ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ ຂັ້ນສູນກາງຄຸ້ມຄອງ ແຕ່ປີ 2021-2025

          ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຮ່ວມລະຫວ່າງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍມີບັນດາ ສະຫາຍ ຄະນະປະຈຳພັກ, ກໍາມະການຄະນະພັກກະຊວງ, ເລຂາ-ຮອງເລຂາ ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກະຊວງ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

           ໃນວາລະການດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນກຳນົດພະນັກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຈາກ ສະຫາຍ ທອງຂັນ ພິມວິໄລ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ຫຼັງຈາກນັ້ນ, ສະຫາຍ ເລຂາຄະນະພັກກະຊວງ ກໍ່ໄດ້ເຜີຍແຜ່ມະຕິ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ; ພ້ອມດຽວກັນນີ້, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່ເອກະສານບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018.

ກ່ອນພິທີຈະສິນສຸດລົງ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດລົງຄະແນນສຽງ ຄັດເລືອກເປົ້າໝາຍພະນັກງານນຳພາ-ຄຸ້ມຄອງ ເພື່ອໃຫ້ໄດ້ຜູ້ທີ່ມີເງື່ອນໄຂຄົບຖ້ວນ. ກອງປະຊຸມຈະດຳເນີນໄປເປັນເວລາ 3 ມື້ຄື: ວັນທີ 16-18 ສິງຫາ 2022 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ.

#ກະຊວງ ພະລັງງານ ແລະ ບໍ່ແຮ່
#Ministry of Energy and Mines
#Facebook: ສູນຂ່າວພະລັງງານ ແລະ ບໍ່ແຮ່
#Website:www.mem.gov.la
#Tel:021 414 408
#ສາຍດ່ວນ:1506

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ