ທ່ານ ລັດຖະມົນຕີ ພົບປະ, ໂອ້ລົມ ພະນັກງານລັດຖະກອນ ຢູ່ກົມສົ່ງເສີມ ແລະ ປະຢັດພະລັງງານ

           ພິທີພົບປະຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ພຶດສະພາ 2023 ຢູ່ຫ້ອງປະຊຸມຂອງກົມສົ່ງເສີມ ແລະ ປະຢັດພະລັງງານ ໂດຍມີ ທ່ານ ຈັນໂທ ມີລັດຕະນະແພງ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນກົມໃຫ້ກຽດຕ້ອນຮັບ. ຮ່ວມຕິດຕາມ ທ່ານ ລັດຖະມົນຕີ ເຄື່ອນໄຫວພົບປະ, ຢ້ຽມຢາມ ກົມສົ່ງເສີມ ແລະ ປະຢັດພະລັງງານ ຄັ້ງນີ້ ຍັງມີ ທ່ານ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຫົວໜ້າສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຕາງໜ້າໃຫ້ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມ ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງສູງຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະ ທີ່ໄດ້ລົງມາພົບປະ, ຢ້ຽມຢາມ ແລະ ໂອ້ລົມ ພະນັກງານຢູ່ກົມສົ່ງເສີມ ແລະ ປະຢັດພະລັງງານ ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ໃກ້ຊິດຂອງການນຳກະຊວງ ໂດຍສະເພາະແມ່ນ ທ່ານ ລັດຖະມົນຕີ ພາຍຫຼັງໄດ້ຮັບໜ້າທີ່ໃໝ່ຢູ່ກະຊວງພະລັງງານ ແລະ ບໍ່ແຮ່.
          ໃນນີ້ ທ່ານ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກົມ ເຊີ່ງກວມເອົາໜ້າວຽກຫຼັກຕົ້ນຕໍເຊັ່ນ: 1.ວຽກສົ່ງເສີມ ການອະນຸລັກ ແລະ ປະຢັດພະລັງງານ ໄດ້ສຳເລັດສ້າງ ດຳລັດ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການອະນຸລັກ ແລະ ປະຢັດພະລັງງານ, ນະໂຍບາຍສະບັບນີ້ໄດ້ກຳນົດນະຫຼັກການລວມ ແລະ ມາດຕະການໃນການຄຸ້ມຄອງ ແລະ ສົ່ງເສີມການອະນຸລັກ ແລະ ປະຢັດພະລັງງານ ໃຫ້ມີຮູບປະທຳ, ມີປະສິດທິພາບ, ຊຸກຍູ້ສົ່ງເສີມ ແລະ ປູກຈິດສຳນຶກປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນຊາດ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການໃນການອະນຸລັກ ແລະ ປະຢັດພະລັງງານ ແລະ ໄດ້ຜັນຂະຫຍາຍສ້າງຂໍ້ຕົກລົງວ່າດ້ວຍ ມາດຕະຖານ ແລະ ກາໝາຍ ປະສິດທິພາບພະລັງງານສຳລັບເຄື່ອງປັບອາກາດ ໃນ ສປປລາວ ເພື່ອສົ່ງເສີມການປະຢັດ ແລະ ອະນຸລັກພະລັງງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ຫຼຸດຜ່ອນຄ່າໄຊ້ຈ່າຍດ້ານພະລັງງານ. 2. ວຽກສົ່ງເສີມພະລັງງານສະອາດໃນຂະແໜງຄົມມະນາຄົມ-ຂົນສົ່ງ, ເຊີ່ງກົມໄດ້ສຳເລັດ ນະໂຍບາຍ, ຍຸດທະສາດ ໃນການໃຊ້ສົ່ງເສີມການນໍາໃຊ້ລົດໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ, ກສປພ ໄດ້ຮ່ວມກັບສາກົນ ແລະ ພາກເອກະຊົນໃນການພັດທະນາຕິດຕັ້ງສະຖານີປະຈຸສາກລົດໄຟຟ້າ ເຊີ່ງປະຈຸບັນໃນທົ່ວປະເທດມີແລ້ວ 18 ຈຸດ ແລະ ກໍາລັງພັດທະນາອີກ 8 ຈຸດ, ທີ່ນອນໃນຄວາມຮັບຜິດຊອບຂອງກົມ ແລະ ຍັງໄດ້ພັດທະນາສ້າງດໍາລັດວ່າດ້ວຍການຄຸ້ມຄອງໄຮໂດເຈນ ທີ່ເປັນແຫຼ່ງພະລັງງານສະອາດ ເພື່ອສະໝອງໃຫ້ແກ່ພາກອຸດສາຫະກຳ ແລະ ພາກຂົນສົ່ງ ໂດຍການກຳນົດບູລິມະສິດເພື່ອການສົ່ງເສີມ ການຄົ້ນຄວ້າ ແລະ ພັດທະນາ ການຜະລິດໄຮໂດເຈນ ເພື່ອເປັນທາງເລືອກໃນການກັກເກັບພະລັງງານ,

3.ວຽກງານສົ່ງເສີມພະລັງງານຊີວະມວນ, ພະລັງງານທາງເລືອກອື່ນເປັນຕົ້ນ: ນໍ້າມັນເຊື້ອໄຟຊີວະພາບ, ແກັສຊີວະພາບ, ແກັສເມຕາເນຊັນ, ການຄຸ້ມຄອງການນໍາໃຊ້ເຕົາສະປະຢັດໃນທົ່ວປະເທດ ແລະ ກົມ ໄດ້ສ້າງດໍາລັດວ່າດ້ວຍການຊື້ຂາຍກາກບອນ ເຊີ່ງດຳລັດດັ່ງກ່າວ ຈະໄດ້ກຳນົດລະບຽບ,ນະໂຍບາຍ ເພື່ອສົ່່ງເສີມການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃນການຊື້-ຂາຍກາກບອນ; ສ້າງກົນໃກໃຫ້ຜູ້ພັດທະນາໂຄງການຜະລິດພະລັງງານສະອາດ ສາມາດເຂົ້າເຖິງ ສິນເຊື່ອ ກາກບອກ; 4. ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ ຈຸດປະສົງຫຼັກຂອງກອງທຶນ ແມ່ນເພື່ອລະດົມ, ຂົນຂວາຍ ແລະ ສະສົມທຶນ, ຊອກຫາແຫຼ່ງທຶນຈາກພາກສ່ວນສາກົນ ແລະ ພາກເອກະຊົນ. ແນ່ໃສ່ໃຫ້ມີທຶນພຽງພໍ ແລະ ຍືນຍົງ, ສະໜອງທຶນໃຫ້ແກ່ການຄົ້ນຄວ້າດາ້ນພະລັງງານ, ເປົ້າໝາຍການນຳໃຊ້ກອງທຶນ ແມ່ນເພື່ອສະໜອງທຶນໃຫ້ແກ່ຜູ້ປະກອບການດ້ານພະລັງງານດ້ວຍການກຸ້ຢືມດອກເບ້ຍຕໍ່າ ເພື່ອຈັດຕັ້ງປະຕິບັດໂຄງການທີ່ມີເປົ້າໝາຍ ແລະ ຈຸດປະສົງໃນການສົ່ງເສີມ ແລະ ພັດທະນາພະລັງງານທົດແທນ ເປັນຕົ້ນແມ່ນ ພະລັງງານແສງຕາເວັນ, ລົມ, ໄຟຟ້ານໍ້າຕົກຂະໜາດນ້ອຍ,ນໍ້າມັນເຊື້ອໄຟຊີວະພາບ,ຊີວະມວນ ແລະ ອາຍແກັສຊີວະພາບ.

          ທ່ານ ລັດຖະມົນຕີ ໄດ້ຊົມເຊີຍຕໍ່ການເອົາໃຈໃສ່ການພັດທະນາວຽກງານ ການສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານໄດ້ໃຫ້ທິດຊີ້ນຳຕໍ່ກັບກົມສົ່ງເສີມ ແລະ ປະຢັດພະລັງງານ ໂດຍເນັ້ນໃຫ້ເອົາໃຈໃສ 2 ໜ້າວຽກຫຼັກ ທີ່ຕິດພັກກັບວ່າລະແຫ່ງຊາດ ໃນການຈັດຕັ້ງປະຕິບັດ ວຽກງານຈຸດສຸມ ໃນການພັດທະນາສະຖານີສາກ ແລະ ວຽກສົ່ງເສີມອະນຸລັກ ແລະ ປະຢັດພະລັງງານ ເພື່ອໃຫ້ສອດຄ່ອງກັບວ່າລະແຫ່ງຊາດ ເພື່ອໃຫ້ມີຄວາມຍືນຍົງ ແລະ ສີຂຽວ, ໃຫ້ເອົາໃສ່ໃນການໂຄສະນາ, ເຜີຍແຜ່, ຈັດກອງປະຊຸມກາງສະໃໝ ແຕ່ລະພາກສ່ວນ ມີການປະກອບສ່ວນແນວໃດ, ເຮັດແນວໃດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຍືນຍົງ ແລະ ໄປຕາມວາລະແຫ່ງຊາດ ໂດຍສະເພາະແມ່ນວຽກອະນຸລັກ ແລະ ປະຢັດພະລັງງານ.
ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ພາບ: ສົມສະນຸກ