
ກອງປະຊຸມວິສາມັນ ຂອງສະພາບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 04 ສິງຫາ 2023 ຢູ່ໂຮງແຮມແລນມາກລີເວີໄຊ, ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານສະພາບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ມີບັນດາ ທ່ານ ຄະນະສະພາບໍລິຫານກອງທຶນ ສົ່ງເສີມແລະ ພັດທະນາພະລັງງານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ກໍເພື່ອ ປຶກສາຫາລື ກ່ຽວກັບ ການລະດົມທຶນໃຫ້ແກ່ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານຜ່ານການຈັດຕັ້ງປະຕິບັດໂຄງການ ສົ່ງເສີມການນໍາໃຊ້ເຕົາສະອາດ ໃນ ສປປ ລາວ ໂດຍທຶນກູ້ຢືມດອກເບ້ຍຕໍ່າ ແລະ ທຶນຊ່ວຍເຫຼືອລ້າດ້ານວິຊາການຈາກທະນາຄານໂລກ ຈໍານວນ 22 ລ້ານໂດລ່າສະຫະລັດ. ເຊິ່ງໂຄງການດັ່ງກ່າວ ຈະເປັນໂຄງການ ຊື້-ຂາຍການຫລຸດຜ່ອນທາດອາຍກາກບອນ (Carbon Trade Project) ທີ່ເປັນມິດຕໍ່ກັບສິ່ງແວດລ້ອມ ໂດຍຈະຈັດຕັ້ງປະຕິບັດຢູ່ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ຈຳນວນ 50.000 ໜ່ວຍ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ