ກະຊວງ ພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ

ວັນທີ 13 ພຶດສະພາ 2024 ນີ້, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມທາບທາມ ເພື່ອປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຈາກການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຕິດພັນກັບກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບໍ່ທັນສອດຄ່ອງກັບສະພາບການລົງທຶນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອສັງຄົມຄຳເຫັນສະເໜີໃຫ້ຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍສະບັບດັ່ງກ່າວ ໄດ້ປັບປຸງເພີ້ມເຂົ້າ ຫຼື ຕັດອອກ ເພື່ອຮັບປະກັນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການລົງທຶນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ທັງຮັບປະກັນເຮັດໃຫ້ການຂຸດຄົ້ນລາຍຮັບເຂົ້າງົບປະມານຂອງລັດ ຈາກການລົງທຶນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ມີປະສິດທິພາບ, ມີປະສິດທິຜົນດີຂຶ້ນກວ່າເກົ່າ.
 
ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506