ແຂວງຫຼວງພະບາງ ເປັນແຂວງໜຶ່ງທີ່ອັດຕາການຊົມໃຊ້ໄຟຟ້າຂອງຄົວເຮືອນບັນລຸ 90 ກວ່າ ສ່ວນຮ້ອຍ

          ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໂດຍ ທ່ານ ສົມໄຈ ວັນນະສີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ເຊິ່ງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ ທ່ານ ຈັນທະບູນ ສຸກອາລຸນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມພະນັກງານ, ລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຫຼວງພະບາງໃນວັນທີ 16 ມັງກອນ 2025 ນີ້ຢູ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ.

          ທ່ານ ຫົວໜ້າພະແນກ ໄດ້ກ່າວວ່າ: ຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ເປັນພະແນກໜຶ່ງທີ່ສຳເລັດການໂຮມເຂົ້າເປັນຄະນະພັກຮາກຖານອັນດຽວກັນ ລະຫວ່າງ ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ກັບ ໜ່ວຍພັກລັດວິສາຫະກິດໄຟຟ້າລາວສາຂາປະຈຳແຂວງ ໃນເມື່ອກ່ອນ ເປັນຄະນະພັກຮາກຖານ ພະລັງງານ ແລະ ບໍ່ແຮ່ ໃນປັດຈຸບັນ, ປະກອບມີ 04 ໜ່ວຍພັກທີ່ຂຶ້ນກັບ; ມີຄະນະພັກຮາກຖານ 06 ສະຫາຍ, ມີສະມາຊິກພັກທັງໝົດ 156 ສະຫາຍ, ຍິງ 33 ສະຫາຍ. ມີພະນັກງານ-ລັດຖະກອນທັງໝົດ 481 ສະຫາຍ, ຍິງ 76 ສະຫາຍ. ທົ່ວແຂວງມີແຫຼ່ງຜະລິດພະລັງງານໄຟຟ້ານໍ້າຕົກຈໍານວນ 06 ແຫ່ງ, ມີກໍາລັງຕິດຕັ້ງ 700,07 ເມກາວັດ (MW). ສາມາດຜະລິດກະແສໄຟຟ້າໄດ້ 1,814.03 ລ້ານກິໂລວັດໂມງ (kWh), ປະຕິບັດໄດ້ 86,72% ຂອງແຜນການທຽບໃສ່ແຜນການປີ ກໍ່ຄືມະຕິຂອງສະພາປະຊາຊົນແຂວງຮັບຮອງປະຕິບັດໄດ້ 86%; ມີຄອບຄົວໄດ້ຊົມໃຊ້ໄຟ້າທຸກລະບົບ ຈໍານວນ 719 ບ້ານ, ມີ 79,454 ຄອບຄົວ ກວມເອົາ 92.75% ຂອງຄອບຄົວທັງໝົດ, ໃນນີ້ໄດ້ຊົມໃຊ້ໄຟຟ້າແຫ່ງຊາດ. ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ມີທັງໝົດຈໍານວນ 18 ບໍລິສັດ. ມີເນື້ອທີ່ສໍາປະທານ 1,027 ກມ2. ນອກຈາກນີ້, ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນແຮ່ຄໍາຕົກຂ້ອນ (ແບບທົດລອງ) ຕາມນະໂຍບາຍໃໝ່ຂອງລັດຖະບານ, ຈໍານວນ 09 ບໍລິສັດ, ມີເນື້ອທີ່ສໍາປະທານ 38.35 ເຮັກຕາ.

          ສໍາລັບຂັ້ນແຂວງອະນຸຍາດແມ່ນປະເພດແຮ່ອະໂລຫະ ເພື່ອຮັບໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ເຊິ່ງມີຈໍານວນ 35 ບໍລິສັດ/ຫົວໜ່ວຍ, ມີເນື້ອທີ່ສໍາປະທາທັງໝົດ 130.90 ເຮັກຕາ. ໃນໄລຍະຜ່ານມານີ້ສາມາດຂຸດຄົ້ນ ແລະ ຈໍາໜ່າຍແຮ່ໄດ້ 189,725 ແມັດກ້ອນ. ທຽບໃສ່ແຜນການປະຕິບັດໄດ້ພຽງ 7%. ສາເຫດທີ່ປະຕິບັດບໍ່ໄດ້ຕາມແຜນການ ເນື່ອງຈາກວ່າມີບາງຫົວໜ່ວຍກິດຈະການຈໍານວນໜຶ່ງແມ່ນບໍ່ໄດ້ທໍາການຜະລິດ ແລະ ສະເໜີຂໍໂຈະຊົ່ວຄາວ.

ໂດຍ: ຄຳແສງ ແກ້ວປະເສີດ
ລາຍງານສົດຈາກ ພບ ແຂວງຫຼວງພະບາງ
ສາຍດ່ວນ: 1506