ກອງປະຊຸມປຶກສາຫາລືື ແບ່ງຂັ້ນຄຸ້ມຄອງວຽກງານສົ່ງເສີມ ແລະ ປະຢັດພະລັງງານ ຢູ່ 4 ແຂວງ ພາກກາງ ແລະ ພາກໃຕ້

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ລະຫວ່າງວັນທີ18-21 ພະຈິກ 2024 ຜ່ານມານີ້, ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມ ປຶກສາຫາລືື ແບ່ງຂັ້ນຄຸ້ມຄອງວຽກງານສົ່ງເສີມ ແລະ ປະຢັດພະລັງງານ ຢູ່ 4 ແຂວງ ພາກກາງ ແລະ ພາກໃຕ້ຄື: ວັນທີ 18 ພະຈິກ 2024 ຈັດຢູ່ແຂວງຈຳປາສັກ; ວັນທີ 19 ພະຈິກ 2024 ຈັດຢູ່ ແຂວງສະຫວັນນະເຂດ; ວັນທີ 20 ພະຈິກ 2024 ຈັດຢູ່ ແຂວງຄຳມ່ວນ ແລະ ວັນທີ 21 ພະຈິກ 2024 ຈັດຢູ່ ແຂວງ ບໍລິຄຳໄຊ.

          ຢູ່ແຕ່ລະບ່ອນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການສະເໜີຮ່າງຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານ ສົ່ງເສີມ ແລະ ປະຢັດພະລັງງານ ເຊິ່ງປະກອບມີ: ວຽກງານສົ່ງເສີມ, ການອະນຸລັກ ແລະ ປະຢັດພະລັງງານ; ວຽກງານສົ່ງເສີມພະລັງງານສະອາດ (ການນໍາໃຊ້ລົດໄຟຟ້າ ພ້ອມດ້ວຍສະຖານີສາກ) ແລະ ວຽກງານສົ່ງເສີມພະລັງງານຊີວະມວນ ໄດ້ແກ່: ເຕົາປະຢັດພະລັງງານ, ນໍ້າມັນເຊື້ອໄຟຊິວະພາບ, ແກ໊ສຊິວະພາບ ລະຫວ່າງ ສູນກາງ (ກົມສົ່ງເສີມ ແລະ ປະຢັດພະລັງງານ) ແລະ ທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ).
           ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ, ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ມີປະສິດທິຜົນ. ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະ ປະເທດຊາດ. ການແບ່ງຂັ້ນຄຸ້ມຄອງ ວຽກງານສົ່ງເສີມ ແລະ ປະຢັດພະລັງງານ ເປົ້າໝາຍຕົ້ນຕໍ່ ກໍ່ເພື່ອແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ, ການຄຸ້ມຄອງ ແລະ ການບໍລິຫານ ພະລັງງານທົດແທນຢູ່ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ໃນແຂວງສະຫວັນນະເຂດ ມີປະສິດທິພາບ ແລະ ປະສິດທິຜົນຕາມແຜນການຄຸ້ມຄອງວຽກງານ ປະຢັດພະລັງງານ.
ພາບ ແລະ ຂ່າວ: ກສປພ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506