
ພາຍຫຼັງໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ຫຼາຍຄັ້ງທີ່ຜ່ານມາ. ມາໃນວັນທີ 17 ກຸມພາ 2022 ນິີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນໃນລະດັບຊາດຂຶ້ນ ຢູ່ຫໍປະຊຸມແຫ່ງຊາດ ພາໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ແລະ ທ່ານ ປອ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດຊຸດທີ IX, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ທັງເປັນຜູ້ຮັບຜິດຊອບວຽກງານຄວາມປອດໄຟຂອງເຂື່ອນ. ໂດຍມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ພະນັກງານຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.
ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ກ່າວເປີດກອງປະຊຸມວ່າ: ພາຍຫຼັງທີ່ໄດ້ມີການເຫັນດີທາງດ້ານຫຼັກການ ຂອງ ລັດຖະບານ ໃຫ້ສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ໃນທ້າຍປີ 2020 ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຕັ້ງຄະນະຮັບຜິດຊອບສ້າງກົດໝາຍດັ່ງກ່າວ ມີ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຫົວໜ້າຄະນະ ແລະ ມີຄະນະມາຈາກຂະແໜງການທີ່ກ່ຽວຂ້ອງຢ່າງຄົບຖ້ວນ, ໄດ້ເລີ່ມຈັດປະຊຸມຮ່າງກົດໝາຍ ຄັ້ງທີ 1 ໃນວັນທີ 9 ກຸມພາ 2021, ເຖິງຈະມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງໜັກໜ່ວງ ຢູ່ ປະເທດເຮົາກໍຕາມ ແຕ່ຄະນະດັ່ງກ່າວ ກໍສາມາດຈັດປະຊຸມຮ່ວມກັນໃນຮູບແບບທາງໄກ ໄດ້ 30 ກວ່າຄັ້ງ. ມາຮອດມື້ນີ້ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນໄດ້ສ້າງສຳເລັດ. ຄະນະຮັບຜິດຊອບ ໄດ້ສົ່ງຮ່າງກົດໝາຍນີ້ເພື່ອຂໍຄຳເຫັນ ນໍາ ທ່ານ ລັດຖະມົນຕີ, ທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມກອງ ແລະ ລັດວິສາຫະກິດພາຍໃນກະຊວງ ໃນວັນທີ 21 ທັນວາ 2021. ພ້ອມກັນນີ້, ກໍ່ໄດ້ສົ່ງໃຫ້ ບັນດາພະແນກພະລັງງານ ແລະ ບໍ່ແຮ່ ແຂວງ /ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເພື່ອປະກອບຄຳເຫັນ.
ຂະນະທີ່ ທ່ານ ປອ ສີນາວາ ສຸພານຸວົງ ໄດ້ກ່າວວ່າ: ດັ່ງທີ່ພວກພວກເຮົາຮັບຮູ້ນຳກັນດີແລ້ວວ່າ ນັບຕັ້ງແຕ່ ປະເທດພວກເຮົາໄດ້ເປີດປະຕຸສູ່ໂລກພາຍນອກ ກໍຄືການເປີດເອົາການລົງທຶນຈາກຕ່າງປະເທດ ແຕ່ປີ 1986 ເປັນຕົ້ນມາ, ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດການລົງທຶນໃສ່ໃນຂະແໜງການໂຄງລ່າງພື້ນຖານຕ່າງໆ ໄດ້ຮັບການຂະຫຍາຍໂຕຢ່າງໄວ ແລະ ຫຼວງຫຼາຍ. ສຳລັບຂະແໜງພະລັງງານ ກໍ່ມີການຂະຫຍາຍຕົວເຊັ່ນດຽວກັນມາເຖິງປັດຈຸບັນ ທົ່ວປະເທດພວກເຮົາ ມີແຫຼ່ງຜະລິດໄຟຟ້າແລ້ວ 89 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 10.221 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 74.311 ລ້ານ ກິໂລວັດໂມງຕໍ່ປີ. ໃນນີ້ ໂຄງການເຂື່ອນໄຟຟ້າ 78, ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ.


ເຖິງແນວໃດກໍຕາມ ມາຮອດປີ 2015, 2017 ແລະ 2018 ໄດ້ເກີດມີເຂື່ອນໄຟຟ້າ 3 ແຫ່ງ ແຕກພັງ ສ້າງຄວາມສູນເສຍທາງດ້ານຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງສຳຄັນ ບໍ່ໜ້ອຍໃຫ້ກັບປະເທດເຮົາ. ຍ້ອນຜົນກະທົບ ແລະ ຜົນເສຍຫາຍໜັກໜ່ວງຫຼາຍຈາກການແຕກພັງຂອງເຂື່ອນດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຂໍການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກ ບັນດາອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດສາກົນ ເພື່ອສະໜັບສະໜູນທາງດ້ານທຶນຮອນ ແລະ ຊ່ຽວຊານ ໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນໄຟຟ້າຢູ່ປະເທດພວກເຮົາ. ດ້ວຍເຫດຜົນທີ່ກ່າວມາຂ້າງເທິງ ມາໃນປີ 2020 ລັດຖະບານ ຈຶ່ງໄດ້ຕົກລົງສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ໃນປີ 2021 ໄດ້ປັບປຸງພາລະບົດບາດຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຄືນໃຫມ່ ໂດຍໄດ້ສ້າງຕັ້ງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເພື່ອມາຮັບຜິດຊອບຄວາມປອດໄພຂອງເຂື່ອນ ແນ່ໃສ່ຮັບປະກັນໃຫ້ການກໍ່ສ້າງ ແລະ ດຳເນີນງານບັນດາເຂື່ອນແຕ່ລະປະເພດມີຄວາມປອດໄພທີ່ສຸດ.

ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ 12 ພາກ ແລະ 88 ມາດຕາ ໃນນີ້, ພາກທີ I ບົດບັນຍັດທົ່ວໄປ ລວມມີ: 8 ມາດຕາ. ພາກທີ II ຂະໜາດ ແລະ ປະເພດຄວາມສ່ຽງຂອງເຂື່ອນ ລວມມີ 3 ມາດຕາ. ພາກທີ III ການຄຸ້ມຄອງຄວາມປອດໄພຂອງເຂື່ອນ ລວມມີ 5 ໝວດ 37 ມາດຕາ. ພາກທີ IV ແຜນຮັບມືສຸກເສີນ ລວມມີ 2 ໝວດ 6 ມາດຕາ. ພາກທີ V ການກວດສອບ ແລະ ການກວດກາ ດ້ານຄວາມປອດໄພຂອງເຂື່ອນ ມີ 1 ມາດຕາ, ພາກທີ VI ສິດ ແລະ ພັນທະຂອງຜູ້ພັດທະນາເຂື່ອນ ແລະ ຜູ້ທີ່ໄດ້ຮັບຜົນກະທົບຢູ່ເຂດບໍລິເວນໂຄງການ ມີ 2 ມາດຕາ, ພາກທີ VII ຂໍ້ຫ້າມ ມີ 4 ມາດຕາ, ພາກທີ VIII ການແກ້ໄຂຂໍ້ຂັດແຍ່ງ ມີ 6 ມາດຕາ, ພາກທີ IX ຄະນະກຳມະການຄຸ້ມຄອງຄວາມປອດໄພຂອງເຂື່ອນ ມີ 5 ມາດຕາ, ພາກທີ X ການຄຸ້ມຄອງ ແລະ ການກວດກາ ວຽກງານຄວາມປອດໄພຂອງເຂື່ອນ ມີ 2 ໝວດ 7 ມາດຕາ , ພາກທີ XI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມີ 7 ມາດຕາ ແລະ ພາກທີ XII ບົດບັນຍັດສຸດທ້າຍ ມີ 2 ມາດຕາ.
ພາບ : ສົມສະໜຸກ ທອງສະຫງວນ
ຂ່າວ : ຄຳແສງ ແກ້ວປະເສີດ