ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ນີ້, ໂດຍສະເພາະແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ (5 ເມສາ 1961–5 ເມສາ 2025) ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂະບວນການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນໃນວັນທີ 18 ມີນາ 2025 ຢູ່ເດີນບານເຕະກະຊວງປ້ອງກັນຄວາມສະຫງົບ. ໂດຍການນຳພາຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພົຕ ສົມວັນ ສາຍລ້ອງຟ້າ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນຳ ແລະ ພະນັກງານຂອງທັງສອງກະຊວງເຂົ້າຮ່ວມ ຢ່າງພ້ອມພຽງ. ໃນໂອກາດເຂົ້າຮ່ວມຂະບວນການແຂ່ງຂັນກິລາບານເຕະມິດຕະພາບຄັ້ງນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳເອົາຊຸດກິລາ ແລະ ເງິນສົດຈຳນວນ 50,000,0000 ກີບ ນຳມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບຕື່ມອີກ ເພື່ອຊຸກຍູ້ຂະບວນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ.