
ພິທີປະກາດການປັບປຸງກົງຈັກການຈັດຕັ້ງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16 ກຸມພາ 2022 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາອົງຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ໃນກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ຜູ້ອຳນວຍການລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ ທ່ານ ທອງຂັນ ພິມວິໄລ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 624/ນຍ, ລົງວັນທີ 24 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ພະລັງງານ ແລະ ບໍ່ແຮ່; ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ສະບັບເລກທີ 300/ພບ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນ ທີ່ຂຶ້ນກັບກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງປະກອບມີ 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນຄື: ຫ້ອງການກະຊວງ (ປະກອບມີ 5 ພະແນກ), ກົມຈັດຕັ້ງ ແລະ ພະນັກງານ(ປະກອບມີ 5 ພະແນກ) , ກົມກວດກາ (ປະກອບມີ 5 ພະແນກ) , ກົມແຜນການ ແລະ ການຮ່ວມມື (ປະກອບມີ 5 ພະແນກ), ກົມຄຸ້ມຄອງບໍ່ແຮ່ (ປະກອບມີ 6 ພະແນກ), ກົມທໍລະນີສາດ ແລະ ແຮ່ທາດ (ປະກອບມີ 6 ພະແນກ), ກົມນະໂຍບາຍ ແລະ ແຜນພະລັງງານ (ປະກອບມີ 5 ພະແນກ), ກົມທຸລະກິດພະລັງງານ (ປະກອບມີ 5 ພະແນກ), ກົມຄຸ້ມຄອງພະລັງງານ (ປະກອບມີ 5 ພະແນກ), ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ຕັ້ງໃໝ່) (ປະກອບມີ 5 ພະແນກ), ກົມສົ່ງເສີມ ແລະ ປະຢັດພະລັງງານ (ປ່ຽນຈາກ ສະຖາບັນສົ່ງເສີມພະລັງງານທົດແທນ) (ປະກອບມີ 5 ພະແນກ), ແລະ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ປະກອບມີ 1 ພະແນກ 4 ສູນ),

ຫຼັງຈາກນັ້ນ, ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຍົກຍ້າຍ, ຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານຂັ້ນຜູ້ວ່າການຫົວໜ້າຫ້ອງການ, ຜູ້ວ່າການຫົວໜ້າກົມ, ຜູ້ວ່າການຫົວໜ້າສະຖາບັນ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ຮອງຫົວໜ້າສະຖາບັນ ຕື່ມອີກຈຳນວນໜຶ່ງ ໃນນີ້: ໄດ້ແຕ່ງຕັ້ງ ທ່ານ ຄຳໂສ້ ກຸໂພຄຳ ອາດີດຫົວໜ້າກົມນິຕິກຳ (ທີ່ຖືກຍຸບ) ມາເປັນຜູ້ວ່າການຫົວໜ້າຫ້ອງການກະຊວງ ຜູ້ໃໝ່ ແທນ ທ່ານ ເພັດສະຫວັນ ລັດຕະນະທົງໄຊ ທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໄປຮັບໜ້າທີ່ໃໝ່ເປັນຜູ້ວ່າການຫົວໜ້າກົມຄຸ້ມຄອງພະລັງງານ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ບົວເທບ ມາໄລຄຳ ອາດີດຫົວໜ້າກົມຄຸ້ມຄອງພະລັງງານ ເປັນຜູ້ວ່າການຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ; ແຕ່ງຕັ້ງ ທ່ານ ນາງ ໄມຕີ ວົງຄຳຊາວ ອາດີດຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ (ທີ່ຖືກຍຸບ) ເປັນຜູ້ວ່າການຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່; ແຕ່ງຕັ້ງ ທ່ານ ຈັນໂທ ມີລັດຕະນະແພງ ອາດີດຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ເປັນຜູ້ວ່າການຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສຸລິຍາ ແສງດາລາວົງ ຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຮອງຫົວໜ້າຫ້ອງການກະຊວງ; ແຕ່ງຕັ້ງ ທ່ານ ນາງ ແສງເດືອນ ວົງອິນ ອາດີດຮອງຫົວໜ້າກົມນິຕິກຳ (ທີ່ຖືກຍຸບ) ມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ແຕ່ງຕັ້ງ ທ່ານ ອັກສອນ ຄຳສະຫວັດ ອາດີດຮອງຫົວໜ້າກົມນິຕິກຳ (ທີ່ຖືກຍຸບ) ມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກົມກວດກາ; ແຕ່ງຕັ້ງ ທ່ານ ຄຳໝັ້ນ ສໍປະເສີດ ອາດີດຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ແລະ ທ່ານ ຫຸມແພງ ເທື້ອບຸນມີ ອາດີດຮອງຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ (ທີ່ຖືກຍຸບ) ມາຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວຽງໄຊ ຈັນທາ ອາດີດຮອງຫົວໜ້າກົມຄຸ້ມຄອງພະລັງງານ ແລະ ທ່ານ ພູທະນູທອງ ໄຊສົມບັດ ອາດີດຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ; ຍົກຍ້າຍແຕ່ງຕັ້ງ ທ່ານ ສຸກັນ ວັນນະໂພ ອາດີດຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ແລະ ວັດສະດຸໃໝ່ ມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ສ່ວນຕຳແໜ່ງຫົວໜ້າກົມ, ຮອງຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າບັນດາກົມ ແລະ ຮອງຫົວໜ້າສະຖາບັນທີ່ມີແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາອົງຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ບາງຕອນ ທ່ານ ໄດ້ກ່າວວ່າ: ການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນຈັດວາງບຸກຄະລາກອນຂັ້ນນໍາພາ, ຄຸ້ມຄອງຂັ້ນກົມ ແລະ ທຽບເທົ່າໃນເທື່ອນີ້ ແມ່ນແນໃສ່ເຮັດໃຫ້ກົງຈັກ, ຕໍາແໜ່ງງານ ຈໍານວນລັດຖະກອນໄດ້ຮັບການປັບປຸງໃຫ້ມີປະສິດທິຜົນສູງຂຶ້ນ ຊຶ່ງອາດຈະມີດ້ານ ທີ່ແຕກຕ່າງຈາກຜ່ານມາ ແລະ ເປັນບັນຫາໃໝ່ເປັນຕົ້ນ : ມີບາງກົມ, ສະຖາບັນ ມາຮອດປັດຈຸບັນ, ເຫັນວ່າ ບໍ່ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວ ກໍໄດ້ໂຮມເຂົ້າກັບກົມອື່ນ, ຍ້າຍບາງວຽກໄປໃສ່ບ່ອນທີ່ເໝາະສົມ ແລະ ມີບາງກົມກໍໄດ້ສ້າງຕັ້ງຂຶ້ນໃໝ່ ຊຶ່ງທັງໝົດນີ້ ກໍແມ່ນແນໃສ່ເພື່ອ : “ແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ ເພື່ອໃຫ້ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ສາຍໄຍການຈັດຕັ້ງມີຄວາມກະທັດຮັດ, ຂະໜາດກົງຈັກບໍ່ໃຫຍ່ໂຕ ແຕ່ເປັນລະບົບໂລ່ງລ່ຽນ ແລະ ກ້າວສູ່ການເຊື່ອມລະຫວ່າງຂອດບໍລິຫານຕ່າງໆດ້ວຍອຸປະກອນທັນສະໄໝ ຄຽງຄູ່ກັບການເຮັດໃຫ້ຖັນແຖວລັດຖະກອນມີຈໍານວນໜ້ອຍລົງ, ແຕ່, ຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍຢ່າງປະຢັດ, ຂັບເຄື່ອນວຽກງານຕາມກົດໝາຍຢ່າງມີປະສິດທິພາບ” ຕາມທີ່ໄດ້ກໍານົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາ. ສະນັ້ນ, ຈຸດປະສົງ ແລະ ລະດັບຄາດໝາຍຂອງການປັບປຸງກົງຈັກການຈັດຕັ້ງຂອງກະຊວງພວກເຮົາໃນເທື່ອນີ້ ກໍແມ່ນແນໃສ່ເພື່ອໃຫ້ການຈັດຕັ້ງ ສອດຄ່ອງກັບສະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດໜ້າທີ່ການເມືອງຂອງຂະແໜງການ, ໂດຍສະເພາະແມ່ນເພື່ອຮອງຮັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ໃນໄລຍະໃໝ່. ສໍາລັບການສັບຊ້ອນ, ຈັດວາງ, ເຄື່ອນຍ້າຍບຸກຄະລາກອນ ກໍແມ່ນແນໃສ່ເພື່ອຈະເສີມຂະຫຍາຍຄຸນປະໂຫຍດຂອງພະນັກງານ, ສະມາຊິກພັກເຂົ້າໃນການປະຕິບັດໜ້າທີ່ການເມືອງບົນພື້ນຖານຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຄຸນທາດການເມືອງ-ຄຸນສົມບັດສິນທໍາປະຕິວັດ, ໂດຍຢຶດໝັ້ນຕາມທິດຊີ້ນໍາຂອງພັກທີ່ວ່າ : ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການຕາມເງື່ອນໄຂຕົວຈິງ”

ພ້ອມກັນນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳທຸກຂັ້ນສືບຕໍ່ເສີມຂະຫຍາຍ ແລະ ເອົາໃຈໃສ່ບາງບັນຫາຕົ້ນຕໍ່ດັ່ງນີ້: 1) ພາຍຫຼັງສໍາເລັດວຽກປະກາດການຈັດຕັ້ງໃນມື້ນີ້ແລ້ວ, ແຕ່ລະກົມ, ຫ້ອງ ການ, ສະຖາບັນ,ກັບເມືອແລ້ວຕ້ອງໄດ້ຄົ້ນຄວ້າ, ປຶກສາຫາລືກັນເພື່ອຈະຈັດວາງພະນັກງານ-ລັດຖະກອນຂອງຕົນເຂົ້າໃສ່ຕໍາແໜ່ງງານຕ່າງໆໃຫ້ລະອຽດ, ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດຂອງແຕ່ລະຄົນ ຊຶ່ງການຈັດວາງບຸກຄະລາກອນນີ້ຕ້ອງຮັບປະກັນ ແລະ ແນໃສ່ເຮັດໃຫ້ວຽກງານສາມາດຂັບເຄື່ອນໄປສູ່ບາດກ້າວໃໝ່, ຄຸນນະພາບໃໝ່ ແລະ ມີບັນຍາກາດໃໝ່. 2) ໃຫ້ແຕ່ລະກົມ, ຫ້ອງການ, ສະຖາບັນ ຕ້ອງຮີບຮ້ອນຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ສະບັບປັບປຸງໃໝ່ຊຶ່ງ ລັດຖະມົນຕີ ໄດ້ເຊັນ ແລະ ປະກາດໃຊ້ແລ້ວໃຫ້ແກ່ພະນັກງານ, ລັດຖະກອນພາຍໃນກົມ, ຫ້ອງການ, ສະຖາບັນຂອງຕົນໂດຍໄວ, ຕ້ອງຮັບປະກັນໃຫ້ທຸກຄົນກໍາແໜ້ນ, ຮູ້ໄດ້ບົດບາດ, ໜ້າທີ່, ຄວາມຮັບຜິດຊອບລວມຂອງກົມ, ຂອງພະແນກ, ໜ່ວຍງານ ແລະ ຄວາມຮັບຜິດຊອບການເມືອງຂອງແຕ່ລະບຸກຄົນ, ແລ້ວແນະນໍາການປະຕິບັດໃຫ້ຖືກຕ້ອງຕາມຂໍ້ຕົກລົງດັ່ງກ່າວ; 3) ຮັບປະກັນໃຫ້ກົງຈັກການຈັດຕັ້ງທີ່ໄດ້ຮັບການປັບປຸງເຄື່ອນໄຫວ ມີບາດກ້າວ ຫັນປ່ຽນໄປສູ່ຄຸນນະພາບໃໝ່ທີ່ສູງຂຶ້ນນັ້ນ, ບັນຫາທີ່ສໍາຄັນອີກປະການໜຶ່ງ ແມ່ນຕ້ອງໄດ້ເອົາໃຈໃສ່ປັບປຸງແບບແຜນນໍາພາ-ຄຸ້ມຄອງ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ; 4) ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ດີ, ເຮັດໃຫ້ເປົກກະຕິ, ຫັນໄປສູ່ລວງເລິກ, ເຮັດໃຫ້ມີຄວາມໜັກແໜ້ນ ແລະ ມີການຫັນປ່ຽນ, ຕ້ອງພະຍາຍາມສ້າງທຸກເງື່ອນໄຂ ເພື່ອໃຫ້ອ້າຍນ້ອງພະນັກງານ, ລັດຖະກອນ ແຕ່ລະຄົນ ໄດ້ຮັບການບຳລຸງ ແລະ ຍົກລະດັບທິດສະດີປະຕິວັດ, ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບການຍົກລະດັບ ແລະ ຄວາມຊຳນິຊຳນານ ທາງດ້ານວິຊາສະເພາະ, ການຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນ. ພ້ອມດຽວກັນນີ້, ກໍຕ້ອງເອົາໃຈໃສ່ສ້າງ ແລະ ປັບປຸງຄວາມສາມັກຄີເປັນເອກະພາບຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ ຊຶ່ງກ່ອນອື່ນໝົດແມ່ນຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ, ຄະນະນຳຂັ້ນກົມ, ຂັ້ນຫ້ອງການ, ສະຖາບັນ, ຂັ້ນພະແນກ, ຄວາມສາມັກຄີລະຫວ່າງຄະນະນຳກັບພະນັກງານ, ລັດຖະກອນ.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ຂ່າວ: ຄຳແສງ ແກ້ວປະເສີດ
ກວດແກ້: ຄະນະບັນນາທິການໜັງສືພິມ ພບ