
ໃນວັນທີ10 ສິງຫາ 2024 ນີ້ ທ່ານ ດິງສົນຮວງ ຮອງປະທານບໍລິສັດ VPG ລາວ-ຫວຽດ ຫຸ້ນສ່ວນຈຳກັດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ,ປຸງແຕ່ງແຮ່ບົກຊິດ ແລະ ໂຄງການກໍ່ສ້າງໂຮງງານຜະລິດອາລູມີນາ ຂະໜາດ 1,000,000ໂຕນ/ປີ ຕໍ່ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກຂອງໂຄງການ.

ທ່ານ ຮອງປະທານບໍລິສັດ VPG ລາວ-ຫວຽດນາມ ຫຸ້ນສ່ວນ ຈຳກັດ ລາຍງານຕື່ມວ່າ: ບໍລິສັດໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນ,ປຸງແຕ່ງແຮ່ບົກຊິດ ແລະ ການກໍ່ສ້າງໂຮງງານຜະລິດອາລູມີນາ ຢູ່ເມືອງດາກຈິງ ແຂວງເຊກອງ ໃນປີ2018 ດ້ວຍອາຍຸສັນຍາ 24ປີ ໃນເນື້ອທີ່ 86,71 ກິໂລຕາແມັດ. ມາຮອດປັດຈຸບັນບໍລິສັດໄດ້ສຳເລັດການດຳເນີນສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ດ້ວຍກຳລັງການຜະລິດອາລູມີນາ 600,000 ໂຕນ/ປີ. ພ້ອມກັນນີ້ ບໍລິສັດກໍ່ໄດ້ວ່າຈ້າງບໍລິສັດ ACOM ເຊິ່ງເປັນບໍລິສັດເອກະລາດຈາກປະເທດອົດສະຕາລີ ເພື່ອວິເຄາະຄືນໃໝ່ ໂດຍອີງໃສ່ທ່າແຮງທາງດ້ານປະລິມານສະສົມທັງໝົດ 241,359,942 ໂຕນ, ຄວາມອາດສາມາດທາງດ້ານແຫລ່ງທຶນ ພ້ອມທັງສະເໜີຍົກລະດັບກຳລັງການຜະລິດອາລູມີນາ ຈາກ 600,000ໂຕນ ມາເປັນ 1,000,000 ໂຕນ/ປີ ເພື່ອໃຫ້ໂຄງການມີປະສິດທິພາບ, ມີປະສິດທິຜົນກວ່າເກົ່າ. ທ່ານ ຮອງປະທານບໍລິສັດລາຍງານໃຫ້ຮູ້ຕື່ມວ່າ ໂຮງງານຜະລິດອາລູມີນາ ຈະກໍ່ສ້າງສຳເລັດ ແລະ ເລີ່ມຜະລິດຢ່າງເປັນທາງການໃນກາງປີ 2027 ທີ່ຈະມາເຖິງນີ້ ໂດຍມີປະເທດຈີນ ເປັນຕະຫລາດຫລັກ ແລະ ບັນດາປະເທດອື່ນໆຢູ່ໃນອາຊີ.


