ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງ ບໍ່ແກ້ວ

ໃນວັນທີ 22-24 ກໍລະກົດ 2024 ຜ່ານມາທີ່ຫ້ອງວ່າການ ແຂວງ ບໍ່ແກ້ວ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກງານ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ແຂວງ ບໍ່ແກ້ວ, ໂດຍໃຫ້ການຕອນຮັບຂອງ ທ່ານ ເຄື່ອນເພັດ ວົງຈັນ, ກໍາມະການປະຈໍາພັກເເຂວງ, ຮອງເຈົ້າເເຂວງບໍ່ເເກ້ວ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງເຈົ້່າແຂວງ ບໍ່ແກ້ວ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ບໍ່ແກ້ວ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນພັດທະນາເສດຖະກິດ ແລະ ສັງຄົມ ທີ່ຕິພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່.

ພາຍຫຼັງພົບປະການນຳແຂວງ ທ່ານ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໄດ້ໂອ້ລົມ ຕໍ່ພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍ່ແກ້ວ ຢູ່ຫ້ອງປະຊຸມ ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພອນສີ ນໍ່ມະລີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະ, ມີບັນດາຕ່າງໜ້າຫົວໜ້າກົມ, ຮອງກົມ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າ ແຂວງ ບໍ່ແກ້ວ ແລະ ຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ເຂົ່າຮ່ວມ.

ທ່ານ ພອນສີ ນໍ່ມະລີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ລາຍງານການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ ພະແນກ ພບ ປະກອບມີ 6 ຂະແຫນງການ ແລະ 5 ຫ້ອງການ ພບ ປະຈໍາບັນດາເມືອງ ປະກອບມີ ຄະນະພະແນກ 3 ທ່ານ, ມີພະນັກງານ- ລັດຖະກອນທັງຫມົດຈໍານວນ 55 ທ່ານ, ຍິງ 12 ທ່ານ, ໃນນີ້; ຂັ້ນແຂວງ 32 ທ່ານ ຍິງ 07 ແລະ ຂັ້ນເມືອງ 23 ທ່ານ ຍິງ 05 ທ່ານ.
ລັດວິສາຫະກິດໄຟຟ້າ ລາວ ສາຂາແຂວງບໍ່ແກ້ວ ປະກອບມີ 6 ຫ້ອງການ, 5 ຫ້ອງການໄຟຟ້າເມືອງ, 4 ສະຖານີໄຟຟ້າ, 6 ຫນ່ວຍບໍລິການໄຟຟ້າເຂດ, 24 ຫນ່ວຍງານ ແລະ 12 ກ່າຍາມ, ຄະນະສາຂາປະກອບມີ 3 ທ່ານ; ຍິງ 1 ທ່ານ, ມີພະນັກງານທັງຫມົດ 136 ທ່ານ; ຍິງ 23 ທ່ານ.

ເຊິ່ງໄດ້ຍົກໃຫ້ເຫັນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ຕາມແຜນພັດທະນາພະລັງງານ ຂອງສູນກາງ ແລະ ທ້ອງຖິ່ນ, ມາຮອດ ປັດຈຸບັນ ໃນທົ່ວແຂວງບໍ່ແກ້ວ ມີໂຄງການເຂື່ອນພະລັງງານໄຟຟ້າລວມມີ: ເຂື່ອນໄຟຟ້ານໍ້າທາ1 ມີກໍາລັງຕິດຕັ້ງ 168 MW: ໄດ້ຜະລິດກະແສໄຟຟ້າເປັນປົກກະຕິຕາມສູນບັນຊາການ ລັດວິສາຫະກິດໄຟຟ້າລາວ;ເຂື່ອນໄຟຟ້ານໍ້າຍອນ ມີກໍາລັງຕິດຕັ້ງ 3 MW: ໄດ້ສຳເລັດ ແລະ ຜະລິດກະແສໄຟຟ້າເປັນປົກກະຕິ; ເຂື່ອນໄຟຟ້ານໍ້າຕົກນໍ້າງາວ ເຂດນໍ້າແສນມີກໍາລັງຕິດຕັ້ງ 15 MW ໄດ້ຜ່ານແບບດັດແກ້ການອອກແບບພື້ນຖານ ແລະ ຮັບຮອງເອົາຫົວ ໜ້າວິສາວະກອນອອກແບບການກໍ່ສ້າງເຂື່ອນໄຟຟ້ານໍ້າງາວ (ນໍ້າແສນ); ເຂື່ອນໄຟຟ້ານໍ້າຕົກປຸ່ງເລາະ (ເມືອງເມິງ): ມີກໍາລັງຕິດຕັ້ງ 5 MW ໄດ້ຮັບການຮັບຮອງເອົາແບບພື້ນຖານໃນການກໍ່ສ້າງເຂື່ອນ ສ້າງແຜນງົບປະມານໃນການລົງປັກຫຼັກໝາຍເຂດອ່າງໂຕ່ງຂອງເຂື່ອນ, ເຂື່ອນໄຟຟ້ານໍ້າທາ – ຫາດໝວກ ເມືອງຜາອຸດົມ: (ມີກໍາລັງຕິດຕັ້ງ 37,5 MW) ເຊີ່ງປັດຈຸບັນມີຄວາມຄືບໜ້າ 89,98% ຂອງໜ້າວຽກທັງໝົດ ແລະ ຕິດຕາມກວດກາ ຜົນກະທົບຂອງປະຊາຊົນກ່ອນການກັກເກັບນໍ້າ ແລະ ຕາມແລວສາຍສົ່ງ 115 kV ຂອງເຂື່ອນໄຟຟ້ານໍ້າທາ-ຫາດໝວກ ເມືອງຜາອຸດົມ ແຂວງບໍ່ແກ້ວ; ເຂື່ອນໄຟຟ້ານໍ້າຕົກນໍ້າຟ້າ: (ມີກໍາລັງຕິດຕັ້ງ 180 ເມກາວັດ): ກໍາລັງຈັດຕັ້ງປະຕິບັດການເຊັນສັນຍາ ຄັ້ງທີ 9 ກັບລັດຖະບານ. ແລະ ເຂື່ອນໄຟຟ້ານໍ້າຂອງປາກແບງ (ມີກໍາລັງຕິດຕັ້ງ 912 ເມກາວັດ) ທີ່ມີເຂດຮອດເມືອງ ປາກທາ ແຂວງບໍ່ແກ້ວ: ໄດ້ສໍາເລັດການເກັບກໍາຂໍ້ມູນຜົນກະທົບດ້ານສິ່ງແວດລ້ອມ, ປັດຈຸບັນກໍາລັງປະເມີນຄືນກ່ຽວກັບ ຂໍ້ມູນຜົນກະທົບດັ່ງກ່າວ.

ວຽກງານການຄຸ້ມຄອງພະລັງງານໄຟ້າ ແລະ ກິດຈະການດ້ານໄຟຟ້າ.
ບ້ານທົ່ວແຂວງ ມີ 248 ບ້ານ, ບ້ານທີ່ຊົມໃຊ້ໄຟຟ້າ 241 ບ້ານ, ເທົ່າກັບ 97,18% ຂອງບ້ານໃນທົ່ວແຂວງ; ຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 35.447 ຄົວເຮືອນ ເທົ່າກັບ 97,08% ຂອງຄົວເຮືອນໃນທົ່ວແຂວງ. ສະຖິຕິໄຟຟ້າຊົມໃຊ້ ແລະ ການຜະລິດ-ຈໍາໜ່າຍໄຟຟ້າ. ວຽກເກັບເງິນ ໜີ້ສິນຄ່າກະແສໄຟຟ້າ, ວຽກງານຄຸ້ມຄອງບໍ່ແຮ່.

ແລະ ຍັງໄດ້ສະເໜີ ເປັນຕົ້ນແມ່ນການ ຂໍໂກຕາລັດຖະກອນເພື່ອປະກອບເຂົ້າໃນວຽກງານຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ, ໃຫ້ກະຊວງຊ່ວຍກະຕຸກຊູ້ຍູ້ການສ້າງຕັ້ງຂະແໜງກວດກາລັດ ເພື່ອເປັນການຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າວຽກພາຍໃນຊອງພະແນກພະລັງງານ ແລະ ບໍແຮ່ແຂວງ, ໃຫ້ກົມກ່ຽວຂ້ອງຊຸກຍູ້ບັນດາບໍລິສັດຜູ້ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ທີ່ໄດ້ຮັບອະນຸຍາດ ເພີ່ມທະວີເອົາໃຈໃສ່ກ່ຽວກັບການປະສານງານກັບທ້ອງຖິ່ນໃຫ້ດີກວ່າເກົ່າ ແລະ ຊ່ວຍກະຕຸກຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໃຫ້ມີການຈັດຕັ້ງປະຕິບັດຕາມແຜນການທີ່ວາງ, ດ້ານງົບປະມານການກໍ່ສ້າງເຂົ້າບ້ານທີ່ຍັງບໍ່ມີໄຟຟ້າຊົມໃຊ້ ໃນຈໍານວນ 7 ບ້ານ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ, ການຊ່ວຍເຫຼື່ອພາຫະນະລົດໃຫຍ່ ແລະ ອຸປະກອນຮັບໃຊ້ຕ່າງໆ. ຈາກນັ້ນ, ຫົວໜ້າລັດວິສາຫະກິດໄຟຟ້າ ສາຂາ ແຂວງບໍ່ແກ້ວ, ໄດ້ມີຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ດ້ານຂໍ້ສະດວກ ແລະ ຂໍ້ຫຍຸງຍາກ ບັນຫາພະນັກງານ- ພາຫະນະ ແລະ ອຸປະກອນປະເພດ ໝໍ້ແປງ, ໝໍ້ນັບໄຟຟ້າແມ່ນບໍ່ພຽງພໍ ເພື່ອນໍາໄປປ່ຽນຖ່າຍ ເຂົ້າໃນການປະຕິບັດໜ້າທີ່ ວຽກງານວິຊາສະເພາະ ແລະ ດ້ານອື່ນໆ.

#ໂອກາດນິ້. ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພະແນກ,ຫົວໜ້າ ລັດວິສາຫະກິດໄຟຟ້າ,ໜ່ວຍບໍລິການ, ໜ່ວຍງານ ຄະນະສາຂາ ແລະ ພະນັກງານລັດຖະກອນ, ທີ່ມີຄວາມເອົາໃຈໃສ່ ໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອຮັບໃຊ້ສັງຄົມ ມີຜົນສໍາເລັດຫຼາຍດ້ານ ແລະ ມີຄໍາເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ສືບຕໍ່ບັນຫາ ວຽກງານທີ່ຍັງຄົງຄ້າງ ໃນການຕິດຕາມຊຸກຍູ້ ໃຫ້ສອດຄ່ອງກັບແຕ່ລະໄລຍະ ເປັນຕົ້ນແມ່ນການເພີ່ມທະວີການຄຸ້ມຄອງ ວຽກງານຂະເເໜງພະລັງງານ ເເລະ ບໍ່ແຮ່ ແລະ ຂະແໜງການອື່ນໆ ໃຫ້ມີປະສິດທິຜົນສູງ, ຍົກສູງຄວາມສາມັກຄີເປັນເອກກະພາບ, ຖືສໍາຄັນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ພະນັກງານລັດຖະກອນ, ກໍາມະກອນມີແນວຄິດອຸ່ນອ່ຽງ ເພື່ອຍົກສູງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດວຽກງານວິຊາການ-ວິຊາສະເພາະ ເປັນສໍາຄັນ ແລະ ຮັບປະກັນຄວາມຖືກຕ້ອງ, ໂປງໃສ ຍຸຕິທຳ ແລະ ເຮັດລອນໜ້າທີ່ ຕາມການຈັດຕັ້ງມອບໝາຍ ເຮັດໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ, ໄດ້ບັນລຸຜົນສໍາເລັດ ຕາມທິດທາງແຜນການທີ່ວາງໄວ້ ແລະ ວຽກງານອື່ນໆໃຫ້ມີການພັດທະນາໄປເທື່ອລະກ້າວ.

ພາຍຫຫຼັງ ທ່ານ ຮອງລັດຖະມົນຕີ ໄດ້ຍ້ຽມຢາມຊຸກຍູ້ ວຽກງານພະລັງງານ ແລະ ບໍ່ແຮ່ ໃນພະແນກ ພະລັງງານ ແລະ ບໍ່ແຮ່ແລ້ວ ຍັງໄດ້ລົງຕິດຈາມຊຸກຍູ້ ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ແລະ ເຂື່ອນໄຟຟ້ານໍ້າທາ – ຫາດຫມວກ ເມືອງຜາອຸດົມ, ແລະ ໂຄງການຂຸດຄົ້ນຖ່ານຫີນ ຂອງບໍລິສັດ ບົວໄລ ມັງກອນທອງຂຸດຄົ້ນຖ່ານຫີນ ຈຳກັດຜູ້ດຽວ ຕື່ມອີກ.

ພາບ ແລະ ຂ່າວ: ສົມສະນຸກ
Website: www.mem.gov.la
ສາຍດ່ວນ: 1506