ທ່ານ ຮອງລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອາແຊັກໄບຊານ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

          ຕອນເຊົ້າວັນທີ 12 ມີນາ 2024 ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Shogi Mehdizada ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາແຊກໄບຊານ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບແຜນການຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າ.
          ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ທູດທີ່ໄດ້ຢ້ຽມຢາມ, ພົບປະ ແລະ ປຶກສາຫລື ກັບການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້, ເຊິ່ງເປັນຂີດໝາຍໃໝ່ ຂອງການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ອາແຊກໄບຊານ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມແຟ້ນແໜ້ນຂຶ້ນກວ່າເກົ່າ. ທ່ານ ຮອງລັດຖະມົນຕີ ຖືໂອກາດດັ່ງກ່າວນີ້ ລາຍງານຫຍໍ້ກ່ຽວກັບຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ ທ່ານ ທູດໄດ້ຮັບຊາບຕື່ມອີກ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ເຊີນຊວນນັກລົງທຶນຈາກ ອາແຊກໄບຊານ ໂດຍຜ່ານ ທ່ານ ທູດ ເພື່ອເຂົ້າມາສຶກສາຄວາມເປັນໄປໄດ້ ແລະ ກ້າວໄປເຖິງການຮ່ວມມື ຫຼື ລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ເນື່ອງຈາກວ່າ ສປປລາວ ເປັນປະເທດໜຶ່ງທີ່ມີທ່າແຮງໃນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າສະອາດ ແລະ ການພັດທະນາອຸດສາຫະກຳບໍ່ແຮ່ຫຼາຍຊະນິດ.

         ທ່ານ Shogi Mehdizada ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ, ພົບປະ ແລະ ລາຍງານ ກ່ຽວກັບການພັດທະນາພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າ. ທ່ານ ທູດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວ ເຊິ່ງຖືໄດ້ວ່າເປັນຜົນສຳເລັດທີ່ສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ແລະ ກໍ່ເປັນນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບຈຸດພິເສດຂອງ ສປປລາວ ທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ແຕ່ໄດ້ຖືເອົາການເຊື່ອໂຍງ-ເຊື່ອມຈອດກັບປະເທດເພື່ອບ້ານ ໃນນີ້ກໍ່ລວມທັງການເຊື່ອມໂຍງດ້ານພະລັງງານ ທີ່ເປັນທ່າແຮງຕົ້ຍຕໍ່ ແລະ ສຳຄັນຂອງປະເທດ. ສາທາລະນະລັດ ອາແຊກໄບຊານ ມີຄວາມຍິນດີຮ່ວມມືກັບ ສປປລາວ ໃນການພັດທະນາທ່າແຮງບົ່ມຊ້ອນດັ່ງກ່າວ ຕາມຫຼັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
          ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ແລະ ທາ່ນ ທູດ ຍັງໄດ້ຍົກເອົາຫຼາຍບັນຫາທີ່ສຳຄັນ ມາປຶກສາຫາລື ແລະ ແລກປ່ຽນຮ່ວມກັນ ໂດຍສະເພາະແມ່ນການຮ່ວມມື ຜ່ານກົນໄກການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບ ລາວ-ອາແຊັກໄບຊານ, ອາແຊກໄບຊານ-ສປປລາວ; ບັນຫາວິກິດພະລັງງານຂອງໂລກ ແລະ ບັນຫາອື່ນໆອີກ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506