ລົງເຄື່ອນໄຫວຕິດຕາມການຄຸ້ມຄອງການນຳໃຊ້ທີດິນ ແລະ ຕິດຕາມ, ຢ້ຽມຢາມວຽກງານ ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່

     ໃນວັນທີ 27 ກໍລະກົດ 2022 ທີ່ຜ່ານມາ, ທ່ານ ປອ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະລົງເຄື່ອນໄຫວຕິດຕາມການຄຸ້ມຄອງການນຳໃຊ້ທີດິນ ແລະ ຕິດຕາມ, ຢ້ຽມຢາມວຽກງານ ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່. ນຳພາໂດຍທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງຫົວໜ້າຫ້ອງການ, ຫົວໜ້າ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ຫົວໜ້າພະແນກຄຸ້ມຄອງບໍລິຫານເຂົ້າຮ່ວມລົງເຄື່ອນໄຫວຕິດຕາມ.

     ຈຸດປະສົງ ເພື່ອລົງຕິດຕາມການຄຸ້ມຄອງການນຳໃຊ້ທີ່ດິນຂອງລັດ ທີ່ເປັນກຳມະສິດຂອງກະຊວງພະລັງງານ ແລະ ບໍ່ແຮ່  ແລະ ລົງຕິດຕາມ ຢ້ຽມຢາມວຽກງານ ຂອງສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່. ທ່ານ ລັດຖະມົນຕີໄດ້ຊີ້ນຳໃຫ້ຫ້ອງການກະຊວງ ສືບຕໍ່ປັກຫລັກໝາຍ ລ້ອມຮົ້ວ ຕາມເຂດແດນທີ່ໄດ້ກຳນົດໄວ້ ໃນໃບສິດການນຳໃຊ້ທີດິນ ໃຫ້ມີຄວາມຖືກຕ້ອງ ແລະ ສາມາດຄຸ້ມຄອງໄດ້. ພ້ອມນັ້ນຍັງໄດ້ລົງຕິດຕາມ ຢ້ຽມຢາມ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃຫມ່ ຕໍ່ກັບໜ້າວຽກຕ່າງໆ ເຊິ່ງໃນນັ້ນວຽກງານພົ້ນເດັ່ນແມ່ນ ການຄົ້ນຄວ້າ ແລະ ນຳໃຊ້ລະບົບໂຊລາເຊວ ແລະ ແກສຊີວະພາບ.