ທ່ານ ປອ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພົບປະສອງຝ່າຍກັບ ທ່ານ ຫງຽນ ຮົງ ຢຽນ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ

          ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ປະຈໍາປີ 2023 ແລະ ຂໍ້ຕົກລົງ ວ່າດ້ວຍ ແຜນການການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2023 ເວົ້າລວມ, ເວົ້າສະເພາະຂໍ້ຕົກລົງການຮ່ວມມືລະຫວ່າງສອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ທີ່ໄດ້ຕົກລົງຮ່ວມກັນໃນກອງປະຊຸມພົບປະປະຈຳປີ 2022 ທີ່ຈັດຂຶ້ນຢູ່ເມືອງ ຮ່າລອງ, ແຂວງກວາງນິ້ງ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວັນທີ 24 ທັນວາ 2022 ທີ່ຜ່ານມາ

ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ. ດັ່ງນັ້ນ, ລະຫວ່າງວັນທີ 22-23 ກຸມພາ 2023 ນີ້ຢູ່ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ນຳໂດຍ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະສອງຝ່າຍກັບ ທ່ານ ຫງຽນ ຮົງ ຢຽນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສສ. ຫວຽດນາມ.

ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຂອງ ທ່ານ ຫງຽນ ຮົງ ຢຽນ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ພ້ອມຄະນະໃນຄັ້ງນີ້. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ທ່ານ ປອ ໂພໄຊ ໄຊຍະສອນ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ຄົນໃໝ່ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງພັກ, ລັດຖະບານລາວ ກໍ່ຄືຄວາມຮູ້ຄວາມສາມາດໃນການຊີ້ນຳ-ນຳພາຂອງ ທ່ານ ລັດຖະມົນຕີ ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ກາຍເປັນຂະແໜງການທີ່ສຳຄັນໃນການຊຸກຍູ້ໃຫ້ເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້ ທ່ານ ລັດຖະມົນຕີທັງສອງ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດການພົບປະ, ປຶກສາຫາລືຮ່ວມກັນໃນຄັ້ງນີ້ ທີ່ເຕັ້ມໄປດ້ວຍບັນຍາກາດອັນສະໜິດສະໜົມ, ພິເສດ ແລະ ເຂົ້າອົກເຂົ້າໃຈກັນ.

ພາບ: ກອງເລຂາການນຳ
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ