ບໍລິສັດ ຊີໂນອາກກຣີໂປຕາສ ຈຳກັດ ຈະສ້າງນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສ ສາກົນ

          ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2023 ຜ່ານມານີ້ ຢູ່ໂຮງແຮມແລນມາກລີເວີໄຊ, ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ຕາງໜ້າລັດຖະບານ ສປປລາວ ລົງນາມໂດຍມີທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ເປັນຜູ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈຮວ່ມກັນ. ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ, ທ່ານ ບຸນເຫຼືອ ສິນໄຊ ວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ພ້ອມດ້ວຍການນຳຂອງພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

          ອີງຕາມການລາຍງານໃຫ້ຮູ້ວ່າ: ນິຄົມອຸດສາຫະກໍາແບ່ງອອກເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2.000 ເຮັກຕາ, ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່, ເພື່ອຊຸກຍູ້ປະເທດລາວສ້າງເປັນຮູບແບບອຸດສາຫະກໍາທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ. ຕົວເມືອງ ອາຊີ-ໂປຕາສ ຈະກາຍເປັນຕົວເມືອງທີ່ທັນສະໄໝ,ປະກອບລວມມີທັງການແພດ, ການສຶກສາ, ການຄ້າ, ກິລາ, ການບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ໃນດ້ານໜຶ່ງ ແມ່ນເຮັດໃຫ້ປະຊາຊົນເຂົ້າມາໃນຕົວເມືອງ, ກໍ່ສ້າງໃຫ້ເປັນອຸດສາຫະກໍາສີມືແຮງງານ, ປົດປ່ອຍທ່າແຮງຕົ້ນທຶນແຮງງານ, ອີກດ້ານໜຶ່ງຈະເປັນການເປີດປະຕູສູ່ພາຍນອກເພື່ອສະແດງໃຫ້ເຫັນເຖີງສັກກະຍະພາບຂອງລາວ, ເພື່ອດຶງດູດນັກລົງທຶນ ແລະ ບຸກຄະລາກອນໃນທົ່ວໂລກເຂົ້າມາລວມຕົວ ແລະ ດໍາເນີນທຸລະກິດຢູ່ໃນປະເທດລາວ.

          ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ກ່າວວ່າ: ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນຮູບແບບການກໍ່ສ້າງແບບອຸດສາຫະກໍາ ແລະ ແບບຕົວເມືອງ, ທີ່ສະແດງເຖິງທ່າແຮງການພັດທະນາຂອງປະເທດລາວ, ສະໜອງຄວາມມີຊີວິດຊີວາ-ພະລັງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມລາວ, ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຈະຊຸກຍູ້ການມີວຽກເຮັດງານທໍາໃຫ້ທ້ອງຖິ່ນ 30.000-50.000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງແລະມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ.
ບໍລິສັດ ຊີໂນອາກຣີ ໂປຕາສ ໄດ້ຮັບສິດຈາກລັດຖະບານ ໃຫ້ດຳເນີນການສໍາຫຼວດ ພັດທະນາບໍ່ແຮ່ ເກືອໂປຕາສ ຢູ່ແຂວງຄຳມ່ວນ

          ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນບໍລິສັດໜຶ່ງ ທີ່ໄດ້ຮັບສິດຈາກ ລັດຖະບານ ສປປລາວ ເພື່ອດຳເນີນການສຶກສາສໍາຫຼວດແຮ່ເກືອໂປຕາສ ຢູ່ເຂດບ້ານໜອງລົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 48,52 ກິໂລຕາແມັດ. ເມື່ອໂຄງການກໍ່ສ້າງສຳເລັດ ຈະເປັນຖານການຜະລິດຝູ່ນໂປຕາສ ທີ່ໃຫຍ່ອັນດັບ 4 ຂອງໂລກ. ບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາ ສປປ ລາວ ໃນປີ 2009 ເພື່ອດຳເນີນທຸລະກິດດ້ານການຂຸດຄົ້ນ ແລະ ຈຳໜ່າຍຝຸ່ນໂປຕາສ, ຮອດປັດຈຸບັນ ບໍລິສັດ ໄດ້ດໍາເນີນການຂຸດຄົ້ນ ແລະຜະລິດເກືອໂປຕາສແລ້ວ 13 ປີ ແລະ ໄດ້ຮັບສິດສໍາປະທານເກືອໂປຕາສທັງໝົດໃນແຂວງຄໍາມ່ວນ, ມີຊັບພະຍາກອນສໍາຮອງ ໂປຕາສຊຽມ ຄລໍໄຣ ຫຼາຍກວ່າ 829 ລ້ານໂຕນ, ເປັນວິສາຫະກິດທີ່ມີຊັບພະຍາກອນ ເກືອໂປຕາສໃຫຍ່ທີ່ສຸດໃນລາວ ແລະ ອາຊີ. ໃນປີ 2011, ບໍລິສັດ ໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສແບບອຸດສາຫະກໍາທັນສະໄໝ, ຂະໜາດການຜະລິດໃຫຍ່ອັນດັບໜຶ່ງຂອງປະເທດລາວ.

ພາບ ແລະ ແຫຼ່ງຂໍ້ມູນ: ເຟສບຸກ CRI
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ