ກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ທີ່ມີສ່ວນຮ່ວມເຂົ້າໃນການຫັນປ່ຽນພະລັງງານທົດແທນ

          ລະຫວ່າງວັນທີ 30-31 ກໍລະກົດ 2024 ຜ່ານມານີ້, ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ທີ່ມີສ່ວນຮ່ວມເຂົ້າໃນການຫັນປ່ຽນພະລັງງານທົດແທນ ຮ່ວມກັບ ອົງການອອ໋ກຟາມ ປະຈຳ ສປປ ລາວ ຢູ່ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍ ເປັນປະທານ ຂອງ ທ່ານ ຄຳໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ເລືອງ ພົມສຸວັນ ຮອງຫົວໜ້າກົມກວດກາ, ຮອງປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ດວງຈັນ ລໍ່ປ່າຢີ້ງ ຫົວໜ້າແຜນງານຄຸ້ມຄອງຊັບພະຍາກອນອົງການ ອອ໋ກຟາມ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສູນກາງ ສະຫະພັນແມ່ຍິງລາວ, ອົງການທີ່ກ່ຽວຂ້ອງຈາກສາກົນ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ສະຫະພັນແມ່ຍິງກະຊວງ ພ້ອມດ້ວຍວິຊາການ ອົງການ ອອ໋ກຟາມ ປະຈຳ ສປປ ລາວ ຈຳນວນ 50 ທ່ານ.

ກອງປະຊຸມໄດ້ມີການນຳສະເໜີບັນດາຫົວຂໍ້ທີ່ສຳຄັນ ພ້ອມທັງສົນທະນາແລກປ່ຽນຄຳຄິດ, ຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ຈຳນວນ 5 ຫົວຂໍ້ຄື: 1) ສະພາບລວມແຜນນະໂຍບາຍຫັນປ່ຽນພະລັງງານໃນລາວ ໃນນີ້ໃນເນັ້ນໃສ່ ຮ່າງນະໂຍບາຍແຫ່ງຊາດກ່ຽວກັບການປ່ອຍອາຍຜິດເຮື່ອແກ້ວ (Net Zero Emission) ແລະ ພາບລວມຂອງ ກອບນະໂຍບາຍແຫ່ງຊາດກ່ຽວກັບການສົ່ງເສີມການສ້າງຄວາມເຂັ້ມແຂງ ແລະ ສິດທິຂອງແມ່ຍິງໃນ ສປປ ລາວ; 2) ສີ່ງທ້າທາຍ ແລະ ໂອກາດໃນການສົ່ງເສີມ JET ເພື່ອສ້າງ ຄວາມເຂັ້ມແຂງແກ່ແມ່ຍິງໃນ ອາຊຽນ; 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ ບົດບາດຍິງຊາຍໃນການອໍານວຍຄວາມສະດວກ ຫັນປ່ຽນພະລັງງານ(JET)ໃນລາວ ໂດຍສະເພາະແມ່ນ ນໍາໃຊ້ ບົດບາດຍິງ ຊາຍ ເປັນກຸແຈໃນການເຮັດ ຫົວຫນ້າແຜນງານ ວຽກກັບທຸກຂະແຫນງການໃນ ສປປ ລາວ ຫົວແຜນງານ ບົດບາດຍີງຂາຍ ອົງການ ອອ໋ກສຟາມ ແລະ ຜົນການ ວິໄຈຊ່ອງຫວ່າງນະໂຍບາຍບົດບາດບົດບາດ ຍິງ-ຊາຍ ໃນຂະບວນການຫັນປ່ຽນພະລັງງານ;

4) ການສະທ້ອນ ແລະ ການພິຈາລະນາກ່ຽວກັບການເປີດ ໂອກາດ ໃຫ້ແມ່ຍິງ ມີສ່ວນຮ່ວມຂົ້າໃນການຫັນປ່ຽນພະລັງງານໃນລາວ ແລະ 5) ການເງີນ JET ເຊິ່ງໄດ້ນໍາສະເໜີ ຜົນການຄົ້ນຄວ້າທີ່ສໍາຄັນ ຈາກການຄົ້ນຄວ້າຂອງ ໂຄງການ FFA ກ່ຽວກັບການພັດທະນາ ຄວາມອາດສາມາດ ແລະ ການເງິນຂອງເຂື່ອນໄຟຟ້າໃນພາກພື້ນ ແມ່ນໍ້າຂອງ, ໂດຍເນັ້ນໃສ່ຜົນກະທົບທາງດ້ານບົດບາດຍິງຊາຍຂອງ ໂຄງການເຂື່ອນໄຟຟ້າ; ກໍານົດທິດຫັນປ່ຽນດ້ານພະລັງງານໃນການພັດທະນາການ ຈັດອັນດັບຫມວດຫມູ່ (Taxonomy) ຕາມປະເທດ ອາຊຽນ ແລະ ການເຊື່ອມໂຍງກັບການຈັດແບ່ງລະດັບຊາດໃນບັນດາປະເທດ ສະມາຊິກອາຊຽນ. ນອກຈາກນີ້, ຍັງໄດ້ສົນທະນາແບບເປັນກຸ່ມ ບູລິມະສິດ ແລະ ທິດທາງໃນຕໍ່ຫນ້າສໍາລັບ 4 ປີຕໍ່ຫນ້າຕື່ມອີກ.

ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506