ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການກວດສອບແຫ່ງລັດລົງດຳເນີນກອງປະຊຸມກວດກາປົກກະຕິ ປະຈຳສົກປີ 2021

          ໃນວັນທີ 28 ກໍລະກົດ 2022 ຢູ່ທີ່ ຫ້ອງປະຊຸມ 102, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳສົກປີ 2021, ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຕຸລາວັນ ພິມມະສອນ ຫົວໜ້າກົມກວດສອບອົງການຈັດຕັ້ງລັດ, ອົງການກວດສອບແຫ່ງລັດ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ໂດຍອີງຕາມຂໍ້ຕົກລົງຂອງອົງການກວດສອບແຫ່ງລັດ ສະບັບເລກທີ 479/ອກອລ, ລົງວັນທີ 08 ມິຖຸນາ 2022, ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາ ແລະ ຄະນະກວດສອບແຫ່ງລັດ ດໍາເນີນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ຄະນະຈະຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການກວດສອບແຫ່ງລັດ.
          ຈຸດປະສົງ ໃນການລົງມາເຮັດວຽກໃນຄັ້ງນີ້ ເພື່ອຢັ້ງຢືນຄວາມຖືກຕ້ອງຕາມຕົວຈິງ ແລະ ຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ຂອງການຈັດຕັ້ງປະຕິບັດຄຳແນະນຳກວດສອບປີຜ່ານມາ ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ບົນພື້ນຖານຂໍ້ມູນ, ຫຼັກຖານ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງ. ມື້ນີ້ ວັນທີ 28 ກໍລະກົດ 2022 ເປັນມື້ທຳອິດ ຂອງການກວດສອບໃນຄັ້ງນີ້ ຈະດຳເນີນໄປເປັນເວລາ ລວມທັງໝົດ 30 ວັນ.
ພາບ-ຂ່າວ ພະແນກ ປະຊາສຳພັນ ແລະ ໄອທີ