ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງເອີຣົບ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ຝຣັ່ງ

          ຕອນເຊົ້າວັນທີ 21 ມີນາ 2024 ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Benoit Guidee ຫົວໜ້າກົມອາຊີ ແລະ ໂອຊຽນ, ກະຊວງເອີຣົບ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ຝຣັ່ງ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບແຜນການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສອງຝ່າຍໃນຕໍ່ໜ້າ ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
          ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ Benoit Guidee ພ້ອມດ້ວຍຄະນະ ທີ່ໄດ້ຢ້ຽມຢາມ, ພົບປະ ແລະ ປຶກສາຫລື ກັບການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້, ເຊິ່ງເປັນການເພີ້ມທະວີ ແລະ ຊຸກຍູ້ ການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ຝຣັ່ງ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມແຟ້ນແໜ້ນຂຶ້ນກວ່າເກົ່າ. ທ່ານ ຮອງລັດຖະມົນຕີ ຖືໂອກາດດັ່ງກ່າວນີ້ ລາຍງານຫຍໍ້ກ່ຽວກັບຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ ທ່ານ ຫົວໜ້າກົມອາຊີ ແລະ ໂອຊຽນ, ກະຊວງເອີຣົບ ແລະ ການຕ່າງປະເທດ ສາທາລະນະລັດ ຝຣັ່ງ ໄດ້ຮັບຊາບຕື່ມອີກ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ເຊີນຊວນນັກລົງທຶນຈາກ ປະເທດຝຣັ່ງ ເພື່ອເຂົ້າມາລົງທຶນໃນຂົງເຂດພະລັງງານໄຟຟ້າ ຢູ່ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກວ່າ ຝຣັ່ງ ກໍ່ເປັນປະເທດໜຶ່ງ ທີ່ມີບົດຮຽນ, ປະສົບການ, ເຕັກນິກວິທະຍາສາດ, ເຕັກໂນໂລຊີສູງ ແລະມີເງິນທຶນຫຼາຍ ປະເທດໜຶ່ງຢູ່ໃນໂລກ ເຊິ່ງໄລຍະຜ່ານມາ ນັກລົງທຶນຈາກ ຝຣັ່ງ ກໍ່ມີບົດບາດສຳຄັນເຂົ້າໃນການພັດທະນາຂະແໜງພະລັງງານໄຟຟ້ານໍ້າຕົກ ຢູ່ ສປປລາວ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າ ນໍ້າເທີນ2 ເຊິ່ງເປັນໂຄງການຂະໜາດໃຫຍ່ ແລະ ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ.

           ທ່ານ Benoit Guidee ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ, ພົບປະ ແລະ ລາຍງານ ກ່ຽວກັບການພັດທະນາພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າ ໂດຍສະເພາະແມ່ນຂໍ້ມູນໂຄງການລົງທຶນຂອງນັກລົງທຶນຈາກຝຣັ່ງ ຢູ່ ສປປລາວ. ທ່ານ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວ ເຊິ່ງຖືໄດ້ວ່າເປັນຜົນສຳເລັດທີ່ສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ແລະ ກໍ່ເປັນນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບຈຸດພິເສດຂອງ ສປປລາວ ທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ແຕ່ໄດ້ຖືເອົາການເຊື່ອໂຍງ-ເຊື່ອມຈອດກັບປະເທດເພື່ອບ້ານ ໃນນີ້ກໍ່ລວມທັງການເຊື່ອມໂຍງດ້ານພະລັງງານ ທີ່ເປັນທ່າແຮງຕົ້ນຕໍ່ ແລະ ສຳຄັນຂອງປະເທດ. ສາທາລະນະລັດ ຝຣັ່ງ ມີຄວາມຍິນດີຮ່ວມມືກັບ ສປປລາວ ໃນການພັດທະນາທ່າແຮງບົ່ມຊ້ອນດັ່ງກ່າວ ຕາມຫຼັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
          ນອກຈາກນີ້, ທັງສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລື ໃນຫຼາຍບັນຫາ ເພື່ອເປັນການເສີມຂະຫຍາຍການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການສະໜັບສະໜູນໂຄງການລົງທຶນດ້ານພະລັງງານຂອງນັກລົງທຶນຈາກ ສາທາລະນະລັດຝຣັ່ງ ຢູ່ ສປປລາວ ໃຫ້ມີບັນຍາກາດຄຶກຄື້ນກວ່າເກົ່າ. ທ່ານ Benoit Guidee ສະເໜີໃຫ້ ທ່ານ ຮອງລັດຖະມົນຕີ ຊຸກຍູ້, ສະໜັບສະໜູນການພັດທະນາໂຄງການພະລັງງານໄຟຟ້າແບບສູບກັບ (Pumped Storage Power) ໂດຍນຳໃຊ້ອ່າງເກັບນ້ຳຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 2 ທີ່ມີຢູ່ແລ້ວ ແລະ ອ່າງເກັບນ້ຳຕອນລຸ່ມເຊິ່ງຈະໄດ້ສ້າງຂຶ້ນໃໝ່ໃນພື້ນທີ່ຕອນລຸ່ມຂອງທົ່ງພຽງ. ການປະເມີນເບື້ອງຕົ້ນຂອງບໍລິສັດຈະສາມາດພັດທະນາໄດ້ໃນກຳລັງຕິດຕັ້ງປະມານ 1.000 MW, ໂດຍມີຄວາມສູງນໍ້າຕົກ 300 ແມັດ, ເບື້ອງຕົ້ນໂຄງການກໍານົດສົ່ງອອກເປັນ 2 ທາງເລືອກໂດຍຜ່ານລະບົບສາຍສົ່ງ 500 kV ຄືສົ່ງອອກໄປ ຫວຽດນາມ ແລະ ໄທ.

ສາທາລະນະລັດ ຝຣັ່ງ ເປັນປະເທດໜຶ່ງ ທີ່ມີການຮ່ວມມື, ຊ່ວຍເຫຼືອ ແລະ ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນນີ້ໂຄງການທີ່ເປັນສັນຍາລັກການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລວມມີ: ໂຄງການສະໜອງໄຟຟ້າໃຫ້ແກ່ບັນດາບ້ານຢູ່ກຸ່ມບ້ານວາໃຕ້, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ທີ່ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ 2018-ທ້າຍປີ 2019 ດ້ວຍມູນຄ່າທັງໝົດ 244.955 ເອີໂຣ ມາຮອດປັດຈຸບັນໂຄງການໄດ້ຈັດຕັ້ງປະຕິບັດສຳເລັດ100%; ໂຄງການຮ່ວມມືກັບອົງການຝຣັ່ງເພື່ອການພັດທະນາ (AFD). ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2017 ມີຈຸດປະສົງເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງສູນຕິດຕາມ ແລະ ການປະສານງານ (CMC) ໂດຍບໍລິສັດທີ່ປືກສາ CNR ທັງເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າພະລັງງານນ້ຳຕາມສາຍນ້ຳຂອງ; ໂຄງການເຂື່ອນໄຟຟ້ານ້ຳເທີນ 2 ຕັ້ງຢູ່ ເມືອງ ນາກາຍ ແລະ ເມືອງ ຍົມມະລາດ ແຂວງ ຄຳມ່ວນ, ມີກຳລັງຕິດຕັ້ງ 1,075 MW ເຊິ່ງປະກອບມີ 3 ຂາຮຸ້ນຄື: ລັດວິສາຫະກິດຖືຮຸ້ນລາວ 25%, ບໍລິສັດໄຟຟ້າຝຣັ່ງ (EDF) 40% ແລະ ບໍລິສັດ EGCO ປະເທດໄທ 35% ເຊິ່ງໄດ້ສໍາເລັດການກໍ່ສ້າງ ແລະ ດໍາເນີນ COD ຕັ້ງແຕ່ປີ 2010.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506