
ເພື່ອຊຸກຍູ້ສົ່ງເສີມໂຄງການລົງທຶນດ້ານບໍ່ແຮ່ ທີ່ດຳເນີນການຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍແຮ່ທາດໃຫ້ບັນລຸຕາມແຜນການທີ່ວາງໄວ້, ໃນວັນທີ 19 ມີນາ 2022 ຄະນະວິຊາການຈາກກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ນຳພາໂດຍ ທ່ານ ຈັນທະລາ ແກ້ວຫາວົງ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງຊານໄຊ ຮ່ວມກັນ ໄປກວດກາຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດວັງຕັດ, ເມືອງຊານໄຊ, ແຂວງອັດຕະປື ຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸ່ຍແອງ ດຶກ ຮອງອຳນວຍການໃຫຍ່ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ.

ໃນໂອກາດດັ່ງດ່າວ ທ່ານ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະຜ່ານມາ ຈາກ ທ່ານ ບຸ່ຍແອງ ດຶກ ຮອງອຳນວຍການໃຫຍ່ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ເປັນຕົ້ນ: ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການດຳເນີນງານໃນຕໍ່ໜ້າ. ໃນນັ້ນ, ບໍລິສັດ ໄດ້ລາຍງານວ່າ ໂດຍອີງໃສ່ບົດວິພາກເສດຖະກິດທີ່ຖືກຮັບຮອງນັ້ນ ເຫັນວ່າ ຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບຈາກການໂຄງການທັງໝົດ 118.940.595 ໂດລາສະຫະລັດ ຫຼື ເທົ່າກັບ 5.947.030 ໂດລາສະຫະລັດ/ປີ, ຊຶ່ງລາຍຮັບດັ່ງກ່າວແມ່ນຈະໄດ້ມອບເຂົ້າໃນງົບປະມານແຫ່ງລັດ. ສຳລັບ ປີ 2021 ບໍລິສັດສາມາດຂຸດຄົ້ນແຮ່ໄດ້ ຈຳນວນ 231.070 ໂຕນ ແລະ ສາມາດປຸງແຕ່ງ ຈຳນວນ 200.523 ໂຕນ ແລະ ຈຳໜ່າຍແຮ່ຄຳໄດ້ 12.026 ອອນ ລວມເປັນມູນຄ່າການຈຳໜ່າຍ 21.191.228 ໂດລາສະຫະລັດ, ພ້ອມກັນນີ້, ບໍລິສັດໄດ້ປະຕິບັດຈ່າຍຄ່າຊັບພະຍາກອນແຮ່ທາດ ຈຳນວນ 1.481.986 ໂດລາສະຫະລັດ, ຈ່າຍຄ່າສຳປະທານ ຈຳນວນ 30.000 ໂດລາສະຫະລັດ ແລະ ໄດ້ຈ່າຍພັນທະອື່ນໆ ຕາມສັນຍາຕື່ມອີກໃຫ້ ລັດຖະບານ. ນອກຈາກນີ້, ບໍລິສັດ ຍັງໄດ້ປະກອບສ່ວນຊ່ວຍເຫຼືອພາກລັດ ແລະ ຊຸມຊົນອ້ອມຂ້າງໂຄງການ (ຜົນປະໂຫຍດທາງອ້ອມຂອງພາກລັດ) ລວມເປັນມູນຄ່າ 1.975.000.000 ກີບ. ຈາກນັ້ນ ທ່ານ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍຄະນະ ກໍໄດ້ກວດກາພື້ນທີ່ຕົວຈິງ ເປັນຕົ້ນ: ສາງເກັບມ້ຽນຕົວຢ່າງຈາກການເຈາະສຳຫຼວດແຮ່, ການດຳເນີນການຂຸດຄົ້ນບໍ່ແຮ່, ການປຸງແຕ່ງແຮ່ ແລະ ອ່າງເກັບສິ່ງເສດເຫຼືອ (ຫາງແຮ່) ຕື່ມອີກ.

ພາຍຫຼັງຮັບຟັງການລາຍງານ ແລະ ລົງຕິດຕາມຢູ່ພາກສະໜາມ ທ່ານ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ກໍໄດ້ພົບປະ, ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກຳມະກອນ ພາຍໃນບໍລິສັດ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ທ່ານ ບຸ່ຍແອງ ດຶກ ຮອງອຳນວຍການໃຫຍ່ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ຜົນສຳເລັດທີ່ບໍລິສັດໄດ້ບັນລຸຕາມແຜນການ ແລະ ກໍໄດ້ແນະນຳໃຫ້ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ສຶບຕໍ່ເອົາໃຈໃສ່ປະຕິບັດວຽກງານຂອງຕົນໃຫ້ໄດ້ຕາມແຜນການ ແລະ ສັນຍາທີ່ກຳນົດໄວ້ ເພື່ອສ້າງລາຍຮັບໃຫ້ແກ່ລັດຖະບານ ກໍ່ຄືປະເທດຊາດ ໃຫ້ໄດ້ຫຼາຍທີ່ສຸດ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າຕໍ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປະຈຸບັນ. ສືບຕໍ່ເອົາໃຈໃສ່ໃນການຊຸກຍູ້ຊ່ວຍເຫຼືອຊຸມຊົນທີ່ຢູ່ອ້ອມຂ້ອງໂຄງການ ເພື່ອເຮັດໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງພາຍຫຼັງສິ້ນສຸດການປິດບໍ່ແຮ່, ເອົາໃຈໃສ່ປະສານສົບທົບນຳອົງການປົກຄອງທ້ອງຖິ່ນເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ເຂດໂຄງການ, ເອົາໃຈໃສ່ຕໍ່ມາດຕະການຮັກສາຄວາມປອດໄພພາຍໂຄງການ ແລະ ແຮງງານ ເພື່ອຫຼີກລ້ຽງອຸປະຕິເຫດທີ່ອາດຈະເກີດຂຶ້ນ ໂດຍໃຫ້ມີການຈັດຝຶກອົບຮົມດ້ານຄວາມປອດໄພໃຫ້ພະນັກງານກຳມະກອນ ຢ່າງເປັນປະຈຳ. ນອກນັ້ນ ກໍໃຫ້ບໍລິສັດ ດຳເນີນການຟື້ນຟູສິ່ງແວດລ້ອມ ໄປຄຽງຄູ່ກັບການດຳເນີນການຂຸດຄົ້ນບໍ່ແຮ່ ຕາມທີ່ໄດ້ກຳນົດໄວ້ໃນແຜນການປິດແຮ່ ເພື່ອເປັນການຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ.


ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດວັງຕັດ ເມືອງຊານໄຊ ແຂວງ ອັດຕະປື ເລີ່ມດຳເນີນການຊອກຄົ້ນ ແລະ ສຳຫຼວດແຮ່ຄຳມາແຕ່ປີ 2009 ເປັນຕົ້ນມາໃນເນື້ອທີ່ 3 ກມ2, ມີອາຍຸ 4 ປີ, ຕໍ່ມາຈຶ່ງໄດ້ເລີ່ມສໍາຫຼວດ ແລະ ຂຸດຄົ້ນ ແຮ່ຄໍາ ແລະ ແຮ່ຕິດພັນ ໃນປີ 2012, ມີອາຍຸສັນຍາ 29 ປີ. ຈາກນັ້ນ, ໂຄງການດັ່ງກ່າວໄດ້ເຊັນບົດບັນທຶກວ່າດ້ວຍການກຳນົດເຂດຂຸດຄົ້ນ ແລະ ການແບ່ງປັນຜົນປະໂຫຍດ ລະຫວ່າງ ລັດຖະ ບານແຫ່ງ ສປປ ລາວ ແລະ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ຄັ້ງວັນທີ 22 ເມສາ 2019, ໃນເນື້ອທີ່ 1.800 ເຮັກຕາ (ໃນນັ້ນ, ເນື້ອທີ່ 300 ເຮັກຕາ ແມ່ນກຳລັງດຳເນີນການຂຸດຄົ້ນ ແລະ ປຸງແຕ່ງ ແລະ ເຂດສຳປະທານ ເນື້ອທີ່ 1.500 ເຮັກຕາ ແມ່ນຢູ່ໃນໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ກຳລັງກ້າວເຂົ້າສູ່ຂັ້ນຕອນການເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່).
ພາບ ແລະ ຂໍ້ມູນ : ກົມຄຸ້ມຄອງບໍ່ແຮ່
ຂ່າວ : ຄຳແສງ ແກ້ວປະເສີດ