ພິທີເລົ່າມູນເຊື້ອວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

          ເພື່ອລະນຶກເຖິງວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດເຮົາ ໂດຍສະເພາະແມ່ນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (ວັນທີ 2 ທັນວາ 1975-2 ທັນວາ 2023) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃນວັນທີ 13 ທັນວາ 1920-13 ທັນວາ 2023 ນີ້, ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງພິທີປະຖະກະຖາ ເພື່ອເລົ່າຫວນຄືນ ສອງວັນສຳຄັນທາງປະຫວັດສາດຂອງຊາດເຮົາດັ່ງກ່າວຂຶ້ນຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ໃນວັນທີ 15 ທັນວາ 2023 ນີ, ໂດຍໃຫ້ກຽດປະຖະກະຖາຂອງ ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າອຳນວຍການວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ.

           ໃຫ້ກຽດເຂົ້າຮ່ວມຮັບຟັງຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ຜູ້ອຳນວຍການ-ຮອງຜູ້ອຳນວຍການ ລັດວິສາຫະກິດ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

           ໃນບັນຍາກາດທີ່ມີຄວາມໝາຍສຳຄັນ ແລະ ສະຫງ່າລາສີ ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າອຳນວຍການວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ໃຫ້ເລົ່າຄືນມູນເຊື້ອວັນຊາດທີ 2 ທັນວາ ປີ 1975 ວ່າ: ການສະຖາປະນາ ສປປລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ແມ່ນການສະຫຼຸບລວມຍອດແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືບົນເສັ້ນທາງທີ່ລະອິດລະອ້ຽວ, ຫຍຸ້ງຍາກ, ລໍາບາກ, ຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນຍິ່ງໃຫຍ່ຂອງ ປະຊາຊົນລາວບັນດາເຜົ່າ ໃນຕະຫຼອດໄລຍະເວລາເກືອບໜຶ່ງສະຕະວັດ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ຂອງປະຊາຊົນລາວບັນດາເຜົ່າ . ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ປະຊາຊົນລາວໄດ້ແລກມາດ້ວຍເລືອດ ແລະ ຊີວິດ, ແມ່ນການຂຽນໜ້າປະຫວັດສາດທີ່ສະຫງ່າອົງອາດກວ່າໝູ່, ຮຸ່ງເຮືອງເຫຼືອງເຫຼື້ອມ ກວ່າໝູ່ຂອງຊາດເຮົາ ຊຶ່ງມັນໄດ້ເປັນການປົດແອກປົກຄອງຂອງຈັກກະພັດ ແລະ ສັກດິນາ ທີ່ໄດ້ເຕັງຄໍປະຊາຊົນລາວບັນດາເຜົ່າມາເປັນເວລາຫຼາຍຮ້ອຍປີນັ້ນອອກໄປຕະຫຼອດການ, ເຮັດໃຫ້ຊະຕາກຳຂອງຊາດ ແລະ ສັງຄົມລາວມີການຫັນປ່ຽນຢ່າງເລິກເຊິ່ງ ອັນໄດ້ເປັນການໄຂສັງກາດໃໝ່, ສັງກາດອັນແສນສົດໃສ ແຫ່ງການສ້າງປິຕຸພູມອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ກ້າວເດີນໄປບົນເສັ້ນທາງເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ມັ່ງຄັ່ງເຂັ້ມແຂງ.

          ພ້ອມກັນນີ້, ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຍັງໄດ້ຍົກໃຫ້ເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ປະທານໄກສອນ ພົມວິຫານ ທີ່ໄດ້ອຸທິດຕົນຕໍ່ປະເທດຊາດຢ່າງບໍ່ອິດບໍ່ຮູ້ເມືອຍວ່າ: ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ ບ້ານ ນາເຊັງ, ເມືອງ ຄັນທະບຸລີ (ນະຄອນ ໄກສອນ ພົມວິຫານໃນປັດຈຸບັນ) ແຂວງ ສະຫວັນນະເຂດ ໃນຄອບຄົວປັນຍາຊົນຮັກຊາດ ຊຶ່ງ ທ່ານ ລວນ ພໍ່ຂອງເພິ່ນ ເປັນຂ້າລາຊະການທີ່ເຮັດວຽກເປັນນາຍພາສາຢູ່ຫ້ອງການຂອງທ່ານ ກອມມີແຊຝຼັ່ງ ຢູ່ສະຫວັນນະເຂດ ແລະ ແມ່ດົກ ແມ່ຂອງເພິ່ນທີ່ເປັນຊາວນາ ຊຶ່ງປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກ ແລະ ມີນ້ອງສາວ 2 ຄົນ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ ທີ່ມີຄວາມປີຊາສາມາດສະຫຼາດສ່ອງໃສແມ່ນຜູ້ນຳ ທີ່ມີແນວຄິດປະຕິວັດອັນແນວແນ່, ມີອຸດົມການທີ່ເດັດດ່ຽວໜຽວແໜ້ນ ຊຶ່ງໄດ້ຮັບການທົດສອບຮ້ອຍແປດພັນປະການ ດ້ວຍຄວາມຮັບຜິດຊອບນຳພາໜ້າທີ່ຕ່າງໆ ທີ່ສຳຄັນແຕ່ນ້ອຍຫາໃຫຍ່ ແລະ ສາມາດນຳພາເຮັດສຳເລັດຢ່າງໜັກແໜ້ນ.
          ປະທານ ໄກສອນ ພົມວິຫານ ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ແລະ ແມ່ນວີລະບຸລຸດຂອງຊາດລາວພວກເຮົາ. ຊີວິດ ແລະ ການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ແມ່ນຊີວິດປະຕິວັດທີ່ມີກຽດອັນສູງສົ່ງ ແລະ ສະຫງ່າງາມ ຊຶ່ງໄດ້ອຸທິດສະຕິປັນຍາກຳລັງວັງຊາໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນເຮົາໃນຕະຫຼອດໄລຍະເວລາເກືອບເຄິ່ງສະຕະະວັດ. ພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ, ຍາມໃດກໍໄດ້ຕິດພັນຢ່າສະໜິດແໜ້ນກັບຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ຊຶ່ງແມ່ນຜູ້ນຳພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນຳພາການສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ນຳພາການສ້າງຕັ້ງລັດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ້ມນຳພາການດຳເນີນພາລະກິດປ່ຽນແປງໃໝ່.

           ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ເປັນແບບຢ່າງອັນປະເສີດ ແລະ ພົ້ນເດັ່ນທາງດ້ານຄຸນທາດການເມືອງບົນພື້ນຖານຂອງນ້ຳໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫຼະທີ່ບໍລິສຸດຜຸດຜ່ອງ, ສູງສົ່ງເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ປະທານ ໄກສອນ ພົມວິຫານ ແມ່ນແວ່ນແຍງອັນໃສແຈ້ງທາງດ້ານຄຸນສົມບັດປະຕິວັດ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ກ່ຽວກັບນ້ຳໃຈອົດທົນ, ໜຽວແໜ້ນ, ກ່ຽວກັບນໍ້າໃຈດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບ ແຜນດຳລົງຊີວິດທີ່ປົກກະຕິ, ງ່າຍດາຍ, ມີນ້ຳໃຈອາດຫານ, ຍາມໃດກໍບໍ່ຢ້ານກົວຕໍ່ຄວາມເສຍສະຫຼະ ເພື່ອການອຸທິດຕົນໃຫ້ແກ່ປະເທດຊາດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ແມ່ນຜູ້ນຳທີ່ເປັນແບບຢ່າງອັນປະເສີດກ່ຽວກັບນ້ຳໃຈອົດທົນ,ໜຽວແໜ້ນ, ດຸໝັ່ນປະຢັດສັດຊື່ບໍລິສຸດ, ຍາມໃດເພິ່ນກໍເປັນແບບຢ່າງຕໍ່ສູ້ກັບພະຍາດອາດຍາສິດ, ການໂລບມາໂລພາ, ສໍ້ລາດບັງຫຼວງ ແລະ ການກິນສິນບົນ ຊຶ່ງປາກົດການ ແລະ ພະຍາດເຫຼົ່ານີ້ ແມ່ນໄພອັນຕະລາຍຂອງປະເທດຊາດ.
          ໃນຕະຫຼອດຊີວິດຂອງເພິ່ນ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ ໂດຍບໍ່ມີວັດຖຸປະສົງອື່ນໃດທີ່ເໜືອກວ່າ. ຍາມໃດພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ຍາມໃດກໍຄິດຄະນິງເຖິງ, ຈາລຶກໄວ້ຢູ່ສະເໝີ ຊຶ່ງຄຸນງາມຄວາມດີ, ຜົນງານ ແລະ ແບບຢ່າງທີ່ໃສແຈ້ງ ທີ່ເພິນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ພາລະກິດປະຕິວັດຂອງປະຊາຊົນເຮົາ.

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ