ກະຊວງ ພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ

          ເນື່ອງໃນໂອກາດສະມາຄົມສິລະປິນລາວ ນຳໂດຍ ທ່ານ ບົວເງິນ ຊາພູວົງ ອາດີດຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ; ສິລະປິນແຫ່ງຊາດ ຈັດງານຄອນເສີດເພື່ອການກຸສົນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ອຸດົມໄຊ ເມື່ອຕອນຄໍ່າຂອງວັນທີ 23 ກັນຍາ 2022 ຢູ່ກອງສິລະປະກອນ, ກະຊວງຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ. ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ຕາງໜ້າໃຫ້ການນຳ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ພະລັງງານ ແລະ ບໍແຮ່ ມອບເງິນຊ່ວຍເຫຼືອຈຳນວນ 5.000.000 ກີບ ໂດຍໃຫ້ກຽດກ່າວຮັບຂອງ ທ່ານ ທ່ານ ບົວເງິນ ຊາພູວົງ ອາດີດຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ; ສິລະປິນແຫ່ງຊາດ ມີພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

           ກ່ອນໜ້ານີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ປຸກລະດົມບັນດາບໍລິສັດ ແລະ ຜູ້ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ເພື່ອສົມທົບທຶນຮອນເປັນເງິນສົດຈຳນວນ 71.024.000 ກີບ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ 3 ແຂວງພາກເໜືອ ແຂວງລະ 23.674.000 ກີບຄື: ແຂວງ ຫົວພັນ ,ແຂວງ ອຸດົມໄຊ ແລະ ແຂວງ ບໍ່ແກ້ວ ໂດຍແມ່ນບັນດາພະແນກພະລັງງານ ແລະ ບໍ່ແຮ່ ຂອງ 3 ແຂວງເປັນຜູ້ຕາງໜ້າໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໄປມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂອງແຕ່ລະແຂວງ ແລະ ຜູ້ໄດ້ຮັບຜົນກະທົບໂດຍກົງຈາກໄພນໍ້າຖ້ວມທີ່ເກີດຂຶ້ນໃນທ້າຍເດືອນ ສິງຫາ ແລະ ຕົ້ນເດືອນ ກັນຍາ 2022 ທີ່ຜ່ານມາ.

ອຸທົກກະໄພທາງທຳມະຊາດຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທາງດ້ານວັດຖຸ, ຊັບສິນ, ພື້ນຖານໂຄງລ່າງຖືກທຳລາຍຢ່າງໜັກໜ່ວງ ເຮັດໃຫ້ການດຳລົງຊີວິດຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວແຂວງ ຫົວພັນ, ອຸດົມໄຊ ແລະ ແຂວງ ບໍ່ແກ້ວ ພົບຄວາມຫຍຸ້ງຍາກ ພ້ອມກັນນີ້, ກໍ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕື່ມອີກ.

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ