
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ນາງ Manuela V.Ferro ຮອງປະທານຫ້ອງການທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ ໃນຕອນເຊົ້າວັນທີ 24 ພຶດສະພາ 2024 ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອນຮັບເຂົ້າຢ້ຽມຂໍ່ານັບ ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບແຜນການຮ່ວມມືລະຫວ່າງສອງຝ່າຍດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ຢູ່ ສປປລາວ.

ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ນາງ ນາງ Manuela V.Ferro ພ້ອມດ້ວຍຄະນະ ທີ່ໄດ້ຢ້ຽມຢາມ, ພົບປະ ແລະ ປຶກສາຫລື ກັບການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ຂະນະທີ່ ທ່ານ ນາງ ນາງ Manuela V.Ferro ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ, ພົບປະ ແລະ ລາຍງານ ກ່ຽວກັບການພັດທະນາພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າ ໂດຍສະເພາະແມ່ນຂໍ້ມູນໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ.

ທະນາຄານໂລກ ເປັນອົງການຈັດຕັ້ງສາກົນໜຶ່ງ ທີ່ມີການຮ່ວມມື ແລະ ຊ່ວຍເຫຼືອ ສປປລາວ ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຫຼາຍພໍສົມຄວນ, ໃນນີ້ໂຄງການທີ່ເປັນບູລິມະສິດສຳຄັນໃນການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ເຊິ່ງກຳລັງຈັດຕັ້ງປະຕິບັດຢູ່ລວມມີ: ໂຄງການປັບປຸງສະຖານີ ແລະ ປ່ຽນຖ່າຍໝໍ້ແປງ ເຊິ່ງລວມມີໜ້າວຽກທີ່ຄັນຄື: ການປັບປຸງ-ປ່ຽນຖ່າຍໝໍ້ແປງ, ເສີມໝໍ້ແປງ, ກໍ່ສ້າງສະຖານີໄຟຟ້າໃໝ່, ການຈັດຫາເຄື່ອງມື (Software Tools) ແລະ ອື່ນໆທີ່ຈໍາເປັນ ໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ; ໂຄງການສ້າງຍຸດທະສາດການພັດທະນາທີ່ປ່ອຍທາດອາຍເຮືອນແກ້ວຕໍ່າ. ເປັນໂຄງການບູລິມະສິດຂອງ ລັດຖະບານ ສປປລາວ ໃນການຈັດຕັ້ງປະຕິບັດ ຄາດ ໝາຍສູ້ຊົນຫຼຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນ ໃນປີ 2050

ຊຶ່ງເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ຕຸລາ ປີ 2022 ເປັນຕົ້ນມາ; ແລະ ໂຄງການ Power Sector Sustainable Development Suportໂຄງການດັ່ງກ່າວນີ້ ທະນາຄານໂລກມີຄວາມໝັ້ນໝາຍ ຈະສ້າງເປັນການບໍລິການທີ່ປຶກສາ ແລະ ວິເຄາະດ້ານການພັດທະນາແບບຍືນຍົງໃນຂະແໜງພະລັງງານ ເພື່ອຕິດຕາມໂຄງການຊ່ວຍເຫຼືອດ້ານວິຊາການ ທີ່ສະໜອງໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອແກ້ໄຂບັນຫາທີ່ສຳຄັນ ຟື້ນຟູຄວາມຍືນຍົງທາງດ້ານການເງິນຂອງຂະແໜງພະລັງງານ ຢູ່ໃນ ສປປລາວ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506