ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 40

          ລະຫວ່າງວັນທີ 13-16 ກັນຍາ 2022 ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງຄັ້ງທີ 40 (ASEAN Minister on Energy Meeting and Associated Meeting) ຜ່ານທາງລະບົບອອນລາຍ ໂດຍການເປັນປະທານຂອງ ທ່ານ Suy Sem ລັດຖະມົນຕີກະຊວງ ບໍ່ແຮ່ ແລະ ພະລັງງານ ແຫ່ງຣາຊະອານາຈັກ ກຳປູເຈຍ ມີບັນດາລັດຖະມົນຕີຈາກ 10 ປະເທດອາຊຽນ ແລະ ຄູ່ຮ່ວມມື ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສພະລັງງານຂອງແຕ່ລະປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍແບ່ງອອກເປັນ2ລະດັບຄື: ກອງປະຊຸມຂັ້ນລະດັບເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມຂັ້ນລະດັບລັດຖະມົນຕີພະລັງງານອາຊຽນ ລວມທັງໝົດ 8 ກອງປະຊຸມຍ່ອຍ; 

          ຈຸດປະສົງຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງຄັ້ງທີ 40 ປະຈໍາປີ 2022 ໂດຍລວມແມ່ນເພື່ອລາຍງານເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກໍາໃນແຜນ ASEAN Plan of Action Energy Cooperation (APAEC) ທັງໝົດ 7 ໜ້າວຽກ ແລະ ການຮ່ວມມືກັບອົງການສາກົນເຊັ່ນ: ອົງການພະລັງງານໝຸນວຽນສາກົນ, ອົງການພະລັງງານສາກົນ ແລະ ອົງການຈັດຕັ້ງສາກົນທີ່ມີທ່າແຮງໃໝ່ ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ແມ່ນມີ:

1. ຮັບຮອງເອົາບັນດາການຜົນຂອງການສຶກສາຕ່າງໆເຊັ່ນ: 7th ASEAN Energy Outlook ໂດຍເປັນຜົນການສຶກສາທີ່ສຸມໃສ່ການຫັນປ່ຽນພະລັງງານອາຊຽນໃນໄລຍະຍາວ ລວມທັງຜົນການສຶກສາສະບັບທີ 2 ກ່ຽວກັບທິດທາງພະລັງງານທົດແທນອາຊຽນ 2nd ASEAN RE Outlook;
2. ຮັບຮອງຖະແຫຼງການຮ່ວມລັດຖະມົນຕີພະລັງງອາຊຽນ 40 ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນວຽກພາຍໃຕ້ APAEC Phase II: 2021-2025.
3. ຮັບຮອງຖະແຫຼງການຮ່ວມ LTMS Statement ສະບັບທີ 3 ລະຫວ່າງ 4 ປະເທດ ເພື່ອສະແດງເຖິງຜົນສໍາເລັດຂອງໂຄງການ LTMS PIP ໂດຍສະເພາະແມ່ນຜົນສຳເລັດຂອງທຸກພາກສ່ວນບໍ່ວ່າຈະເປັນຄະນະເຮັດວຽກທາງດ້ານເຕັກນິກ, ການຄ້າ, ກົດໝາຍ ແລະ ລະບຽບການຕ່າງໆທີ່ໄດ້ຮັບຜົນສຳເລັດເປັນຢ່າງດີ ໃນໂຄງການຕົວແບບໃນການສົ່ງໄຟຜ່ານສອງປະເທດ ແລະ ເປັນການຜັນຂະຫຍາຍໃຫ້ແກ່ ASEAN Power Gird.

ພາບ ແລະ ຂ່າວ: ພະແນກ ປະຊາສໍາພັນ ແລະ ໄອທີ
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື