
ວັນທີ 28 ຕຸລາ 2023 ທີ່ເມືອງໄຊຍະບູລີ, ແຂວງ ໄຊະບູລີ ໄດ້ຈັດພິທີເປີດການນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ຂື້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ພິທີດັ່ງກ່າວ ມີ ທ່ານ ສຈ.ປອ ກິເເກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານປົກຄອງ ແລະ ວັດທະນາທຳ, ທ່ານ ພົງສະຫວັນ ສິດທະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງ ໄຊຍະບູລີ, ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເອກະພັນ ພະພິທັກ ປະທ່ານ ກຸ່ມບໍລິສັດ ສີເມືອງກຣຸບ ຈຳກັດ, ນອກນັ້ນ ຍັງມີບັນດາທ່ານ ຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ I ແມ່ນໄດ້ຮັບການສໍາປະທານ, ດຳເນີນການກໍ່ສ້າງຕິດຕັ້ງ ໂດຍບໍລິສັດ ສີເມືອງກຣຸບ ແລະ ຄຸ້ມຄອງການຜະລິດ-ບໍາລຸງຮັກສາ ໂດຍ ບໍລິສັດ ນ້ໍາຮຸ່ງ 1 ໄຮໂດຼພາວເວີ ຈໍາກັດ ໂດຍໄດ້ຮັບການອອກແບບການກໍ່ສ້າງທັງຫມົດຈາກບໍລິສັດ Shino Hydro ຈໍາກັດ.ໂຄງການດັ່ງກ່າວເປັນໂຄງການເຂື່ອນໄຟຟ້າຂະໜາດນ້ອຍ ມີກໍາລັງຕິດຕັ້ງ 15MW, ໃນມູນຄ່າທັງຫມົດ 34.744.800 USD, ສາມາດຜະລິດພະລັງງານໄຟຟ້າໄດ້ 87.280.000 KWh/ປີ. ແຜນສໍາເລັດໂຄງການໃນເບື້ອງຕົ້ນ ແລະ ແຜນຊື້ຂາຍໄຟຟ້າຢ່າງເປັນທາງການ (COD) ແມ່ນ ເດືອນ 08 ປີ 2023 ໂດຍເຊື່ອມຕໍ່ເຂົ້າໃນລະບົບ 22KV ຢູ່ສະຖານີໄຟຟ້າເມືອງໄຊຍະບູລີ ທີ່ມີຄວາມຍາວ 29Km.

ຜ່ານການປະຕິດໜ້າວຽກຂອງໂຄງການດັ່ງກ່າວໄລຍະຜ່ານມາແມ່ນໄດ້ພົບພໍ້ອຸປະສັກຄວາມຫຍຸ້ງຍາກເຊັ່ນ: ຂອບເຂດເຮັດວຽກທີ່ຈໍາກັດໃນການຂະຫຍາຍ, ເຫດການນໍ້ານອງໃນປີ 2018, 2021 (ເຮັດໃຫ້ເກີດມີນໍ້າຖ້ວມສະໜາມກໍ່ສ້າງ) ການແຜ່ລະບາດຂອງພະຍາດໂຄວິດ19 ແລະ ລະບາດແກ່ຍາວ ຫຼາຍປີ ແຕ່ເຖິງຢ່າງໃດໂຄງການກໍ່ໄດ້ສູ້ຊົນແກ້ໄຂຜ່ານຜ່າຈົນສຳເລັດ ເຮັດໃຫ້ເຂື່ອນໄຟຟ້ານ້ຳຮຸ່ງ1ມີກຳລັງຕິດຕັ້ງທັງໝົດຮອດປະຈຸບັນ 15 MW ສາມາດຜະລິດກະແສໄຟຟ້າສົ່ງເຂົ້າລະບົບຂອງໄຟຟ້າລາວໄດ້ ເປັນການຊ່ວຍຫຼຸດຜ່ອນການນໍ້າເຂົ້າໄຟຟ້າຈາກພາຍນອກ.
ໂດຍອີງໃສ່ຄວາມຜົນສຳເລັດດັ່ງກ່າວກໍ່ຍ້ອນໄດ້ຮັບຄຳຊີ້ນຳຈາກຂັ້ນເທິງ,ໄດ້ຮັບຄວາມຮ່ວມມືກັບຂະແໜ່ງການທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນ ທຸກຂັ້ນເປັນຢ່າງດີ ທີ່ໄດ້ໃຫ້ການເນາະນໍາ, ຕິດຕາມ, ຊຸກຍູ້ ໃຫ້ທາງ ບໍລິສັດ ໄດ້ດຳເນີນ ການກໍ່ສ້າງ ແລະ ດຳເນີນການໄດ້ຢ່າງມີປະສິດທິຜົນສູງ.
ສະນັ້ນ,ຈື່ງເປັນໂອກາດດີ ແລະກ້າວມາເຖິງການຈັດພິທີເປີດການນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ1 ຂື້ນຢ່າງເປັນທາງການໃນມື້ນີ້.