ດັ່ງນັ້ນ, ລະຫວ່າງວັນທີ 1-3 ສິງຫາ 2022 ຜ່ານມານີ້, ທ່ານ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງ ແລະ ບໍ່ແຮ່ ພ້ອມຄະນະແພກ ແລະ ພະນັກງານວິຊາການ ຂອງພະແນກພະລັງງ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ໄດ້ລົງຈັດກອງປະຊຸມຢູ່ 03 ເມືອງຄື: ເມືອງ ແບງ, ເມືອງ ຮຸນ ແລະ ເມືອງ ປາກແບງ ເພື່ອນຳສະເໜີ, ເຜີຍແຜ່ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2021-2025), ນິຕິກໍາໃຕ້ກົດໝາຍ ເປັນຕົ້ນແມ່ນ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ພາຍໃນແຂວງ ອຸດົມໄຊ ຕິດພັນກັບການຈັດສົ່ງ ແລະ ມອບ-ຮັບ ພະນັກງານ-ລັດຖະກອນ ຂອງພະແນກ ພະລັງງານ ແລະ ບໍ່ແຮ່ ລົງໄປຊ່ວຍເມືອງ ແບງ ແລະ ເມືອງ ຮຸນ, ເຊິງມີ ບັນດາ ທ່ານ ການນຳພັກ-ລັດ ເປັນຕົ້ນແມ່ນ ບັນດາ ສະຫາຍ ຮອງເລຂາພັກເມືອງ, ກຳມະການພັກເມືອງ, ບັນດາ ທ່ານ ຮອງເຈົ້າເມືອງ,ຫົວໜ້າ,ຮອງຫົວໜ້າ ຫ້ອງການ, ສອງກຳລັງ ປກສ-ປກຊ, ອົງການທຽບເທົ່າ ແລະ ພະນັກງານ ຫຼັກແຫຼ່ງເຂົ້າຮ່ວມ ຢ່າງພ້ອມພຽງ.