ທ່ານ ປອ ດາວວົງ ພອນແກ້ວ ລົງຢ້ຽມຢາມ ແລະ ຕິດຕາມ ໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງ ຊຽງຂວາງ

          ໃນມໍ່ໆມານີ້, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນນີ້ລວມມີໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກແບບທົດລອງ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຂອງບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ; ໂຄງການຂຸດຄົ້ນ ແລະ ແຮ່ຫຼັກ ແບບທົດລອງ ຢູ່ເຂດບ້ານ ສຳພັນໄຊ ເມືອງ ຄຳ ແຂວງຊຽງຂວາງ ຂອງ ບໍລີສັດ ສຳພັນໄຊ ມາຍນີ້ງຈຳກັດ ແລະ ໂຄງການ ເຂືອນໄຟຟ້າ ນ້ຳງື່ມ 4. ຢູ່ແຕ່ລະບ່ອນນັ້ນ, ທ່ານ ລັດຖະມົນຕີ ພ້ອມຄະນະໄດ້ຮັບການຕ້ອນຮັບ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງແຕ່ລະໂຄງການຈາກ ຄະນະຜູ້ບໍລິຫານຂອງແຕ່ລະບໍລິສັດ.

          ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກແບບທົດລອງ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຂອງບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ຜ່ານມາແມ່ນເປັນໂຄງການແມ່ນຮ່ວມມື ລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ, ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮ່ວມມືກັນດຳເນີນການສຶກສາຂໍ້ມູນເຂດທີ່ມີທ່າແຮງຂອງແຫຼ່ງແຮ່ທາດ ໃນເຂດບ້ານມາຍ, ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ໃນເນື້ອທີ່ເບື້ອງຕົ້ນ 118,16 ກມ2 ດ້ວຍເຕັກນິກ ວິທີການກວດກາທໍລະນີສາດ ແລະ ເກັບຕົວຢ່າງໄປວິໄຈຫາຄຸນນະພາບແຮ່ທາດ ໃນເນື້ອທີ່ທັງໝົດທີ່ໄດ້ສຶກສາ ແລະ ສາມາດກຳນົດຂອບເຂດເນື້ອທີ່ເປັນເປົ້າໝາຍທາງດ້ານແຮ່ທາດ ໃນເນື້ອທີ 28,28 ກມ2 ໃນນີ້ໄດ້ແບ່ງອອກເປັນ 2 ເຂດເນື້ອທີ່ ໂດຍໄດ້ຮັບໃບອະນຸຍາດຂຸດຄົ້ນແຮ່ທາດ (ແບບທົດລອງ) ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ໃນເນື້ອທີ່ 3 ກມ2 ສະບັບເລກທີ 09-22/ພບ.ກຄບ, ລະຫັດໃບອະນຸຍາດ ML0216, ລົງວັນທີ 16/03/2022 ໃນໄລຍະເວລາ 36 ເດືອນ, ນັບແຕ່ວັນທີ 21/01/2022 – 20/01/2025;

          ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ພ້ອມຄະນະກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຄງການເຂືອນໄຟຟ້າ ນ້ຳງື່ມ 4 . ໂຄງການເຂື່ອນ ໄຟຟ້ານ້ຳງື່ມ 4 ແມ່ນຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງລາວ ເຊີ່ງຫ່າງຈາກນະຄອນຫຼວງວຽງຈັນ 480 ກິໂລແມັດ. ສະຖານທີ່ກໍ່ສ້າງແມ່ນແຍກອອກ 2ສະຖານທີຄື ເຂືອນ ແລະ ເຮືອນຈັກ ທັງສອງສະຖານທີແມ່ນຫ່າງຈາກໂພນສະຫວັນ ເມຶອງແປກ 40 ກິໂລແມັດ ແລະ 60 ກິໂລແມັດ ຕາມລຳດັບ. ອ່າງເກັບນຳ້ແມ່ນກວມເອົາພື້ນທີ່ໃນເຂດແມືອງແປກ ແລະ ເມືອງພູກູດ. ສວນສະຖານທີຕັ້ງເຂື່ອນແມ່ນຢູ່ບ້ານ ຊາຍ, ສະຖານທີເຮືອນຈັກ ແມ່ນຕັ້ງຢູ່ບ້ານ ຊຽງງາ,ເມຶອງພູກູດ.ສວນສາຍສົ່ງ 230 KV ເປັນວົງຈອນຄູ່ ທີ່ມີຄວາມຍາວ 32.5 ກິໂລເເມັດ ຫາສະຖານນີ 500KV ນາເພຍ ເຊີ່ງໂຄງການດັງກ່າວເປັນຂອງ ລັດວິສາຫະກິດ ໄຟຟ້າລາວ ມີກຳລັງຕິດຕັ້ງ 240 MW ພະລັງງານ ສະເລ່ຍຕໍ່ປີ 872 GWh ເຊິ່ງປຈຸບັນການກໍ່ສ້າງມີຄວາມຄືຍໜ້າໂຄງການມາຮອດເດືອນ ພະຈີກ 2022 ແມ່ນສຳເລັດ 85,56%.

          ຕໍ່ມາໃນເຊົ້າຂອງວັນທີ່ 27 ພະຈີກ2022 ໄດ້ລົງຍ້ຽມຍາມຕິດຕາມຊຸຸຸກຍູ້ໂຮງງານປຸງແຕ່ງແຮ່ເຫລັກ ຂອງບໍລີສັດ ລາວຍົງຊຽງ ບ້ານ ຍອດປຽງ ເມືອງ ແປກ ແຂວງ ຊຽງຂວາງ
ພາຍຫຼັງໄດ້ຮັບຟັງການລາຍງານ ແລະ ຕິດຕາມເບິງສະພາບການຈັດຕັ້ງປະຕິບັດຢູ່ແຕ່ລະໂຄງການແລ້ວ ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາໂຄງການດັ່ງກ່າວ ເນື່ອງຈາກວ່າເປັນໂຄງການທີ່ພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ທີ່ມີລັກສະນະຍຸດທະສາດ ແລະ ຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ນີ້ຮອດປີ 2025 ແລະ ຮອດປີ 2030. ການພັດທະນາການຂຸດຄົ້ນແຮ່ຫາຍາກ ຢູ່ບັນດາທ້ອງຖິ່ນຂອງແຂວງຊຽງຂວາງ ແມ່ນໂຄງການຊຶ່ງນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະ ເປັນມິດກັບສິ່ງແວດ; ຈະເປັນເງື່ອນໄຂ ແລະ ສ່ວນປະກອບທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກຳພະລັງງານ ແລະ ອຸດສາຫະກຳແຮ່ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ປະເທດຊາດ ສິ່ງສຳຄັນແມ່ນການມີສ່ວນຮ່ວມໃນການພັດທະນາພື້ນຖານໂຄງລ່າງ, ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ການພັດທະນາເສດຖະກິດສິນຄ້າ ແລະ ໃນແງ່ອື່ນໆ ຊຶ່ງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນຍຸດທະສາດການພັດທະນາແຮ່ຫາຍາກຢູ່ ສປປ ລາວ ກໍຄືການປະກອບສ່ວນເຂົ້າໃນການເພີ້ມທະວີສາຍພົວພັນທີ່ດີງາມ, ເປັນມູນເຊື້ອຍາວນານ.

ໂດຍ: ປະສົງໄຊ ໂຄດໂຍທາ
ຮຽບຮຽງ: ຄຳແສງ ແກ້ວປະເສີດ