ໜ່ວຍຮາກຖານ ຊປປລ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ຮັບນາມມະຍົດທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ

          ໃນຕອນເຊົ້າ ວັນທີ 03 ສິງຫາ 2022 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກຂຶ້ນ. ເປັນກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ແກ້ວອຸ່ນເຮືອນ ຈັນທະວົງສາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ສະຫາຍ ພັນສະໃໝ ຂຸນຈັນທະ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ມີແຂກຖືກເຊີນ, ຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 06 ສະຫາຍ. ພິທີ ສະຫາຍ ພອນສັກ ວໍລະວົງ ຄະນະຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019-2021 ແລະ ທິດທາງແຜນການປີ 2022 ປັດຈຸບັນຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ມີສະມາຊິກຊາວໜຸ່ມທັງໜົດ 32 ສະຫາຍ, ຍິງ 10 ສະຫາຍ.

         ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 95%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 94%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 95%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ຕີລາຄາໄດ້ 93% ແລະ ຍັງໄດ້ວາງແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າຄື: ບຸກດ້ານແນວຄິດ ໃຫ້ໄດ້ 96%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 95%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 96%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໃຫ້ໄດ້ 94%.
         ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ເປັນກຽດຂຶ້ນມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາ ໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພອນສັກ ວໍລະວົງ ຄະນະຊາວໜຸ່ມໜ່ວຍຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວາ່ດ້ວຍການອະນຸມັດພົ້ນອາຍຸກະສຽນເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈໍານວນ 07 ສະຫາຍ, ຍິງ 03 ສະຫາຍ.

          ຈາກນັ້ນ ສະຫາຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນ ໜັກໃຫ້ສະມາຊິກຊາວໜຸ່ມມີຄວາມສາມັກຄີຢ່າງແໜ້ນແຟ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍຄືແຜນການການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນ ເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

ພາບ ແລະ ແຫຼ່ງຂ່າວ: ສື່ມ່ວນຊົນໜຸ່ມລາວ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ