
ລະຫວ່າງວັນທີ 4-5 ກໍລະກົດ 2024 ຜ່ານມານີ້, ຢູ່ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມຝຶກອົບຮົມ ຮ່ວມກັບ ສະຖາບັນການເຕີບໂຕສີຂຽວ ປະຈຳ ສປປ ລາວ ໃນການເສີມສ້າງຄວາມອາດສາມາດ ກ່ຽວກັບ ຂະບວນການຊື້-ຂາຍ ສິນເຊື່ອກາກບອນ ແລະ ມາດຕາ 6 ພາຍໃຕ້ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຕໍ່ ຂະແໜງພະລັງງານ ໂດຍເປັນປະທານຮ່ວມ ຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຄຳຫຼ້າ ພົນສະຫວັດ ພະນັກງານອາວຸໂສ ດ້ານ ການປ່ຽນແປງດິນຟ້າອາກາດ ແລະ ກາກບອນ, ສະຖານບັນເຕີບໂຕສີຂຽວ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມ ຕາງໜ້າ ຈາກພາກລັດ ແລະ ເອກະຊົນ, ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ 50 ທ່ານ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມນີ້ແມ່ນ ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ ໃນການກຳນົດນະໂຍບາຍ, ຍຸດທະສາດ, ແຜນງານ ແລະ ໂຄງການຊື້-ຂາຍສິນເຊື່ອກາກບອນຈາກໂຄງການພັດທະນາພະລັງງານເຊື້ອໄຟຊີວະມວນ ແລະ ພະລັງງານສະອາດ ແລະ ສົ່ງເສີມຜູ້ພັດທະນາໂຄງການດັ່ງກ່າວ ຊ່ວຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ສາມາດເຂົ້າເຖິງຂະບວນການຊື້-ຂາຍສິນເຊື່ອກາກບອນ

ໃນວາລະການດຳເນີນກອງປະຊຸມຝຶກອົບຮົມທັງສອງມື້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຈາກບັນດາຊ່ຽວຊານ ພ້ອມທັງ ແລກປ່ຽນ, ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບ ຕະຫຼາດກາກບອນ ແລະ ມາດຕາ 6 ພາຍໃຕ້ສັນຍາປາຣີວ່າດ້ວຍການປ່ຽນແປງດິນຟ້າອາກາດ ລວມທັງ ຂໍ້ມູນທົ່ວໄປ , ຈຸດປະສົງ, ມະຕິກ່ຽວກັບມາດຕາ 6, ຫຼັກການພື້ນຖານ, ສະຖານະການຈັດຕັ້ງປະຕິບັດມາດຕາ 6 ແລະ ການດໍາເນີນການຊື້-ຂາຍ ພາຍໃຕ້ມາດຕາ 6. ພ້ອມດຽວກັນນັ້ນ, ຍັງໄດ້ແລກປ່ຽນປະສົບການກ່ຽວກັບຕະຫຼາດກາກບອນໃນຂົງເຂດພະລັງງານ ຈາກສາກົນ ແລະ ພາຍໃນ ເຊັ່ນ: ບໍລິສັດຊາວໂປນ, ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ແລະ ການນໍາສະເໜີກ່ຽວກັບ ໃບຢັ້ງຢືນການຜະລິດພະລັງງານທົດແທນ (REC) ແລະ ແລກປ່ຽນປະສົບການ ໂຄງການກາກບອນໃນປະເທດໄທ ພາຍໃຕ້ໂຄງການ T-VER ຄຸ້ມຄອງໂດຍ ອົງການບໍລິຫານຈັດການກ໊າສເຮືອນກະຈົກ ພ້ອມທັງການແລກປ່ຽນບົດຮຽນຂອງກຸ່ມບໍລິສັດ ມິດຜົນ. ນອກຈາກນັ້ນ, ກໍ່ຍັງໄດ້ແລກປ່ຽນກ່ຽວກັບການຄິດໄລ່ຄ່າສໍາປະສິດການປ່ອຍທາດອາຍເຮືອນແກ້ວ (Emission factor) ແລະ ຄວາມເປັນໄປໄດ້ໃນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃນຂົງເຂດພະລັງງານ.

ພາບ ແລະ ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506