
ເພື່ອສະແດງເຖິງຄຸນງາມຄວາມດີ ແລະ ຈາລຶກບຸນຄຸນຂອງກອງທັບປະຊາຊົນລາວ ທີ່ຍາມໃດກໍ່ປຽບເໝືອນ ຮົວຂອງຊາດ ຄອຍປົກປ້ອງ ແລະ ປ້ອງກັນມາຕິພູມ ເພື່ອໃຫ້ປະເທດຊາດມີຄວາມສະຫງົບສຸກ. ດັ່ງນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ. ຄະນະພັກ-ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ຄະນະພັກ-ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກະຊວງ ພະລັງງານ ແລະ ບໍ່ແຮ່; ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະພັກກະຊວງ, ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມ ກອງທັບ ພ້ອມຄະນະ ໄດ້ລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ທະຫານຮາບ 941 ແລະ ສະຖາບັນປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ. ພິເສດຄະນະດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ລາດສະວັງ ວົງພະຈັນ ວິລະຊົນແຫ່ງຊາດ ເຊິ່ງເປັນ 1 ໃນ 25 ທ່ານ ກອງລາດສະວົງ ໃນວັນທີ 1 ກຸມພາ 2022 ນີ້.


ການລົງພົບປະ, ຢ້ຽມຢາມ ຢູ່ແຕ່ລະບ່ອນນັ້ນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະພັກ-ຄະນະນຳ ແລະ ກຳລັງພົນຢູ່ແຕ່ລະກົມກອງ. ພ້ອມກັນນີ້, ຄະນະຍັງໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ການເຄື່ອນໄຫວວຽກງານຂອງແຕ່ລະກົມກອງ. ຈາກນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ກໍ່ໄດ້ມອບເງິນສົດ, ອຸປະກອນໄຟຟ້າແສງຕາເວັນ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ລວມມູນຄ່າທັງໝົດ 20.000.000 ກວ່າກີບ ໃຫ້ກອງພັນໃຫຍ່ທະຫານຮາບ 941 ແລະ ສະຖາບັນປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ໂພສະເດັດ ເສນາມູນຕີ ເລຂາຄະນະພັກ, ຫົວໜ້າການເມືອງ ສະຖາບັນປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ ແລະ ສະຫາຍ ພັນເອກ ພູໂຂງ ມະໂນລາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ທະຫານຮາບ 941.


ຫລັງຈາກນັ້ນ, ຄະນະດັ່ງກ່າວກໍ່ໄດ້ຢ້ຽມຢາມ ຄອບຄົວ ທ່ານ ລາດສະວັງ ວົງພະຈັນ ວິລະຊົນແຫ່ງຊາດ. ໃນໂອກາດດັ່ງກ່າວ ທ່ານ ລາດສະວັງ ວົງພະຈັນ ວິລະຊົນແຫ່ງຊາດ ກໍ່ໄດ້ຫວນຄືນມູນເຊື້ອການຕໍ່ສູ້ອັນພິລະອາດຫານ ບໍ່ຍ່ອມຈຳນົນຕໍ່ສັດຕູ ຂອງກອງທັບປະຊາຊົນລາວ ກໍ່ຄືປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນກອງລາດສະວົງ ເຊິ່ງເປັນກອງກຳລັງໜຶ່ງທີ່ມີບົດບາດໃນການນຳພາການຕໍ່ສູ້ຂອງກອງທັບປະຊາຊົນລາວ ແລະ ກໍ່ເປັນບ່ອນສັງກັດຂອງເພິ່ນ. ທ່ານ ລາດສະວັງ ວົງພະຈັນ ວິລະຊົນແຫ່ງຊາດ ເປັນໜຶ່ງໃນ 25 ກຳລັງພົນທີ່ປະຈຳຢູ່ກອງລາດສະວົງ ປັດຈຸບັນເພິ່ນມີອາຍຸຄົບ 95 ປີ.
ໂດຍ: ຄຳແສງ ແກ້ວປະເສີດ