ການຮ່ວມມືດ້ານວິຊາການ ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ກັບ ບໍລິສັດ Carbon Trust

          ໃນວັນທີ 07 ກໍລະກົດ 2022, ທີ່ຜ່ານມາ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ຈັດພິທີລົງນາມເຊັນສັນຍາ ການຮ່ວມມືດ້ານວິຊາການ ກ່ຽວກັບ ການເຮັດໂຄສະນາ ເຜີຍແຜ່ກິດຈະກໍາການອະນຸລັກ ແລະ ການປະຢັດພະລັງງານ ໃນ ສປປ ລາວ, ໃຫ້ກຽດເປັນປະທານຂອງທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ແລະ ທ່ານ Michael REA ຫົວໜ້າຝ່າຍປະຕິບັດງານ ຂອງໂຄງການ ແລະ ທ່ານ Eric LOUNSBURY ຜູ້ອຳນວຍການມ ຝ່າຍກິດຈະການ, ພ້ອມດ້ວຍ ຫ້ອງການກະຊວງ, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມແຜນການ ແລະ ການຮ່ວມມື ແລະ ວິຊາການຈາກກົມກ່ຽວຂ້ອງ, ແລະ ທີມງານຈາກບໍລິສັດ Carbon Trust Advisory Limited ເຂົ້າຮ່ວມ ຜ່ານລະບົບອອນລາຍ.
          ທ່ານ ຫົວໜ້າກົມ ໄດ້ກ່າວໃນພິທີວ່າ: “ລົງນາມ ສັນຍາການຮ່ວມມືດ້ານວິຊາການ ລະຫວ່າງກົມ ກົມສົ່ງເສີມ ແລະ ປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Carbon Trust England and Wale” ເຊີ່ງເປັນໂຄງການຮ່ວມມືດ້ານວິຊາການ ກ່ຽວກັບ ການເຮັດໂຄສະນາ ເຜີຍແຜ່ກິດຈະກໍາການອະນຸລັກ ແລະ ການປະຢັດພະລັງງານ ໃນ ສປປ ລາວ. ເຊີ່ງໂຄງການດັ່ງກ່າວນີ້ຈະໄດ້ຮັບທືນການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຣາຊະອານາຈັກ ອັັງກິດ ໂດຍຜ່ານບໍລິສັດ Carbon Trust ໂດຍມີບັັນດາກິດຈະກຳໜ້າວຽກທີ່ຈະໄດ້ຈັດຕັ້ງປະຕິບັດດັ່ງນີ້: 1. ການໂຄສະນາເຜີຍແຜ່ຜ່ານທາງສື່ອອນລາຍໃນເວັບໄຊ (Facebook, Lao Youth, Radio ແລະ Inside Laos; 2. ການໂຄສະນາຜ່ານປ້າຍໂຄສະນາ, 3. ໂຄສະນາຕາມຮ້ານ ກາເຟ ແລະ ຮ້ານອາຫານ, 4. ການເຮັດກິດຈະກຳຮ່ວມກັບສະຖາບັນການສືກສາ, 5. ການສຳພາດອອນລາຍລົງ ເວັບໄຊທ໌ ເປັນຕົ້ນ.
          ກິດຈະກຳດັ່ງກ່າວເປັນອີກບົດບາດໜື່ງທີ່ມີຄວາມສຳຄັນໃນການຊ່ວຍໂຄສະນາເຜີຍແຜ ວຽກງານອະນຸລັກ ແລະ ການປະຢັດພະລັງງານ ເຊິ່ງເປັນສ່ວນໜຶ່ງຂອງກົມສົ່ງເສີມ ແລະ ປະຢັດພະລັງງານ ເພື່ອໃຫ້ເຂົ້າເຖີງສັງຄົມໄດ້ດີ ແລະ ມີການຮັບຮູ້ກ່ຽວກັບການອະນຸລັກ ແລະ ປະຢັດພະລັງງານໃຫ້ກວ້າງຂວາງ ແລະ ເປັນຮູບປະທຳ. ຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ວາງໄວ້ທັງເປັນການຜັນຂະຫຍາຍ ເຜີຍແຜ່ດຳລັດວ່າ: ດ້ວຍການປະຢັດ ແລະ ອະນຸລັກພະລັງງານ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ.
          ອີກເທື່ອໜຶ່ງ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຂອບໃຈໃນການຮ່ວມມືເຂົ້າຮ່ວມຂອງບັນດາທ່ານ ໃນຄັ້ງນີ້ ແລະ ຫວັງຢ່າງຍິງວ່າພາຍຫຼັງສຳເລັດກິດຈະກຳດັ່ງກ່າວ ທາງບໍລິສັດ Carbon Trust ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານດັ່ງກ່າວໃຫ້ມີຄວາມຢືນຢົງ. ຕື່ມອີກ.
 
ພາບ: ສົມສະໜຸກ
ຂ່າວ:​ ກົມສົ່ງເສີມ ແລະ ປະຢັດພະລັງງານ