ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC) ສະໜັບສະໜູນໂຄງການສາທິດຕິດຕັ້ງສະຖານີສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ Post author:mem admin Post published:22/08/2022 Post category:ກົມສົ່ງເສີມ ແລະ ປະຢັດພະລັງງານ / ຂ່າວສານກິລາ ໃນຊຽງຂວາງເກມ ພິທີລົງນາມການຮ່ວມມື (MOC) ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (ສປ ຈີນ) ໄດ້ຈັດຂຶ້ນໃນຕອນເຊົ້າມື້ນີ້ ວັນທີ 19 ສິງຫາ 2022 ຢູ່ຫ້ອງປະຊຸມ 102 ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ລົງນາມໂດຍ ທ່ານ ຈັນໂທ ມີລັດຕະນາແພງ ຫົວໜ້າກົມສົ່ງ ແລະ ປະຢັດພະລັງງານ ແລະ ຕາງໜ້າບໍລິສັດ CSG-YNIC ລົງນາມໂດຍ ທ່ານ Li Yafei ຫົວໜ້າຄະນະຜູ້ແທນບໍລິສັດ CSG-YNIC ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ຄງການນີ້ ເປັນໂຄງການຊ່ວຍເຫລືອລ້າຂອງບໍລິສັດ CSG-YNIC ໂດຍມີເປົ້າໝາຍເພື່ອທົດລອງຕິດຕັ້ງສະຖານີສາກລົດໄຟຟ້າ ດ້ວຍພະລັງງານແສງຕາເວັນ ທີ່ມີກຳລັງຕິດຕັ້ງ 60 ກິໂລວັດ ເຊິ່ງຈະຕິດຕັ້ງໃສ່ໂຮງຈອດລົດຂອງກະຊວງພະລັງງານ ແລະ ບໍ່ແຮ່ . ເມື່ອໂຄງການກໍ່ສ້າງສຳເລັດຈະສ້າງສິ່ງອຳນວຍຄວາມສະດວກ ທັງເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມຫັນມານຳໃຊ້ພາຫະນະ ໂດຍສະເພາະລົດໄຟຟ້າ ທົດແທນລົດນຳໃຊ້ນໍ້າມັນນັບມື້ນັບຫລາຍຂື້ນພາບ: ລຸ້ງຟ້າ ອົບພະຈັນຂ່າວ: ຄຳແສງ ແກ້ວປະເສີດ You Might Also Like ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ. ຫວຽດນາມ ເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຮ່ວມກັນ 05/05/2022 ກອງປະຊຸມເປີດກວ້າງທາບທາມຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ 23/03/2022 ຂະແໜງການພະລັງງານ ແລະ ບໍ່ແຮ່ ມີບົດບາດສຳຄັນຕໍ່ຜົນສຳເລັດ 24/02/2022
ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ. ຫວຽດນາມ ເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຮ່ວມກັນ 05/05/2022