
ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 27-28 ກຸມພາ 2025 ທີ່ໂຮງແຮມ ເອສ໌ ວັງວຽງ ບູຕິກ ເມືອງວັງວຽງ ແຂວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ. ມີຕາງໜ້າຈາກຫ້ອງການກະຊວງ, ບັນດາກົມທີ່ກ່ຽວຂ້ອງ, ລັດວິສາຫະກິດໄຟຟ້າລາວ ແລະ ບັນດາ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມແລະປະຢັດພະລັງງານ ໄດ້ລາຍງານໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ເພື່ອ ເປັນການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ປະຢັດພະລັງງານປະຈຳປີ 2024 ແລະ ທິດທາງແຜນການປີ 2025 ພ້ອມທັງປຶກສາຫາລືປະກອບຄຳຄິດເຫັນຕໍ່ກັບເນື້ອໃນຂອງບັນດາຮ່າງເອກະສານນິຕິກຳຕ່າງໆ ທີ່ຕິດພັນກັບວຽກງານການສົ່ງເສີມ ແລະ ປະຢັດພະລັງງານ. ເພື່ອເປັນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ປະຢັດພະລັງງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ ຂຶ້ນກວ່າເກົ່າ.

ທ່ານ ກ່າວຕື່ມວ່າ: ໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານສົ່ງເສີມ ແລະ ປະຢັດພະລັງງານ ມີຄວາມເຂັ້ມແຂງ ຈະໄດ້ 1). ສືບຕໍ່ແບ່ງຄວາມຮັບຜິດຊອບ, ແບ່ງສິດ, ແບ່ງຂັ້ນຄຸ້ມຄອງ ຂະແໜງ ພະລັງງານ ແລະ ບໍ່ແຮ ່ ລະຫວ່າງ ກົມ ແລະ ທ້ອງຖິ່ນ ຢ່າງພາວະວິໄສ, ຢ່າງກົມກຽມ ມີການສົມທົບ, ໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄດ້ຢ່າງ ເປັນຮູບປະທໍາ ເປັນຕົ້ນແມ່ນ: ການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ສະຖານີສາກ, ການສົ່ງເສີມການຜະລິດໄຟຟ້າ ພະລັງງານແສງຕາເວັນ ເພື່ອຮັບໃຊ້ເອງ, ວຽກງານສົ່ງເສີມການອະນຸລັກ ແລະ ປະຢັດພະລັງງານ, ວຽກງານການ ສົ່ງເສີມການນໍາໃຊ້ພະລັງງານຊີວະມວນ ແລະ ວຽກງານອື່ນໆ. ຊຶ່ງວຽກງານດັ່ງກ່າວນີ້ ແມ່ນຈະຕ້ອງໄດ້ເຮັດອອກມາ ເປັນກົນໄກ, ເອກະສານນິຕິກຳ ແລະ ຂໍ້ແນະນໍາ ທີ່ຮັບປະກັນຄວາມເຂົ້າໃຈອັນຖືກຕ້ອງໃນການປະຕິບັດ ເພື່ອເປັນຂໍ້ ຕົກລົງຂອງກະຊວງຢ່າງຄັກແນ່, ພ້ອມດຽວກັນນັ້ນ ຈໍາເປັນຕ້ອງໄດ້ມີການດໍາເນີນການຝຶກອົບຮົມເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, 2). ຊຸກຍູ້ສົ່ງເສີມການນໍາໃຊ້ລົດໄຟຟ້າໃນບັນດາຫົວໜ່ວຍທຸລະກິດ ເປັນຕົ້ນ ຂົງເຂດອຸດສາຫະກຳ, ພາກທຸລະກິດ ທົ່ວໄປ, ເລັ່ງສົ່ງເສີມຂະຫຍາຍສະຖານີປະຈຸໄຟຟ້າ ແລະ ພາກຂົນສົ່ງຂະໜາດນ້ອຍ, ຂະໜາດກາງ, ຂະໜາດໃຫຍ່, 3). ເລັ່ງການພັດທະນາບັນດາເອກະສານນິຕິກຳ, ກົນໄກ, ຍຸດທະສາດ ເພື່ອສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ ໃນຂະແໜງພະລັງງານ, ພະລັງງານໄຮໂດຣເຈນ ອອກເປັນອັນລະອຽດ ແລະ 4). ພັດທະນາດ້ານບຸກຄະລາກອນຂອງກົມ ໃຫ້ມີຄຸນນະພາບ ສາມາດຮັບປະກັນການຄຸ້ມຄອງທີ່ມີປະສິດຕິພາບ ກ້າວສູ່ ຄວາມເປັນມືອາຊີບ.

ຈາກນັ້ນ, ຜູ້ເຂົ້າຮ່ວມຈາກແຕ່ລະພາກສ່ວນ ກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນ, ແລກປ່ຽນ ບົດຮຽນຮ່ວມກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດສະຫຼຸບດັ່ງກ່າວ ມີເນືອໃນຄົບຖ້ວນ, ສົມບູນ ແລະ ຖືກຕ້ອງກັບສະພາບການຈັດຕັ້ງປະຕິບັດວຍກງານສົ່ງເສີມ ແລະ ປະຢັດພະລັງງານ ຢູ່ປະເທດຂອງພວກເຮົາ.
ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506