
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ນາງ Hide Solbakken ເອກອັກຄະລັດຖະທູດ ແຫ່ງ ຣາຊາອານາຈັກ ນໍເວ ປະຈຳ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນຕອນບ່າຍວັນທີ 27 ພຶດສະພາ 2024 ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດທີ່ ທ່ານ ທູດພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບແຜນການຮ່ວມມືລະຫວ່າງສອງຝ່າຍດ້ານພະລັງງານ ຢູ່ ສປປ ລາວ.

ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ນາງ Hide Solbakken ພ້ອມດ້ວຍຄະນະ ທີ່ໄດ້ຢ້ຽມຢາມ, ພົບປະ ແລະ ປຶກສາຫລື ແລກປ່ຽນ ກັບການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບສະພາບທີ່ພົ້ນເດັ່ນການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ, ທິດທາງແຜນການພັດທະນາອຸດສາຫະກຳພະລັງງານໄຟຟ້າ ໃນຕໍ່ໜ້າ; ພ້ອມທັງຍົກໃຫ້ເຫັນທ່າແຮງບົ່ມຊ້ອນ ທີ່ ສປປລາວ ມີ ໂດຍສະເພາະທ່າແຮງດ້ານພະລັງງານສະອາດ ເຊິ່ງເປັນຂະແໜງການທີ່ສຳຄັນ ທີ່ ລັດຖະບານ ນໍເວ ກໍ່ໃຫ້ການສະໜັບສະໜູນໃນທົ່ວໂລກ. ຖືໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ເຊີນຊວນນັກລົງທຶນຈາກນໍເວ ໂດຍຜ່ານ ທ່ານ ທູດ ເພື່ອເຂົ້າມາສຶກສາ ແລະ ລົງທຶນພັດທະນາພະລັງງານສະອາດຢູ່ ສປປລາວ ເພື່ອເຮັດໃຫ້ ສປປລາວ ບັນລຸເປົ້າໝາຍສະຫັດສະວັດການພັດທະນາ ເຊິ່ງເປົ້າໝາຍທີ່ສຳຄັນກໍ່ຄືດ້ານພະລັງງານ.

ທ່ານ ນາງ Hide Solbakken ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ມີຄວາມພູມໃຈຫຼາຍ ຕໍ່ການຕ້ອນຮັບ, ພົບປະ ແລະ ລາຍງານ ກ່ຽວກັບການພັດທະນາພະລັງງານຢ່ ສປປລາວ ຂອງ ທ່ານ ລັດຖະມົນຕີ. ທ່ານ ທູດຍິນດີຮັບເອົາຂໍ້ສະເໜີຂອງ ທ່ານ ລັດຖະມົນຕີ ນຳໄປພິຈາລະນາ, ສ້າງແຜນ ແລະ ນຳສະເໜີຕໍ່ລັດຖະບານ ນໍເວ ເພື່ອຊຸກຍູ້, ສົ່ງເສີມໃຫ້ ນັກລົງທຶນຈາກ ນໍເວ ເຂົ້າມາລົງທຶນດ້ານພະລັງງານຢູ່ ສປປລາວ ໃຫ້ຫຼາຍຂຶ້ນ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ລັດຖະບານຂອງທັງສອງປະເທດ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506