ສຳເລັດກອງປະຊຸມຄະນະຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຄັ້ງທີ III

          ກອງປະຊຸມຈັດຂຶ້ນຢູ່ໂຮງແຮມ ສຸນັນທາ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຮສ ປອ ລິນຄໍາ ດວງສະຫວັນ ປະທານກໍາມະທິການເສດຖະກິດ, ເຕັກໂນ ແລະ ສິ່ງເເວດລ້ອມ ສະພາແຫ່ງຊາດ, ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ແຂວງບໍລິຄໍາໄຊ, ຜູ້ຊີ້ນຳວຽກງານເສດຖະກິດ. ນອກຈາກນີ້, ຍັງມີຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ1 ພ້ອມດ້ວຍການນໍາຂອງເມືອງວຽງທອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສູນກາງເຂົ້າຮ່ວມຢ່າງພ້ອມພຽງ.

           ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ; ບົດລາຍງານຂອງໜ່ວຍງານ RMU ແລະ ການແກ້ໄຂບັນຫາຕ່າງໆຂອງໂຄງການ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການສຳເລັດ ແລະ ສາມາດເປີດຜະລິດໄຟໄດ້ຕາມແຜນການທີ່ວາງໄວ້.

          ໂຄງການເຂື່ອນໄຟຟ້ານໍ້າເທີນ1 ຕັ້ງຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ປະກອບມີ 3 ຂາຮຸ້ນຄື: ບໍລິສັດ ພອນສັກກຣຸບ ຖືຮຸ້ນ 60%, ບໍລິສັດ EGCO (ໄທ) ຖືຮຸ້ນ 25% ແລະ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 15%. ເຂື່ອນດັ່ງກ່າວ ເປັນເຂື່ອນປະເພດຄອນກຣີດອັດແໜ້ນ ແລະ ເຂື່ອນກົງ ມີຄວາມສູງ 177 ແມັດ, ສັນເຂື່ອນມີຄວາມຍາວ 771 ແມັດ, ກວ້າງ 8 ແມັດ, ມີກໍາລັງຕິດຕັ້ງ 650 ເມັກກາວັດ, ສາມາດຜະລິດໄຟຟ້າໄດ້ 2.511 ກິກກາວັດໂມງຕໍ່ປີ. 80% ຂອງພະລັງງານທີ່ຜະລິດທັງໝົດ ຂາຍສົ່ງອອກປະເທດໄທ ຜ່ານສະຖານີນາບົງ. ສ່ວນທີ່ເຫຼືອ ສະໜອງການຊົມໃຊ້ຢູ່ພາຍປະເທດ ຜ່ານລະບົບສາຍສົ່ງຂອງ ລັດວິສາຫະກິດໄຟຟ້າລາວ. ໂຄງການເຂື່ອນໄຟຟ້ານໍ້າເທີນ1 ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2016 ແລະ ມາຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 99,67%. ມີ 7 ບ້ານ, 660 ຫຼັງຄາເຮືອນ ແລະ 3.557 ຄົນ ໄດ້ຮັບການຍົກຍ້າຍ, ຈັດສັນທີ່ຢູ່ ແລະ ບ່ອນທໍາກິນຈາກໂຄງການ.

          ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະຍັງໄດ້ລົງພົບຢ້ຽມຢາມ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເຊິ່ງເປັນບ້ານຈັດສັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທີນ1 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ແຂວງບໍລິຄໍາໄຊ, ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມດ້ວຍອຳນາດການປົກຄອງເມືອງວຽງທອງ ແລະ ປະຊາຊົນພາຍໃນບ້ານ ຫ້ວຍຫອຍ.

ພາບ: ມີລູ່ ຄຳປະເສີດ
ຂ່າວ: ຄຳແສງ ແກ້ວປະເສີດ