ສສ.ຫວຽດນາມ ຊ່ວຍ ສປປ ລາວ ສ້າງແຜນທີ່ທໍລະນີສາດ ມາດຕາສ່ວນ 1:200.000 ເຂດເໜືອຂອງແຂວງວຽງຈັນ ແລະ ເຂດໃຕ້ຂອງແຂວງຫລວງພະບາງ

         ພາຍຫຼັງໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2013 ເປັນຕົ້ນມາ, ຕອນເຊົ້າວັນທີ 28 ກັນຍາ 2022 ກໍ່ໄດ້ມີພິທີມອບ-ຮັບຢ່າງເປັນທາງການ ລະຫວ່າງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ສສປ ລາວ ແລະ ທ່ານ ດົງວັນຢາບ ຫົວໜ້າສະຫະກອງ ກອງທໍລະນີສາດ, ກົມໃຫຍ່ທໍລະນີສາດ ແລະ ແຮ່ທາດ, ກະຊວງຊັບພະຍາກອນ ແລະ ທຳມະຊາດ ສສ. ຫວຽດນາມ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີຕາງໜ້າຈາກຫ້ອງການກະຊວງ, ບັນດາກົມທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

          ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກ່າວວ່າ: ການມອບ-ຮັບ ຂໍ້ມູນບົດລາຍງານທໍລະນີສາດ ຂອງ ໂຄງການຊອກຄົ້ນແຮ່ທາດ ແລະ ສຳຫລວດສ້າງແຜນທີ່ທໍລະນີສາດ ມາດຕາສ່ວນ 1:200.000 ໃນຄັ້ງນີ້ ແມ່ນການມອບຮັບຂໍ້ມູນ ຈາກການດຳເນີນວຽກງານຢູ່ເຂດເໜືອ ຂອງ ແຂວງວຽງຈັນ – ເຂດໃຕ້ ຂອງ ແຂວງຫລວງພະບາງ ໃນເນື້ອທີ່ 15.870 ກມ2 (ເຂດແຂວງວຽງຈັນ ກວມເອົາເນື້ອທີ່: ເມືອງກາສີ, ເມືອງວັງວຽງ, ເມືອງຫີນເຫີບ ແລະ ເມືອງແມດ; ເຂດແຂວງໄຊສົມບູນ ກວມເອົາເຂດ ເມືອງອະນຸວົງ, ເມືອງລ້ອງແຈ້ງ ແລະ ເມືອງລ້ອງຊານ; ເຂດແຂວງຊຽງຂວາງ ກວມເອົາເຂດ ນະຄອນຫລວງພະບາງ, ເມືອງຈອມເພັດ, ເມືອງຊຽງເງິນ, ເມືອງນານ ແລະ ເມືອງໂພນໄຊ), ນຳໃຊ້ງົບປະມານຊ່ວຍເຫລືອ ຈາກ ລັດຖະບານ ສສ.ຫວຽດນາມ ຈຳນວນ 69,9 ຕື້ດົງ. ຂໍ້ມູນທີ່ໄດ້ຮັບຈາກໂຄງການ ລວມມີ ຈຸດບໍ່ແຮ່, ຈຸດປະກົດແຮ່ທາດ, ຈຸດປະກົດການແຮ່ທາດ ໄດ້ທັງໝົດ ຈຳນວນ 96 ຈຸດ ລວມມີ 21 ຊະນິດແຮ່ທາດ ໄດ້ແກ່: ຖ່ານຫີນ, ເຫລັກ, ທອງ, ຄຳ, ຊືນ-ສັງກະສີ, ໂວນຟຣາມ, ເງີນ, ບາຣິດ, ຫີນປູນ, ດີນໜຽວຂາວ (ກາວແລງ). ໃນຈຳນວນ 96 ຈຸດ ມີ ຈຸດພົບໃໝ່ ຈຳນວນ 79 ຈຸດ. ບັນດາຂໍ້ມູນນີ້ ຈະເປັນພື້ນຖານໃຫ້ແກ່ການກຳນົດເຂດເນື້ອທີ່ ທີ່ມີທ່າແຮງດ້ານແຮ່ທາດຂັ້ນ A ຈຳນວນ 10 ຈຸດ ແລະ ຂັ້ນ B ຈຳນວນ 8 ເຂດ.

          ໂຄງການຮ່ວມມື ໃນຂົງເຂດທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນໄດ້ເລີ່ມຕົ້ນມາແຕ່ປີ 1966 ເປັນຕົ້ນມາ, ຂະນະທີ່ການຮ່ວມມືຊອກຄົ້ນແຮ່ທາດ ແລະ ສຳຫລວດສ້າງແຜນທີ່ທໍລະນີສາດ ມາດຕາສ່ວນ 1:200.000 ໄດ້ລິເລີ່ມມາແຕ່ປີ 1980, ມາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 133.332 ກິໂລຕາແມັດ ຫຼື ກວມເອົາ 56,3% ຂອງເນື້ອທີ່ທົ່ວປະເທດ. ໃນນີ້ອັນພົ້ນເດັ່ນກວ່າໝູ່ໃນປີ 1980 ສໍາເລັດ ວຽກງານ ຢູ່ເຂດຄັງໄຂ, ແຂວງຊຽງຂວາງ ໃນເນື້ອທີ່ 15.131 ກມ2; ປີ 1987 ສໍາເລັດ ວຽກງານ ຢູ່ເຂດແຂວງວຽງຈັນ ໃນເນື້ອທີ່ 8.276 ກມ2; ປີ 1999 ສໍາເລັດ ວຽກງານຢູ່ເຂດພາກກາງ (ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ) ໃນເນື້ອທີ່ 31.770 ກມ2; ປີ 2007 ສໍາເລັດ ວຽກງານຢູ່ເຂດພາກເໜືອ ໃນເນື້ອທີ່ 62.285 ກມ2 ແລະ ໃນປີ 2013-2018 ສໍາເລັດ ວຽກງານ ຢູ່ເຂດເໜືອ ຂອງ ແຂວງວຽງຈັນ – ເຂດໃຕ້ ຂອງ ແຂວງຫລວງພະບາງ ໃນເນື້ອທີ່ 15.870 ກມ2

ພາບ: ມີລູ່-ວຽງສະຫວັນ
ຂ່າວ: ຄຳແສງ