
ຕອນບ່າຍວັນທີ 1 ເມສາ 2022 ນີ້ ຢູ່ຫ້ອງປະຊຸມຊັ້ນ 5, ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ພົບປະ, ໂອ້ລົມ ຄະນະພັກ, ຄະນະຫ້ອງການ ແລະ ຄະນະພະແນກ ພາຍໃນຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກ, ວ່າການຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່. ມີຄະນະຫ້ອງການ ແລະ ຄະນະພະແນກ ພາຍໃນຫ້ອງການກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກ, ວ່າການຫົວໜ້າຫ້ອງການກະຊວງ ຕາງໜ້າໃຫ້ຄະນະພັກ, ຄະນະຫ້ອງການ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການກະຊວງ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈ ຕໍ່ ທ່ານ ລັດຖະມົນຕີ ທີ່ຍາມໃດກໍ່ມີຄວາມເປັນຫ່ວງເປັນໃຫຍ່ ແລະ ໃກ້ຊິດຕິດແທດຫ້ອງການກະຊວງ ໃນຖານະທີ່ເປັນເສນາທິການໃຫ້ການນຳກະຊວງ ໃນການປະສານງານຢ່າງຮອບດ້ານ ລະຫວ່າງ ກົມກອງຕ່າງໆ ທັງພາຍໃນກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງທັງຢູ່ ສູນກາງ ແລະ ທ້ອງຖິ່ນພ້ອມກັນນີ້, ທ່ານ ກໍ່ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງຫ້ອງການກະຊວງ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າມີຫລາຍດ້ານໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດຢ່າງຈົບງາມ. ປັດຈຸບັນຫ້ອງການກະຊວງ ມີພະນັກງານທັງໝົດ 55 ທ່ານ, ໃນນີ້ເປັນພະນັກງານ-ລັດຖະກອນ 39 ທ່ານ. ເປັນສະມາຊິກພັກສົມບູນ 20 ສະຫາຍ (ບໍ່ລວມພະນັກງານບໍານານທີ່ຮ່ວມຊີວິດໜ່ວຍພັກນຳ), ສຳມະຊິກພັກສຳຮອງ 9 ສະຫາຍ ແລະ ມະຫາຊົນກ້າວໜ້າ (ຮຽນກົດລະບຽບ) 2 ສະຫາຍ, ມີຫົວໜ້າຫ້ອງການ 1 ທ່ານ, ຮອງຫົວໜ້າຫ້ອງການ 4 ທ່ານ, ຫົວໜ້າພະແນກ 5 ທ່ານ, ຮອງຫົວໜ້າພະແນກ 13 ທ່ານ. ປະກອບມີ 5 ພະແນກຄື: ພະແນກຄຸ້ມຄອງບໍລິຫານ, ພະແນກການເງິນ, ພະແນກເລຂານຸການ ແລະ ພິທີການ, ພະແນກປະຊາສຳພັນ ແລະ ໄອທີ ແລະ ພະແນກສັງລວມປະຕູດຽວ ແລະ ນິຕິກຳ. ຫລັງຈາກນັ້ນ ຄະນະຫ້ອງການ ແລະ ຕາງໜ້າຈາກ 5 ພະແນກ ໄດ້ພັດປ່ຽນກັນແລກປ່ຽນຄວາມຄິດເຫັນ ແລະ ລາຍງານຂໍ້ດວກຂໍ້ຫຍຸ້ງຍາກ ພ້ອມທັງແຜນວຽກຈຸດສຸມໃນຕໍ່ໜ້າ ແລະ ຂໍ້ສະເໜີ ຂອງແຕ່ລະພະແນກໃຫ້ ທ່ານ ລັດຖະມົນຕີຮັບຊາບ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດ

ຕອນທ້າຍຂອງກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ລັດຖະມົນຕີ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານ. ພ້ອມກັນນີ້ ທ່ານ ລັດຖະມົນຕີ ກໍ່ໄດ້ເນັ້ນໜັກໃຫ້ຫ້ອງການກະຊວງ ສືບຕໍ່ເອົາໃຈໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ແລະ ເປັນຈຸດຖ່ວງດຶງຄວາມກ້າວໜ້າ ແລະ ຜົນສຳເລັດຂອງຫ້ອງການ ກໍ່ຄືຂອງກະຊວງ ເປັນຕົ້ນ: ປັບປຸງແບບແຜນວິທີການເຮັດວຽກໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ມີຄຸນນະພາບ., ປັບປຸງ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່., ປັບປຸງລະບົບການສ້າງຖານຂໍ້ມູນໃຫ້ມີຄວາມທັນສະໄໝ ສາມາດເກັບກຳໄດ້ຂໍ້ມູນການເຄື່ອນໄຫວຂອງການນຳກະຊວງ, ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດຂຶ້ນກັບ., ປັບປຸງລະບົບການຄຸ້ມຄອງຂໍ້ມູນຂອງຂະແໜງການ ໃຫ້ມີລັກສະນະລວມສູນ ເພື່ອຮັບປະກັນໃຫ້ການຄຸ້ມຄອງຂໍ້ມູນ ແລະ ເອກະສານ ມີຄວາມເປັນເອກະພາບ, ຖືກຕ້ອງ ແລະຊັດເຈນ., ກວດກາ ແລະ ປັບປຸງລະບົບຕ່າງໆໃນຫ້ອງປະຊຸມເຊັ່ນ: ເຄື່ອງສຽງ, ອຸປະກອນຮັບໃຊ້, ແອ, ໄຟຟ້າ…ໃຫ້ສາມາດຮັບໃຊ້ໜ້າທີການເມືອງຂອງພັກຂອງລັດຕະຫລອດເວລາ ແລະ ວຽກງານອື່ນໆ
ໂດຍ: ຄຳແສງ ແກ້ວປະເສີດ