້ງປະຕິບັດມີຄວາມສອດຄ່ອງລະບໍ່. ພ້ອມກັນນີ້, ກໍ່ໃຫ້ສຸມໃສ່ຄົ້ນຄວ້າວຽກງານທີ່ປັບປຸງວັນທີ 04.07.24 ພົ້ນເດັ່ນຕື່ມເຊັ່ນ: ການດຸ່ນດ່ຽງພະລັງງານ (ການສະໜອງພະລັງງານພາຍໃນ ແລະ ສົ່ງອອກໄປ ຕ່າງປະເທດ), ການພັດທະ ນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າ, ການແກ້ໄຂບັນຫາໄຟຕົກ-ໄຟມອດ , ການເກັບລາຍຮັບຈາກໂຄງການ IPP, ການປະຕິຮູບລັດວິສາຫະກິດ, ການຊຸກຍູ້ສົ່ງເສີມນໍາໃຊ້ລົດໄຟ ຟ້າ, ການສໍາຫຼວດສ້າງແຜນທີ່, ການແກ້ໄຂບັນຫາເນື້ອທີ່ທັບຊ້ອນ, ການປະເມີນຄືນບັນດາໂຄງການບໍ່ ແຮ່ ໃນຮູບແບບປົກກະຕິ ແລະ ທົດລອງ, ໂຄງການທົດລອງຈະຫັນສູ່ຮູບແບບປົກກະຕິໄດ້ຈັກໂຄງການ ມີຂັ້ນຕອນແນວໃດແດ່ໃນການຈັດຕັ້ງປະຕິບັດ.

ຈາກນັ້ນ, ທ່ານ ນາງ ໂຄຕະມີ ຈັນທະມາລີນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາກ່ຽວກັບສະພາບ, ໝາກຜົນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນໄລຍະ 5 ປີ (2026-2030) ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄວ້າກໍານົດທິດທາງລວມ, ເປົ້າໝາຍ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນແຜນ X (2026- 2030) ຢ່າງມີຈຸດສຸມກະທັດຮັດ ແທດເໝາະກັບສະພາບຕົວຈິງ ວ່າອັນໃດທີ່ເປັນບູລິມະສິດ ອັນທີ່ຈະເປັນໄປໄດ້, ເຊິ່ງທາ ງກົມແຜນການ ແລະ ການຮ່ວມມື ກໍ່ຈະໄດ້ນໍາສະເໜີໂຄງຮ່າງໃນການສ້າງແຜນໃຫ້ບັນດາສະຫາຍຟັງຕື່ມ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນ, ມີຄວາມເປັນເອກະພາບຮ່ວມກັນ ບົນພື້ນຖານຄວາມຮັບຜິດຊອບສູງຂອງແຕ່ລະພາກສ່ວນເຂົ້າໃນຂະບວນການສ້າງແຜນໃນຕໍ່ໜ້າ ກໍ່ຄືແຜນພັດທະນາຂະແໜງການພະລັງງານແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030) ໃຫ້ມີຜົນສໍາເລັດ, ມີປະສິດທິພາບ ແລະ ປະສິດທິຜົນ.ມາຮອດນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າຂໍປະກາດເປີດກອງປະຊຸມປຶກສາຫາລືສະຫຼຸບແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ແລະ ສ້າງແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030) ນັບແຕ່ເວລານີ້ເປັນຕົ້ນໄປ. ພ້ອມກັນນີ້, ກໍ່ສະເໜີໃຫ້ ກົມແຜນການ ແລະ ການຮ່ວມມື ຂື້ນນໍາສະເໜີໂຄງຮ່າງສະຫຼຸບແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030).

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506