ກອງປະຊຸມເຜີຍແຜ່ສັນຍາສຳປະທານ ໂຄງການໄຟຟ້າພະລັງງານລົມມອນຊູນ

          ໃນຕອນເຂົ້າ ຂອງວັນທີ 22 ພະຈິກ 2023 ທີ່ ທີຫ້ອງວ່າການປົກຄອງ ແຂວງ ເຊກອງ ໄດ້ຈັດ ກອງປະຊຸມເຜີຍແຜ່ສັນຍາສຳປະທານ ໂຄງການໄຟຟ້າພະລັງງານລົມມອນຊູນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ທອງພັດ ອີນທະວົງ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຈັນຫອມ ມະຫາໄຊ, ຮອງເຈົ້າແຂວງ ແຂວງ ເຊກອງ ພ້ອມນັ້ນ ຍັງມີຜູ້ຕ່າງໜ້າຈາກ ຂະແໜງການທີ່ກ່ຽວຂອງທັງສູນກາງ ແລະ ທ້ອງຖີ່ນ ເ♪ຂົ້າຮ່ວມຢ່າງພ້ອມພຽງ.

          ໂຄງການໄຟຟ້າພະລັງງານລົມມອນຊູນ ເປັນໂຄງການໄຟຟ້າພະລັງງານລົມແຫ່ງທຳອິດຂອງ ສປປ ລາວ ແລະ ແມ່ນໜຶ່ງໃນໂຄງການໄຟຟ້າຂະໜາດໃຫຍ່ ທີ່ນອນໃນແຜນສົ່ງໄຟອອກໃຫ້ແກ່ລັດວິສາຫະກິດໄຟຟ້າຫວຽດນາມ ໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື, ມີກຳລັງຕິດຕັ້ງ 600 MW (ປະກອບດ້ວຍກົງຫັນ 133 ຕົ້ນ, ຕົ້ນລະ 4,5 MW), ຜະລິດພະລັງງານໄຟຟ້າສະເລ່ຍ 1.707 GWh/ປີ.
          ຜູ້ພັດທະນາໂຄງການໄດ້ໃຊ້ເວລາສຶກສາ-ສຳຫຼວດຕາມຂັ້ນຕອນການພັດທະນາໂຄງການສຳປະທານທຸລະກິດໄຟຟ້າ ເປັນເວລາ 10 ກວ່າປີ ໂດຍເລີ່ມຈາກວັນທີ 15/11/2011, ບໍລິສັດ Impact Energy Asia Limited ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ເຊັນສັນຍາພັດທະນາໂຄງການ (PDA) ໃນວັນທີ 07/08/2015. ຈາກນັ້ນ, ວັນທີ 01/12/2022, ໂຄງການໄດ້ເຊັນສັນຍາສຳປະທານ (CA) . 

          ໂຄງການໄຟຟ້າພະລັງງານລົມ ບໍ່ພຽງແຕ່ເປັນການຊຸກຍູ້ທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ, ຍັງເປັນຂົວຕໍ່ໃນການຮັດແໜ້ນຄວາມສຳພັນໄມຕີ ລະຫວ່າງ ລັດຖະບານຂອງ 2 ປະເທດ ລາວ-ຫວຽດນາມ ຜ່ານບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາໂຄງການໄຟຟ້າ ໃນ ສປປ ລາວ, ການເຊື່ອມຕໍ່ລະບົບ ແລະ ການຊື້-ຂາຍໄຟ ທີ່ລົງນາມໂດຍສອງລັດຖະບານ ລາວ-ຫວຽດນາມ ໃນວັນທີ 05/10/2016 ໂດຍຂາຍໄຟຂອງໂຄງການທັງໝົດໃຫ້ລັດວິສາຫະກິດໄຟຟ້າຫວຽດນາມ ເຊິ່ງຄາດໝາຍມື້ດໍາເນີນງານທາງດ້ານການຄ້າ (COD) ໃນເດືອນ 12/2025 ແລະ ຈະສືບຕໍ່ຜະລິດໄຟຂາຍໃຫ້ລັດວິສາຫະກິດໄຟຟ້າຫວຽດນາມ 25 ປີ ກ່ອນໝົດອາຍຸສຳປະທານ ເຊິ່ງອາດຮື້ຖອນ ຫຼື ມອບໂອນ ຕາມການຮຽກຮ້ອງຂອງລັດຖະບານ. 

          ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບກ່ຽວກັບ ການນຳເຂົ້າວັນຖຸອຸປະກອນຮັບໃຊ້ໂຄງການ, ການຕິດຕາມວຽກງງານເຕັກນີກ,ການຕິດຕາມດ້ານສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ສຳລັບ ຂະບວນການເຮັດວຽກ ກ່ອນການເຊັນສັນຍາສຳປະທານ ໂດຍລວມ ບໍລິສັດ ໄດ້ຈັດຕັ້ງປະຕິບັດພັນທະຂອງຕົນຢ່າງສຳເລັດ, ໄດ້ມີການຮັບຮອງເອກະສານທາງດ້ານເຕັກນິກ, ສິ່ງແວດລ້ອມສັງຄົມ, ການແກ້ໄຂຜົນກະທົບ ແລະ ອື່ນໆໂດຍຂະແໜງການລັດຖະທີ່ກ່ຽວຂ້ອງ. ກົມວິຊາການ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີການສົມທົບກັບ ຂະແໜງການທີ່ກ່ຽວຂ້ອງເຮັດວຽກຮ່ວມກັນ ປຶກສາຫາລື ແລະ ຄົ້ນຄວ້າຕໍ່ກັບໂຄງການດັ່ງກ່າວ ຈົນສາມາດຜ່ານກອງປະຊຸມລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການໄດ້ສຳເລັດຕາມແຜນ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ສັນຍາສຳປະທານ ທັງເປັນການລາຍງານໃຫ້ແຂວງໄດ້ຊາບ ຜົນປະໂຫຍດທີ່ຕົນຈະໄດ້ຮັບຈາກການພັດທະນາໂຄງການ ແລະ ທັງເປັນການສຳມະນາວິຊາການ ແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃນວຽກເຈລະຈາສັນຍາສຳປະທານໂຄງການໄຟຟ້າ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນພ້ອມ.
          ພາຍຫລັງ ກອງປະຊຸມເຜີຍແຜ່ສັນຍາສຳປະທານ ໂຄງການໄຟຟ້າພະລັງງານລົມມອນຊູນແລ້ວ ທ່ານ ຮອງລັດຖະມົນຕີ ພ້ອມຄະນະ ຈາກ ສູນການ ແລະ ທອງຖີ່ນ ຍັງເດີນທາງ ໄປ ເມືອງ ດາກຈືງ ແຂວງ ເຊກອງ ເພື່ອລົງຕິດຕາມຊຸກຍູ້ ໂຄງງການ ໄຟຟ້າ ພະລັງງານລົມມອນຊູນ

ໂດຍ: ປະສົງໄຊ ໂຄດໂຍທາ