
ຂໍ້ມູນດັ່ງກ່າວ ໄດ້ຮັບການອະທິບາຍຊີ້ແຈງຕໍ່ພິທີຖະແຫຼ່ງຂ່າວ ເຊິ່ງຈັດຂຶ້ນໃນວັນທີ 17 ພຶດສະພາ 2024 ນີ້, ຢູ່ຫ້ອງປະຊຸມໃຫຍ່ຊັ້ນ6 ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດຖະແຫຼ່ງຂ່າວຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນຫົວໜ້າໂຄສົກປະຈຳກະຊວງ ແລະ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ມີຄະນະກົມ, ຄະນະສະຖາບັນ ແລະ ຄະນະອຳນວຍການລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ພາຍຫຼັງ ທ່ານ ຫົວໜ້າຫ້ອງການກະຊວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມຖະແຫຼ່ງຂ່າວ, ທ່ານ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ຍົກໃຫ້ເຫັນຫຼາຍບັນຫາ ທີ່ເປັນສາເຫດພາໃຫ້ເກີດຄວາມຫຍຸ້ງຍາກ ໃນການບໍລິຫານ, ຈັດການ ການສະໜອງກະແສໄຟຟ້າ ບໍ່ທັນຕອບສະ ໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ ໂດຍສະເພາະໃນຊ່ວງລະດູຮ້ອນ (ລະດູແລ້ງ) ທີ່ພາໃຫ້ເກີດມີໄຟຕົກ-ໄຟມອດ, ໄຟບໍ່ພໍ, ເກີດມີອັກຄີໄພ (ໄຟໄໝ້ສາຍໄຟ ແລະ ໝໍ້ແປງ) ເຊິ່ງສ້າງຄວາມຫຍ້ງຍາກ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ບາງຕອນ ທ່ານຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວໄດ້ກ່າວວ່າ:

ສາຍເຫດທີ່ພາໃຫ້ເກີດໄຟຕົກ, ໄຟຕົກ-ໄຟມອດ ແລະ ເກີດໄຟໄໝ້ສາຍໄຟ ແລະ ໝໍ້ແປງ:
1. ການລົງທຶນພັດທະນາລະບົບຈໍາໜ່າຍໄຟຟ້າທົ່ວປະເທດບໍ່ທັນເປັນລະບົບ, ຜ່ານມາໄດ້ນຳໃຊ້ງົບປະມານບໍລິຫານປະຈໍາປີຂອງ ໄຟຟ້າລາວ ເຂົ້າໃນການບໍາລຸງຮັກສາ ແລະ ສ້ອມແປງ, ປ່ຽນຖ່າຍບາງອຸປະກອນ ຈໍານວນໜຶ່ງເທົ່ານັ້ນ;
2. ສະພາບລະບົບຕາຂ່າຍໄຟຟ້າໃນຂອບເຂດທົ່ວປະເທດ ມີຄວາມຍາວໄກ ສະເລ່ຍ 100 ກິໂລແມັດ ເຊິ່ງຖືວ່າເກີນມາດຕະຖານກໍານົດ (ມາດຕະຖານສາກົນກຳນົດ ລວງຍາວຕາຂ່າຍ 22 ກວ ບໍ່ເກີນ 22 ກິໂລແມັດ), ລະບົບເກົ່າແກ່ເຊື່ອມໂຊມ, ເປ່ເພຕາມອາຍຸການໃຊ້ງານ;
3. ຄວາມຕ້ອງການຊົມໃຊ້ໄຟຟ້າເພີ້ມຂຶ້ນຢ່າງໄວວ່າ ສະເພາະນະຄອນຫຼວງວຽງຈັນເພີ້ມຂຶ້ນ ປະມານ 28%, ເນື່ອງຈາກ ສະພາບໂລກຮ້ອນຜິດປົກກະຕິ, ບວກກັບລາຄານໍ້າມັນເຊື້ອໄຟເພີ້ມຂຶ້ນສູງ ເຮັດໃຫ້ປະຊາຊົນຫັນມາຊົມໃຊ້ລົດໄຟຟ້າ ເພີ້ມຂຶ້ນ;
4. ການຊົມໃຊ້ໄຟຟ້າຫຼາຍ ເຮັດໃຫ້ລະບົບຈໍາໜ່າຍຈຸດບໍລິເວນນັ້ນ ແລະ ເຂດໃກ້ຄຽງ ເກີດມີແຮງດັນຕົກ ຫຼື ໄຟຟ້າບໍ່ພໍໃຊ້; ການເພີ່ມຂຶ້ນຂອງ ເຄື່ອງປັບອາກາດ ແລະ ການນໍາໃຊ້ເຄື່ອງສາກ ໃນເວລາດຽວກັນ ຈະສົ່ງຜົນກະທົບຕໍ່ລະບົບຈໍາໜ່າຍພາກທີ່ຢູ່ອາໄສ ເຮັດໃຫ້ການຊົມໃຊ້ກໍາລັງໝໍ້ແປງເຕັມ ຫຼື ເກີນກໍາລັງທີ່ຈະຈ່າຍໄຟ ເປັນສາເຫດພາໃຫ້ເກີດມີກະແສໄຟຟ້າລັດວົງຈອນ (Over Load);
5. ການຕິດຕັ້ງສາຍເກາະຫ້ອຍໂທລະຄົມ ແລະ ບັນດາອຸປະກອນສື່ສານຕ່າງໆ ທີ່ເກາະຫ້ອຍໃສ່ເສົາຕາຂ່າຍໄຟຟ້າເປັນຈຳນວນຫຼາຍ, ການເກີດໄພທຳມະຊາດ, ພາຍຸລົມແຮງ, ອຸປະຕິເຫດລົດຕຳເສົາໄຟ ກໍ່ເປັນສາຍເຫດໜຶ່ງ ພາໃຫ້ລະບົບໄຟຟ້າໄດ້ຮັບຄວາມເສຍຫາຍ ເປ່ເພ;

ຕໍ່ຄວາມສົນໃຈຂອງສັງຄົມທີ່ວ່າ: ເປັນຫຍັງເວລາເກີດມີໄຟຕົກ-ໄຟມອດ ການແກ້ໄຂບັນຫາຈື່ງໃຊ້ເວລາດົນ. ທ່ານ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ອະທິບາຍຊີ້ແຈງວ່າ: ດັ່ງທີ່ບັນດາທ່ານ ໄດ້ຮັບຊາບນຳກັນແລ້ວວ່າ ເຫດການໄຟຕົກ-ໄຟມອດ ແມ່ນມີຫຼາຍສາເຫດ ທັງໃນໂຕ ແລະ ນອກໂຕ ແຕ່ສາຍເຫດຕົ້ນຕໍ່ທີ່ພາໃຫ້ການແກ້ໄຂບັນຫາຈື່ງໃຊ້ເວລາດົນ ແມ່ນຍ້ອນເກີດຈາກປັດໃຈພາຍນອກກະທົບໃສ່ລະບົບຂອງໄຟຟ້າລາວ ໂດຍສະເພາະ ເຫດການໄພພິບັດທາງທຳມະຊາດ ເຊັ່ນ: ລົມແຮງ, ຝົນຕົກ, ຟ້າຜ່າ, ຕົ້ນໄມ້ຫັກລົ້ມທັບສາຍໄຟ, ສາຍໄຟຂາດຫຼາຍຈຸດ, ເສົາຫັກ-ເສົາລົ້ມ, ອຸປະກອນເປ່ເພ ເສຍຫາຍຈຳນວນຫຼາຍ ຕໍ່ກັບເຫດການດັ່ງກ່າວ ອາດໃຊ້ເວລາດົນພໍສົມຄວນໃນການສ້ອມແປງແກ້ໄຂ ເກັບກູ້ລະບົບໃຫ້ສາມາດກັບມາສະ ໜອງໄຟເປັນປົກກະຕິ.
ທ່ານ ຜູ້ອຳນວຍການໃຫຍ່ ໄດ້ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາດັ່ງກ່າວ ໃນຕໍ່ໜ້າ ລັດວິສາຫະກິດໄຟຟ້າລາວ ຈະສຸມໃສ່ບາງຈຸດດັ່ງນີ້:
1) ສຸມໃສ່ວຽກງານການປັບປຸງລະບົບຈໍາໜ່າຍໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນສູງຂຶ້ນ ເພື່ອຫຼຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການປັບປຸງປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນ ສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດເໝາະກັບສະພາບຂອງການຊົມໃຊ້ໄຟຟ້າຕົວຈິງ ໃນແຕ່ລະເຂດ ເຊິ່ງໃນປີ 2023 ຜ່ານມາໄດ້ສໍາເລັດການເສີມໝໍ້ແປງໄຟຟ້າ ລວມຈໍານວນທັງໝົດ 993 ໜ່ວຍ, ລວມກໍາລັງຕິດຕັ້ງໝໍ້ແປງໄຟຟ້າ ເພີ່ມຂຶ້ນທັງໝົດ 43.359 kVA ເພີ່ມຂຶ້ນຫຼາຍກວ່າ 50% ເມື່ອທຽບໃສ່ການຈັດຕັ້ງປະຕິບັດ ໃນປີ 2022;
2) ສຳເລັດການຄົ້ນຄວ້າຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ບັນດາບໍລິສັດໂທລະຄົມຕ່າງໆ ໃນການອອກລະບຽບການເກາະຫ້ອຍສາຍໂທລະຄົມ ແລະ ອຸປະກອນສື່ສານ ໃສ່ລະບົບຕາຂ່າຍໄຟຟ້າ ໃຫ້ເປັນໄປຕາມມາດຕະຖານ ເພື່ອຮັບປະກັນຄວາມປອດໄພ ແລະ ຫຼີກລ່ຽງບັນຫາການເກີດອັກຄີໄພຄືໃນໄລຍະຜ່ານມາ.
3) ເລັ່ງຄົ້ນຄວ້າອອກລະບຽບການ ໃນການກໍານົດມາດຕະຖານການຕິດຕັ້ງສະຖານີສາກລົດໄຟຟ້າ (EV) ສໍາລັບທີ່ຢູ່ອາໄສ, ອາຄານທີ່ພັກ ແລະ ສໍານັກງານອົງການຕ່າງໆ ເພື່ອກໍານົດເປັນຫຼັກການໃນການຈັດຕັ້ງປະຕິບັດໃຫ້ມີຄວາມສະດວກໃນການໃຊ້ງານ ເປັນໄປຕາມມາດຕະຖານສາກົນ;
4) ປັບປຸງລະບົບຈຳໜ່າຍໄຟຟ້າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນ ຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ໃຫ້ຫຼຸດໜ້ອຍຖອຍລົງ.

ຕອນທ້າຍຂອງພິທີ ທ່ານ ຍັງໄດ້ສະແດງຄວາມເສຍໃຈຢ່າງຈິງໃຈ ຕໍ່ຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງເປັນຕົວເມືອງໃຫຍ່, ມີການຊົມໃຊ້ໄຟສູງ ເຮັດໃຫ້ເກີດມີປະກົດການໄຟຕົກ, ໄຟມອດ, ໄຟບໍ່ພໍໃຊ້ ແລະ ເກີດມີໄຟໄໝ້ສາຍໄຟ ແລະ ໝໍ້ແປງເປັນປະຈຳ. ພ້ອມກັນນີ້, ທ່ານ ກໍ່ໄດ້ຮຽກຮ້ອງໃຫ້ ຜູ້ຊົມໃຊ້ໄຟ ຈົ່ງພ້ອມກັນໃຊ້ໄຟຟ້າຢ່າງປະຢັດ ແລະ ຖືກຕ້ອງຕາມເຕັກນິກ ເພື່ອຮັບປະກັນໃຫ້ການສະໜອງໄຟຟ້າພາຍໃນມີສະຖຽນລະພາບ ແລະ ທັງຮັບປະກັນຄວາມປອດໄພ.
ໂດຍ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506